ຂົວຂ້າມແມ່ນໍ້າຂອງ ແຫ່ງທີ່ 4 ລາວ-ໄທ

ຂົວຂ້າມແມ່ນໍ້າຂອງ ແຫ່ງທີ່ 4 ລາວ-ໄທ ມີກໍານົດການເປັນຮູບ ເປັນຮ່າງຂຶ້ນໃນທ້າຍເດືອນ ກຸມພາ 2010 ນີ້,
ມະນີຈັນ
2010.02.01

ໂຄງການສ້າງຂົວ ຂ້າມແມ່ນໍ້າຂອງ ລາວ-ໄທ ແຫ່ງທີສີ່ ໃນເຂດເມືອງຫ້ວຍຊາຍ ແຂວງບໍ່ແກ້ວຂອງລາວ ແລະເຂດເມືອງຊຽງຂອງ ແຂວງຊຽງຮາຍ ຂອງໄທ ມີກໍານົດການ ຈະເລີ່ມເປັນຮູບເປັນຮ່າງຂຶ້ນ ໃນທ້າຍເດືອນ ກຸມພາ 2010ນີ້  ຂະນະທີ່ລາວ-ໄທແລະຈີນ ບັນລຸຂໍ້ຕົກລົງ ກ່ຽວກັບງົປມານ 43ລ້ານໂດລາ ສະຫະຣັຖ ເພື່ອໃຊ້ເຂົ້າໃນ ໂຄງການດັ່ງກ່າວ.

ໂຄງການກໍ່ສ້າງຂົວ ຂ້າມແມ່ນໍ້າຂອງແຫ່ງທີສີ່ ຊຶ່ງມີກໍານົດເລີ້ມສ້າງ ເມື່ອປີກາຍ ແຕ່ຖືກລ້າຊ້າໄປ ຍ້ອນຕົກລົງກັນບໍ່ໄດ້ ໃນເຣື້ອງງົບປະມານ, ຍ້ອນຜົນກະທົບຈາກ ວິກິດການເສຖກິດໂລກ ແລະສາເຫດອຶ່ນອີກ ຮວມທັງບັນຫາ ພື້ນທີ່ກໍ່ສ້າງຂົວ ຢູ່ທາງກໍ້າລາວ ຊຶ່ງເປັນພື້ນທີ່ ຊໍ້າຊ້ອນກັບພື້ນທີ່ ທີ່ທາງການລາວ ອະນຸມັດໃຫ້ບໍຣິສັດ AAC Green City Lao ສັມປະທານ ມາແຕ່ປີ 2007 ກ່ອນແລ້ວ.

ເຈົ້າໜ້າທີ່ລາວ ເປີດເຜີຍ ເມື່ອສັປດາທີ່ຜ່ານມາວ່າ ງົບປະມານ ໃນການກໍ່ສ້າງຂົວ ນັ້ນມີພ້ອມແລ້ວ ໂດຍຣັຖບານຈີນ ແລະຣັຖບານໄທ ສົມທົບກັນຄົນລະເຄິ່ງ. ທາງການລາວ ເປັນຜູ້ຈ່າຍຄ່າທົດແທນ ໃຫ້ປະຊາຊົນ ທີ່ໄດ້ຮັບຜົນກະທົບ, ຖືກໂຍກຍ້າຍ ອອກໄປຈາກເຂດກໍ່ສ້າງຂົວ ແລະຈັດຫາທີ່ ທໍາມາຫາກິນໃໝ່ໃຫ້ ຊຶ່ງຄາດວ່າ ຈະຕ້ອງໃຊ້ເງິນເຖິງ 40ພັນລ້ານກີບ ເທົ່າກັບປະມານ 4ລ້ານ7ແສນໂດລາ ສະຫະຣັຖ.

ເປັນທີ່ຄາດກັນວ່າ ການກໍ່ສ້າງຂົວ ຂ້າມແມ່ນໍ້າຂອງ ຫ້ວຍຊາຍ-ຊຽງຂອງ ຊຶ່ງມີຄວາມຍາວ 480ແມັຕ ແລະກວ້າງ 14ແມັຕເຄິ່ງນັ້ນ ຈະແລ້ວເສັດໃນປີ 2013 ແລະ ຈະອໍານວຍຄວາມສະດວກ ໃນການຂົນສົ່ງສິນຄ້າ ຮວມໄປເຖິງ ການທ່ອງທ່ຽວ ຣະຫວ່າງ ລາວ-ໄທ ພະມ້າ ແລະຈີນນໍາດ້ວຍ.

ປັຈຈຸບັນ ການຂົນສົ່ງຂ້າມແມ່ນໍ້າຂອງ ບໍ່ແກ້ວ-ຊຽງຮາຍ ແມ່ນໃຊ້ເຮືອບັກ ໃນການບັນທຸກສີນຄ້າ ຍານພາຫານະຕ່າງໆ ຂະນະທີ່ນັກທ່ອງທ່ຽວ ຕ່າງປະເທດ ໃຊ້ເຮືອຮັບ ຈ້າງ ຜ່ານດ່ານຊຽງຂອງ ກັບທ່າເຮືອຫ້ວຍຊາຍ ລົງໄປເມືອງມໍຣະດົກໂລກ ຫລວງພຣະບາງ ໂດຍຜ່ານເມືອງປາກແບ່ງ ແຂວງອຸດົມໄຊ,

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.