ລາງຣົຖໄຟ ສາຍທຳອິດ ຂອງລາວ
2009.02.18

ຫລັງຈາກ ການເລື່ອນ ເວລາ ມາຫລາຍຄັ້ງ ຕາມກຳນົດ ຄາດຫມາຍ ທີ່ໄດ້ວາງໃວ້ ໃນພິທີ ການເປີດ ຈະມີສົມເດັດ ພຣະເທບ ຣັຕນະຣາຊສຸດາ ສຍາມພຣະບໍຣົມ ຣາຊກຸມມາຣີ ຊົງມີພຣະ ກະຣຸນາຄຸນ ສເດັດເປັນ ອົງປະທານ ເປີດພິທີ ຮ່ວມກັບປະທານ ປະເທດລາວ ທ່ານ ຈູມມະລີ ໄຊຍະສອນ. ໃນການເປີດໃຊ້ ສາຍຣົຖໄຟ ດົງໂພສີ ຢ່າງເປັນທາງການ ຣັຖບານລາວ ຈະອະນຸຍາດໃຫ້ ໃຊ້ດ່ານສຖານີ ຣົຖໄຟແຫ່ງນີ້ ເປັນດ່ານສາກົນ ອີກດ່ານນື່ງທີ່ ນັກທ່ອງທ່ຽວສາມາດ ເດີນທາງເຂົ້າ ອອກ ລາວ ຜ່ານດ່ານນັ້ນໄດ້ ເລີ້ມແຕ່ວັນທີ 6 ມີນາເປັນຕົ້ນໄປ ແບບດຽວກັບດ່ານ ທີ່ຂົວມີຕພາບລາວ-ໄທ ວຽງຈັນຫນອງຄາຍ.
ດັ່ງເຈົ້າຫນ້າທີ່ ກ່ຽວຂ້ອງຈາກອົງ ການຣົຖໄຟ ສປປລາວ ເວົ້າວ່າ-
ທູດໄທທີ່ລາວ ມີແຜນການແຈ້ງ ມາແລ້ວວ່າ ສົມເດັດພຣະເທບ ຈະມາເປີດວັນທີ 5 ເດຶອນ 3 ຈະເປີດຢ່າງ ເປັນທາງການ.
ເສັ້ນທາງຣົຖໄຟ ສາຍທຳອີດຂອງລາວ ມີຄວາມຍາວປະມານ 3.5 ກິໂລແມດ ຈາກຫນອງຄາຍ ຫາດົງໂພສີ ທ່ານາແລ້ງ ນະຄອນຫລວງ ວຽງຈັນ ມີແຜນການຈະ ບໍຣີການວັນລະ 4 ຖ້ຽວໄປກັບ ເປັນຂບວນມາ ຈາກບາງກອກ ວຽງຈັນນື່ງຖ້ຽວ ແລະຂບວນຈາກ ຫນອງຄາຍ ວຽງຈັນນື່ງຖ້ຽວ ຊື່ງໃນເວລານີ້ ສອງຝ່າຍກຳລັງ ພິຈາຣະນາ ອັຕຣາຄ່າ ໂດຍສານຢູ່.
ສາຍຣົຖໄຟລາວ-ໄທ ສາຍນີ້ຈະເອື້ອ ອຳນວຍຄວາມສດວກ ໃນການຂົນສົ່ງ ສີນຄ້າ ຜູ້ໂດຍສານ ແລະນັກທ່ອງທ່ຽວ ຣະຫວ່າງສອງ ປະເທດລາວ-ໄທ ດ້ວຍຣາຄາຖືກ ເປັນການສົ່ງເສີມ ຄວາມສຳພັນທາງ ດ້ານການຄ້າການ ທ່ອງທ່ຽວຣະຫວ່າງ ສອງປະເທດເພື່ອນບ້ານ. ແຜນການສາຍຣົຖໄຟ ລາວ-ໄທ ສາຍນີ້ອາດຈະເປັນ ສາຍເຊື່ອມຕໍ່ໃນ ຂົງເຂດໃນ ອານາຄົດ, ເຈົ້າຫນ້າທີ່ ໄທໃຫ້ການ.