ໃນປັຈຈຸບັນນີ້ ສປປລາວ ເຫັນຄວາມສຳຄັນຂອງ ພລັງງານທົດແທນຫລາຍຂຶ້ນ ຈຶ່ງມີກາຣຮ່າງແຜນ ຍຸທສາຕກາຣພັທນາ ແລະສົ່ງເສີມ. ດັ່ງເຈົ້າໜ້າທີ່ ຈາກສະຖາບັນຄົ້ນຄວ້າ ວິທຍາສາຕແລະເທຄໂນໂລຈີ ແຫ່ງຊາຕກ່າວວ່າ:
“ເພິ່ນຊິໄປເນັ້ນໃສ່ເຣື່ອງກາຣ ສ້າງຄວາມອາຈສາມາດ ໃນກາຣຄົ້ນຄວ້າ ພັທນາສົ່ງເສີມ ພ້ອມທັງກາຣເຮັດ ດຳເນີນທຸຣະກິຈ ກ່ຽວກັບພລັງງານທົດແທນ ພວມສນັບສນູນໃຫ້ ພາຄສ່ວນເອກກະຊົນລົງທຸນ (ທຶນ) ລັກສນະແບບນີ້ເນາະ ຫລືວ່າມີນະໂຍບາຍ ສົ່ງເສີມແນວໃດ ອຳນວຍຄວາມ ສະດວກແນວໃດ ກ່ຽວກັບກາຣລົງທຶນ ກ່ຽວກັບ ພລັງງານທົດແທນນີ້ແຫລະ”.
ພ້ອມດຽວກັນນີ້ ທ່ານກໍວ່າ ກາຣຮ່າງແຜນຍຸທສາຕ ດັ່ງກ່າວນີ້ ເປັນກາຣຮ່ວມມືຣະຫວ່າງ ກະຊວງພລັງງານ ແລະສະຖາບັນຄົ້ນຄວ້າ ວິທຍາສາຕ ແລະເທຄໂນໂລຈີ ພ້ອມດ້ວຍຫລາຍ ໜ່ວຍງານທີ່ກ່ຽວຂ້ອງ ຊຶ່ງຄາດວ່າຈະໃຫ້ແລ້ວ ສຳເຣັຈພາຍໃນທ້າຍປີ 2009 ນີ້ ຫລັງຈາກປະສົບກັບ ບັນຫາຫລາຍຢ່າງ:
“ມັນກໍມີຫລາຍບັນຫາ ກ່ຽວກັບພລັງງານທົດແທນ ຢູ່ບ້ານເຮົານີ້ ອັນໜຶ່ງກໍແມ່ນເຣື່ອງ ບຸຄຄລາກອນກ່ຽວກັບ ພລັງງານທົດແທນ ເຮົາກໍບໍ່ທັນມີຫລາຍ ອັນທີ່ສອງແລ້ວແມ່ນ ວັຕຖຸ ເທຄນິຄ ເຄື່ອງມີໃນກາຣ ຄົ້ນຄວ້າພັທນາ ເຮົາກໍຍັງບໍ່ທັນຫລາຍ ຍັງບໍ່ທັນມີ ພວກງົບປະມານ ໃນກາຣເຄື່ອນໄຫວ ກໍຂາດຄືກັນ”.
ເຈົ້າໜ້າທີ່ລາວທ່ານນີ້ ໄດ້ແຈ້ງເພີ່ມວ່າ ໃນມື້ວັນທີ່ 30 ພຶສຈິກາຜ່ານມານີ້ ທາງສະຖາບັນຄົ້ນຄວ້າ ວິທຍາສາຕ ແລະເທຄໂນໂລຈີ ໄດ້ລົງນາມໃນບັນທຶກ ຄວາມຮ່ວມມືກັບ ບໍຣິສັທທີ່ປຶກສາ “ເອສດີແອນເອ໊ກຊ໌ພີ” (SDNXP) ເພື່ອຊອກຫາແຫລ່ງທຶນ ແລະດ້ານວິຊາກາຣຕ່າງໆ ສຳຫລັບໂຄງກາຣພັທນາ ພລັງງານທົດແທນ ໃນລາວດັ່ງກ່າວນີ້.