ແຂວງຄຳມ່ວນ ສ້າງ ສ້ອມແປງ ຖນົນ
2009.05.14
ເຈົ້າໜ້າທີ່ ຫ້ອງການ ໂຍທາທິການ ແລະຂົນສົ່ງແຂວງ ຄຳມ່ວນ ໄດ້ຊີ້ແຈງວ່າ
“ພວກເຮົາກໍມີ ແຜນກະຕຽມ ໃນການຂົນສົ່ງ ເຊື່ອມຕໍ່ ລະຫວ່າງ ລາວ-ໄທ ແລະວຽດນາມ ອອກສູ່ແຂວງ ກວ່າບິ່ນ ຮາຕິ່ງ ໄປທ່າກຳປັ່ນ ນ້ຳເລິກ ສົ່ງໄປຕໍ່ ປະເທດທີ່ສາມ.”
ຖນົນທີ່ສຳຄັນ ທີ່ທາງການແຂວງ ຄຳມ່ວນ ມີແຜນຈະສ້າງ ແລະປັບປຸງໃໝ່ ນັ້ນກໍແມ່ນ ຖນົນໝາຍເລກ ທີ 12 ຊຶ່ງເປັນຖນົນ ຕໍ່ຈາກຫົວຂົວ ມິຕພາບ ຜ່ານແຂວງ ຄຳມ່ວນ ອອກໄປສູ່ແຂວງ ກວ່າງບິ່ນ ຂອງວຽດນາມ.
ຫລັງຈາກການສ້າງ ຂົວມິຕພາບ ແຫ່ງທີ່ສອງ ສຳເຣັດ ຖນົນເສັ້ນນີ້ ຈະຊ່ວຍສົ່ງເສີມ ການຄ້າ ແລະການທ່ອງທ່ຽວ ໃນຂົງເຂດ ເພາະຫລາຍໆເມືອງ ແລະຫລາຍໆ ແຂວງ ໃນບໍຣິເວນ ນັ້ນລ້ວນແລ້ວແຕ່ ມີສະຖານທີ່ ທ່ອງທ່ຽວ ທີ່ໜ້າສົນໃຈ ດັ່ງເຈົ້າໜ້າທີ່ ທ່ານດຽວກັນນັ້ນ ໄດ້ເວົ້າວ່າ:
“ເຂດຂອງ ສປປລາວ ແຕ່ເໜືອເຖິງໃຕ້ ແລະກໍເວົ້າ ໂດຍສະເພາະ ເຂດແຂວງຄຳມ່ວນ ກໍມີຫລາຍແຫລ່ງ ທ່ອງທ່ຽວ ທີ່ມະຫັສຈັນ ແລະເຊື່ອມຕໍ່ ໃສ່ວັດພູ ຈຳປາສັກ ແລະກໍເຊື່ອມ ຕໍ່ໃສ່ ມໍຣະດົກໂລກ ແຂວງຫລວງພຣະບາງ ເຊື່ອມຕໍ່ໃສ່ ມໍຣະດົກໂລກ ຖ້ຳຟອງຢາຂ ອງວຽດນາມ.”
ເມື່ອສອງສາມ ປີກ່ອນ ແປດແຂວງ ໃນໄທ ລາວ ແລະວຽດນາມ ໃນເຂດນັ້ນ ໄດ້ຕົກລົງກັນ ສົ່ງເສີມການ ທ່ອງທ່ຽວ. ແຂວງຂອງລາວ ກໍມີແຂວງ ບໍຣິຄຳໄຊ ແລະ ແຂວງຄຳມ່ວນ ຂອງໄທກໍມີ ແຂວງ ນະຄອນພະນົມ ສາກົນນະຄອນ ແລະໜອງຄາຍ; ສ່ວນວຽດນາມ ມີ ແຂວງກວ່າງບິ່ນ ຮາຕິ່ງ ແລະເງອ່ານ.
ສຳລັບສະຖານ ທີ່ທ່ອງທ່ຽວ ທີ່ລືຊື່ ໃນແຂວງຄຳມ່ວນ ກໍມີຖ້ຳ ກອງລໍ ຖໍ້າຢາຝາ ແລະພະທາດ ສີໂຄດຕະບອງ.