ລາວ-ໄທ ຕົກລົງງົບປະມານ ສ້າງຂົວມິຕພາບແຫ່ງທີສີ່

ລາວແລະໄທ ຕົກລົງເຫັນພ້ອມ ກ່ຽວກັບຄ່າໃຊ້ຈ່າຍ ໃນໂຄງການສ້າງຂົວ ມີຕພາບ ລາວ-ໄທ ຂ້າມແມ່ນ້ຳຂອງ ແຫ່ງທີສີ່ ຣະຫວ່າງ ແຂວງບໍ່ແກ້ວຂອງລາວ ແລະແຂວງຊຽງຮາຍ ຂອງໄທ.
ສິດນີ
2009.11.04

ຕົວແທນຈາກ ສປປລາວ ແລະໄທ ໄດ້ຕົກລົງກັນ ໃນການລົງທືນ ສ້າງຂົວມີຕພາບ ລາວ-ໄທ ແຫ່ງທີ4 ທີ່ຈະສ້າງຂ້າມ ແມ່ນ້ຳຂອງ ໃນເຂດພາກເຫນືອ ຂອງລາວ ຊື່ງທັງສອງຝ່າຍ ຈະອອກກັນຄົນລະເຄີ່ງ ໃນຈຳນວນຄ່າໃຊ້ຈ່າຍ ທັງຫມົດປະມານ 40ລ້ານໂດລາ ຊື່ງຝ່າຍລາວຕົກເປັນ 20ລ້ານໂດລາ ຈະເປັນເງີນກູ້ ຈາກຣັຖບານຈີນ ທີ່ໄດ້ລົງນາມກັນ ຫວ່າງປີກອ່ນ.

ການກໍ່ສ້າງຂົວ ຢ່າງເປັນທາງການ ຈະເລີ້ມລົງມື ໃນເດືອນກຸມພາ ປີ2010 ແລະ ຈະໃຫ້ສຳເຣັດ ພາຍໃນ30ເດືອນ. ຂົວມີຕພາບ ລາວ-ໄທ ແຫ່ງທີ່4 ຣະຫວ່າງ ແຂວງບໍ່ແກ້ວຂອງລາວ ກັບແຂວງ ຊຽງຮາຍຂອງໄທ ມີຄວາມຍາວປະມານ 480ແມັດ ຄວາມກ້ວາງປະມານ 14.7 ແມັດ ພື້ນທີ່ໆຈະສ້າງ ຈະຕົກໃສ່ ບໍຣິເວນເຂດ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວຂອງລາວ ແລະເມືອງຊຽງຂອງ ແຂວງຊຽງຮາຍຂອງໄທ.

ຂົວແຫ່ງນີ້ ຈະເປັນເສັ້ນທາງ ເຊື່ອມຕໍ່ຂອງຖນົນ R3A ຈາກໄທ ຜ່ານລາວ ໄປຈີນ ທີ່ແຂວງຢຸນນານ ແລະ ກໍ່ເປັນການເຊື່ອມໂຍງ ຂອງການພັທນາ ເສຖກິດພູມີພາກ ຂອງປະເທດລຸ່ມ ແມ່ນ້ຳຂອງ ທີ່ຈະມີການ ເຄື່ອນຍ້າຍສີນຄ້າ ລາຍໃຫຍ່ ຂື້ນລົງຈາກຈີນແລະໄທ ຊື່ງເປັນປະເທດທີ່ ຈະໄດ້ຮັບຜົລ ປະໂຫຍດ ຫລາຍກວ່າຫູມ່, ສຳລັບ ສປປລາວ ແລ້ວຈະເປັນ ການເຊື່ອມໂຍງລ້າໆ ເພາະບໍ່ມີສີນຄ້າ ຫຍັງຫລວງຫລາຍທີ່ ຈະສົ່ງໄປຂາຍ.

ສີ່ງທີ່ ສປປລາວ ຈະໄດ້ຮັບນັ້ນ ກໍ່ແມ່ນການເກັບ ຄ່າຜ່ານເທົ່ານັ້ນ ນອກຈາກວ່າຈະມີ ນັກລົງທືນເຂົ້າມາ ລົງທືນໃນລາວ ດັ່ງຂົວມິຕພາບ ລາວ-ໄທ ແຫ່ງທີສອງ       ທີ່ແຂວງສວັນນະເຂດ ກໍ່ຍັງເປັນພຽງແຕ່ ທາງຜ່ານຊື່ໆ ໃນປັດຈຸບັນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.