ອິນເທີເນຕ ຂອງທາງກາຣ ສປປລາວ
2009.06.09
ກາຣພັທນາ ໃຫ້ທຸກພາຄສ່ວນ ຂອງຣັຖບາລ ມີກາຣນຳໃຊ້ ຣະບົບທາງ ເຄືອຄ່າຍ ອິນເທີເນຕ ທີ່ວ່າ E-Go-vernment ຂອງ ສປປລາວ ສຳເຣັຈໄປແລ້ວ ໃນສ່ວນໜື່ງ ໂດຽສະເພາະ ດ້ານກາຣ ປະສານງານ ຣະຫວ່າງ ແຕ່ລະກະຊວງ ໂດຽແມ່ນອົງກາຣ ວິທຍາສາຕ ແລະເທຄໂນໂລຈີ ເປັນຕົວກາງ ໃນກາຣຊ່ວຍເຫລືອ ເພື່ອເຊື່ອມໂຍງໃຫ້ ທາງຣັຖບາລ ໄດ້ເຂົ້າໃກ້ຊິດ ກັບປະຊາຊົນ ໄດ້ຫລາຍກວ່າເກົ່າ ພ້ອມກັບຍັງຈະ ສາມາດກວດສອບ ດ້ານຄວາມໂປ່ງໃສ ດ້ານກາຣດຳເນີນ ວຽກງານຂອງ ທາງຝ່າຍ ຣັຖບາລ ຕື່ມອີກ ແລະຄາດວ່າ ໃນເດືອນ ກໍຣະກະດາ ທີ່ຈະມາ ເຖີງນີ້ ທຸກໜ່ວຍງານ ກ່ຽວຂ້ອງຈະມີ ກາຣຮ່ວມປະຊຸມ ເພື່ອສຣຸບຜົລ. ກ່ຽວກັບເຣື່ອງນີ້ ຍານາງ ວະນິດາ ແສງຈັນ ເຈົ້າໜ້າທີ່ຈາກ ອົງກາຣ ວິທຍາສາຕ ແລະສີ່ງແວດລ້ອມ ໄດ້ໃຫ້ກາຣ ອະທິບາຍວ່າ:
“ຈົນເຖີງ ປັຈຈຸບັນ ກໍໄດ້ສຳເຣັຈ ໄປໃນສ່ວນ ໃຫຍ່ແລ້ວ ໂດຽສະເພາະແມ່ນ ເຣື່ອງພື້ນຖານ ໂຄງຮ່າງ Network ແລະ ກໍມີແຈກຈ່າຍ ອຸປກອນ ໄປໃຫ້ບັນດາ ພາຄສ່ວນ ກະຊວງກາຣຕ່າງໆ ຊ່ວງນີ້ແມ່ນ ຢູ່ໃນກາຣ ທົດສອບໂປຣແກຣມ ແລະ ກໍໄດ້ຈັດ ກອງປະຊຸມຂື້ນ ໃນປະມານ ເດືອນໜ້າ ແລະກໍສັງຣວມ ຄວາມຄືບໜ້າ.”
ເຈົ້າໜ້າທີ່ ກ່ຽວຂ້ອງ ດັ່ງກ່າວ ໄດ້ຊີ້ແຈງ ເພີ່ມວ່າ ໂຄງກາຣພັທນາ ເພື່ອໃຫ້ມີ ຣະບົບກາຣໃຊ້ ອິນເທີເນຕ ໃນທຸກແຜນກ ກາຣຂອງທຸກໆ ແຂວງ ເພື່ອຄວາມ ສະດວກຂອງ ຣະບົບກາຣ ຄຸ້ມຄອງຂອງ ພາຄຣັຖ ໃຫ້ມີຄວາມ ໂປ່ງໃສ ຊື່ງມີກາຣ ດຳເນີນໄປແລ້ວ ເປັນສ່ວນໜື່ງ ແລະວ່າ ໂຄງກາຣດັ່ງກ່າວ ໄດ້ຮັບຄວາມ ຊ່ວຍເຫລືອຈາກ ອົງກາຣ NECTEC ຂອງໄທຽພາຍໃຕ້ ຄວາມອຸປຖັມ ຂອງທາງ ອົງກາຣ UNESCO ເປັນເງີນທຶນ ຈຳນວນໜື່ງ ເພື່ອໄປຊ່ວຍໃຫ້ ກາຣຝຶກອົບຮົມ ແກ່ທາງ ເຈົ້າໜ້າທີ່ ຂອງລາວໃນ ດ້ານກາຣຈັດກາຣ ແລະດ້ານ ບໍຣິຫາຣ ໂດຽຜ່ານທາງ ເຄືອຄ່າຍ ອິນເທີເນຕ ແລະພ້ອມດຽວກັນ ກໍເພື່ອຈະໃຫ້ ທາງກາຣກ່ຽວຂ້ອງ ຝ່າຍລາວສາມາດ ດຳເນີນກາຣ ສິດສອນໃຫ້ ກາຣຝຶກອົບຮົມ ຕໍ່ໆໄປ.
ນອກຈາກນັ້ນ ຍານາງກໍວ່າ ທາງກາຣ ສປຈີນ ກໍໃຫ້ຄວາມ ຊ່ວຍເຫລືອທາງ ດ້ານອຸປກອນ ຕ່າງໆເຊັ່ນກັນ. ເຖີງຢ່າງໃດ ກໍຕາມ ໂຄງກາຣ ທີ່ຮູ້ກັນວ່າ ຣັຖບາລ ອີເລຄໂທຣນິຄ ຫລື E-Government ດັ່ງກ່າວ ໄດ້ມີກາຣ ຣີເຣີ່ມແຕ່ປີ 2007 ເປັນຕົ້ນມາ ແລະ ວ່າເທົ່າ ປັຈຈຸບັນນີ້ ກໍສາມາດ ດຳເນີນໄປ ດ້ວຍດີ ໄປທົ່ວ ເຂຕເມືອງ ແຕ່ລະແຂວງ ແລະຕາມເຂຕ ຊຸມຊົນ ແຕ່ລະທ້ອງຖີ່ນ ຫລາຍ ພໍສົມຄວນ ແດ່ແລ້ວ.