ໂຮງງານຊີເມັນ ແຂວງອຸດົມໄຊ
2010.05.12
ກຸ່ມເອກກະຊົນ ລາວ-ຈີນ ຮ່ວມມືກັນພັທນາ ໂຄງການກໍ່ສ້າງ ໂຮງງານຊີເມັນ ຂຶ້ນໃນ ແຂວງອຸດົມໄຊ ໂດຍຈະໃຊ້ ຊັພຍາກອນ ການຜລິດທີ່ມີຢູ່ ພາຍໃນປະເທດ ເປັນສ່ວນຫລາຍ ຊຶ່ງຄາດວ່າຈະ ເລີ່ມການຜລິດໄດ້ ໃນປີ 2011 ເພື່ອສນອງຊີເມັນ ໃຫ້ໂຄງການພັທນາ ໃນເຂດ ແຂວງພາກເໜືອຂອງລາວ. ຕາມຄໍາເວົ້າຂອງ ເຈົ້າໜ້າທີ່ແຜນການ ແລະ ການລົງທຶນ ແຂວງອຸດົມໄຊ:
"ສິແມ່ນມີແລ້ວ ເລີ່ມແລ້ວ ຫາກໍເປີດມື້ວານ ເມື່ອກ່ອນນີ້ ມີໂຮງງານນຶ່ງ ແຕ່ວ່າຍັງບໍ່ໄດ້ ດໍາເນີນການ ມີແຕ່ເປີດປ້າຍ".
ທ່ານວ່າ ເມື່ອວັນທີ 9 ພຶສພາ 2010 ນີ້ ທີ່ບ້ານນາທົ່ງ ເມືອງນາໝໍ້ ໄດ້ມີພິທີເປີດ ການກໍ່ສ້າງ ໂຮງງານຊີເມັນ ຢ່າງເປັນທາງການ ໂດຍກຸ່ມທຶນຂອງ ບໍຣິສັດຈາກຈີນ ຄື ບໍຣິສັດສິສວນ Golden Elephant Chemical ຈໍາກັດ ແລະບໍຣິສັດ Royal Pan Asia Lao ມູນຄ່າການລົງທຶນ ປະມານ 16 ລ້ານໂດລາ ສະຫະຣັຖ ໃຊ້ເວລາ ໃນການກໍ່ສ້າງ ປະມານ 1 ປີ ມີກໍາລັງການຜລິດ ປະມານ 200 ພັນຕັນຕໍ່ປີ. ຜົລຜລິດທັງໝົດ ຈະນໍາໄປສນອງ ໃຫ້ແກ່ໂຄງການ ພັທນາ ພື້ນຖານໂຄງຮ່າງ ແລະ ອຸດສາຫະກັມ ທີ່ກໍາລັງຂຍາຍໂຕ ໃນເຂດພາກເໜືອ ຂອງລາວ. ສໍາລັບ ໃນຂັ້ນຕອນ ການຜລິດຂອງ ໂຮງງານ ເຖິງແມ່ນວ່າ ຈະນໍາໃຊ້ ຊັພຍາກອນ ພາຍໃນປະເທດ ເປັນສ່ວນຫລາຍ ແຕ່ກໍອາຈຕ້ອງ ມີການນໍາເຂົ້າ ສານເຄມີບາງຢ່າງ ຈາກຕ່າງປະເທດ ທ່ານ ກ່າວວ່າ:
"ວັຖຸດິບ ຢູ່ພາຍໃນ ມີໝົດເລີຍ ມີຄົບເລີຍ ແຕ່ວ່າສາລປະສົມ ພວກເຄມີເນາະ ຂະເຈົ້າຈະນໍາ ເຂົ້າມາ ຈາກຕ່າງປະເທດ".
ໃນການຂຍາຍຕົວ ທາງເສຖກິດແລະ ສັງຄົມ ສປປລາວ ຕ້ອງການໃຊ້ ຊີເມັນສູງເຖິງ 1 ຈຸດ 5 ຫາ 2 ລ້ານຕັນຕໍ່ປີ ເຮັດໃຫ້ ເອກກະຊົນ ຫັນມາກໍ່ສ້າງ ໂຮງງານຜລິດຊີເມັນ ຫລາຍຂຶ້ນນັບມື້ ຊຶ່ງກໍຫວັງກັນວ່າ ພາກສ່ວນກ່ຽວຂ້ອງ ຈະຄໍານຶງເຖິງ ຜົລກະທົບທາງ ສິ່ງແວດລ້ອມ ທີ່ຈະຕິດຕາມມາ ໂດຍມີການປ້ອງກັນ ເພື່ອຫລຸດຜ່ອນ ຜົລກະທົບນັ້ນ ໃຫ້ໜ້ອຍລົງ ເທົ່າທີ່ຈະໜ້ອຍໄດ້.