ຂົວຂ້າມນໍ້າຂອງ ລາວ-ໄທ ແຫ່ງທີ່ສາມໃກ້ສໍາເຣັດ

ການສ້າງ ຂົວຂ້າມນໍ້າຂອງ ລາວ-ໄທ ແຫ່ງທີ່ສາມ ລະຫ່ວາງ ເມືອງທ່າແຂກ ກັບເມືອງ ນະຄອນພະນົມ ຊື່ງໄດ້ເລີ້ມສ້າງ ຕັ້ງແຕ່ ເດືອນ ພຶສພາ ປີຜ່ານມາ ສໍາເຣັດໄປແລ້ວ ເກືອບ 33% ຕາມລາຍງານ ຂອງໜັງສືພິມ ທາງການລາວ.
ສົມເນ
2010.03.01
ລາຍງານທີ່ອ້າງຕາມຄໍາເວົ້າຂອງ ທ່ານ ນອງສວັນ ທໍາມະວົງ ຮອງຫົວໜ້າໂຄງການວ່າ ວຽກງານສ້າງຂົວໄດ້ດໍາເນີນໄປຕາມຂັ້ນຕອນ ແລະສໍາເຣັດໄປແລ້ວເກືອບ 33%. ທ່ານວ່າ ການສ້າງຖານຂອງເສົາຂົວ 4 ເສົາຢູ່ກາງແມ່ນໍ້າຂອງໄດ້ສໍາເຣັດໄປແລ້ວ ແລະໃນລະດູຝົນນີ້ ວຽກງານກໍ່ສ້າງຕ່າງໆກໍຈະດໍາເນີນໄປຢ່າງສະດວກສະບາຍ. ການຈັດແຈງທີ່ດິນ ຢູ່ທາງຝັ່ງລາວ ເພື່ອສ້າງຖນົນຈາກເລກທີ 13 ເຂົ້າມາຂົວ ແລະທີ່ດິນເພື່ອສ້າງດ່ານກວດຄົນເຂົ້າເມືອງນັ້ນ ກໍາລັງດໍາເນີນຢູ່. ຂົວຂ້າມນໍ້າຂອງລາວ-ໄທ ແຫ່ງທີ່ສາມ, ຝັ່ງລາວ ຕັ້ງຢູ່ບ້ານເວີນໄຕ້ ຫ່າງຈາກເມືອງ ທ່າແຂກ 13 k, ສ່ວນຢູ່ທັງຝັ່ງໄທ ແມ່ນກົງກັບບ້ານຫ້ອມ ເຂດເມືອງນະຄອນພະນົມ. ຂົວດັ່ງກ່າວ ເປັນການລົງທືນຂອງຣັຖະບານໄທໃນມູນຄ່າ 1,700 ລ້ານບາດ.
ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.