ໂຄງການເສັ້ນທາງຣົຖໄຟ ຈີນ-ລາວ-ໄທ

ການກໍ່ສ້າງ ເສັ້ນທາງ ເຊື່ອມຣົຖໄຟ ຈີນ-ລາວ-ໄທ ຍັງບໍ່ມີ ກໍານົດ ແນ່ນອນ
ຈະເຣີນສຸກ
2010.09.07

ໂຄງການ ສ້າງທາງຣົຖໄຟ ຄວາມໄວສູງ ເຊື່ອມຕໍ່ຈາກ ຈີນ-ລາວ-ໄທ ຍັງບໍ່ມີ ກໍານົດ ການກໍ່ສ້າງ ທີ່ແນ່ນອນເທື່ອ, ແຕ່ໃນຂນະນີີ້ ລາວ ແລະ ຈີນ ກໍໄດ້ເຊັນ ສັນຍາ ບັນທຶກ ຄວາມເຂົ້າໃຈ ໃນໂຄງການ ພັທນາ ທາງຣົຖໄຟ ຈາກ ແຂວງຢຸນນ໋ານ ຜ່ານ ແຂວງພາກເໜືອ ຂອງລາວ, ລົງມາຍັງ ວຽງຈັນ ເປັນທີ່ຮຽບຮ້ອຍແລ້ວ. ປັດຈຸບັນ 2 ຝ່າຍ ກໍາລັງຮິບໂຮມ ຂໍ້ມູນ ເພື່ອສຶກສາ ຄວາມເປັນໄປໄດ້ ໃນການພັທນາ ໂຄງການ ດັ່ງກ່າວ, ອີງຕາມ ຄໍາເວົ້າຂອງ ເຈົ້າໜ້າທີ່ ຂັ້ນນສູງ ຈາກອົງການ ຣົຖໄຟ ແຫ່ງຊາດ ຂອງລາວ.

“ຍັງບໍ່ຊັດເຈນ ເທື່ອ ແຕ່ວ່າ ທາງພາກເໜືອ ໄດ້ມອບໃຫຈີນ ເປັນຜູ່ສ້າງ, ວຽງຈັນ ຫລວງພຣະບາງ ບໍ່ເຕັນ ພວມຮ່ວມກັນ ຄົ້ນຄ້ວາ ຢູ່ນີ໋.”

ປັດຈຸບັນ ໂຄງການເຊື່ອມຕໍ່ ຣົຖໄຟ ໃນອານຸ ພູມີພາກ ລຸ່ມແມ່ນໍ້າຂອງ ພວມຖືກຍົກຂຶ້ນ ມາອະພິປາຍ ຢ່າງກ້ວາງຂວາງ. ໂຄງການ ຣົຖໄຟ ຄວາມໄວສູງ ຈີນ-ລາວ-ໄທ ກໍເປັນ ໂຄງການນຶ່ງ ທີ່ມີຄວາມ ເປັນໄປໄດ້ສູງ ໃນການ ພັທນາ ເພາະໃນລະຍະ ຜ່ານມາ ທາງການ ລາວ ແລະ ຈີນ ໄດ້ເຊັນບົດບັນທຶກ ຄວາມເຂົ້າໃຈ ໃນການພທັນາ ລາງຣົຖໄຟ ຮ່ວມກັນ ມາແຕ່ ເດືອນເມສາ. ຊຶ່ງຣັຖບານຈີນ ຕົກລົງ ທີ່ຈະເຂົ້າໄປ ສຶກສາ ການພັທນາ ເສັ້ນທາງ ຈາກ ແຂວງຢຸນນ໋ານ ຂອງຈີນ ເຂົ້າສູ່ແຂວງ ພາກໜືອ ຂອງລາວ ໄປສູ່ນະຄອນ ຫລວງວຽງຈັນ ແລະ ລົງໃຕ້ ໄປຫາເມືອງ ທ່າແຂກ ຕໍ່ຊາຍແດນ ວຽດນາມ. ປັດຈຸບັນ ໂຄງການດັ່ງກ່າວ ພວມຢູ່ຣະຫວ່າງ ການສໍາຣວດ ເບື້ອງຕົ້ນ ແລະ ຍັງບໍ່ມີ ກໍານົດວ່າ ຈະກໍ່ສ້າງ ເປັນທາງການ ໃນເວລາໃດ.

ເຖິງຢ່າງໃດ ກໍຕາມ, ໂຄງການດັ່ງກ່າວ ພວມໄດ້ຮັບ ຄວາມສົນໃຈ ຈາກທາງການໄທ ທີ່ຕ້ອງການ ຈະເຊື່ອມຕໍ່ ເສັ້ນທາງ ດັ່ງກ່າວ ເຂົ້າກັບ ຣົຖໄຟ ໃນເຂດ ພາກອິສານ. ຊຶ່ງໃນຂນະນີ້ ໃນຣະດັບ ຣັຖບານ ຈີນ ແລະ ໄທ ກໍມີຄວາມ ເຫັນພ້ອມທີ່ຈະ ຮ່ວມລົງທຶນ ໃນໂຄງການ ດັ່ງກ່າວ ແລະ ໄດ້ເຣີ່ມ ຕິດຕໍ່ພົວພັນ ກັບ ສປປລາວ ໃນຂັ້ນຕົ້ນ ຕັ້ງແຕ່ທ້າຍ ເດືອນສິງຫາ ເປັນຕົ້ນມາ.

ສໍາລັບ ໂຄງການ ສ້າງຣົຖໄຟ ຄວາມໄວສູງ ດັ່ງກ່າວ ຢູ່ໃນແຜນການ ເຊື່ອມໂຍງ ໂຄງຂ່າຍເສັ້ນທາງ ຣົຖໄຟ ເຊື່ອມຕໍ່ ໃນອານຸ ພູມີພາກ ແມ່ນໍ້າຂອງ ທີ່ມີປະເທດຈີນ ເປັນຜູ້ຜັກດັນ ທີ່ສໍາຄັນ ໂດຍຕັ້ງເປົ້າໝາຍ ຈະດໍາເນີນການ ໃຫ້ສໍາເຣັດ ພາຍໃນປີ 2015.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.