ບັນຫາທີ່ດິນໃນສປປລາວ ຍິ່ງທະວີຄູນ

ຂໍ້ຂັດແຍ່ງ ກ່ຽວກັບທີ່ດິນ ມີຫລາຍເພີ່ມຂຶ້ນ ຢ່າງວ່ອງໄວ ຢູ່ສປປລາວ ໂດຍບໍ່ຮູ້ວ່າ ຈະຖືກແກ້ໄຂໄດ້ ດ້ວຍວິທີໄດ.
ມະນີຈັນ
2009.12.23

ຂໍ້ຂັດແຍ່ງ ກ່ຽວກັບທີ່ດິນ ເປັນບັນຫານຶ່ງທີ່ ເກີດມີຂຶ້ນຫລາຍ ທັງໃນເຂດຕົວເມືອງ ແລະຊົນນະບົດ. ໃນນັ້ນມີທັງກໍຣະນີ ຂໍ້ຂັດແຍ່ງໃນເຂດ ທໍາມາຫາກິນທີ່ອາຈ ຈະຮ້າຍແຮງຂຶ້ນ ໃນເຂດພັທນາ ທີ່ທາງການ ມີໂຄງການໃຫ້ເຊົ່າ ສັມປະທານຂນາດໃຫຍ່ ເຊັ່ນ ໂຄງການໄຟຟ້ານໍ້າຕົກ ແລະໂຄງການປູກຕົ້ນໄມ້. 

ນອກນັ້ນກໍມີບັນຫາ ການທົດແທນຄ່າເສັຽຫາຍ ສໍາລັບທີ່ດິນທີ່ຣັຖບານ ຫລືອົງການ ຈັດຕັ້ງອຶ່ນໆເອົາ. ການຈັບຈອງທີ່ດິນ ຕາມປະເພນີ ກໍມີຫລາຍຂຶ້ນ ການເລັ່ງລັດ ເອົາທີ່ດິນຄືນ ຈາກປະຊາຊົນ ຂອງຣັຖເພື່ອໃຫ້ໂຄງການຕ່າງໆ ເຊັ່ນກໍ່ສ້າງເສັ້ນທາງ ກໍ່ສ້າງເຄຫາສຖານ ຫລາຍແຫ່ງກໍ່ຍັງ ບໍ່ສອດຄ່ອງກັບ ຄວາມເປັນຈິງມີລັກສນະ ຊ້າເກີນໄປ ອັນເຮັດໃຫ້ເກີດ ຂໍ້ຂັດແຍ່ງເລື່ອງ ທີ່ດິນ ຂຍາຍເປັນວົງກວ້າງອອກ. ສາເຫດທີ່ພາໃຫ້ ມີຂໍ້ຂັດແຍ່ງນັ້ນ ສ່ວນຫລາຍກ່ຽວຂ້ອງ ກັບໃບຕາດິນ ທີ່ມີເອກກະສານ ບໍ່ຄົບຖ້ວນ ອອກໃບຕາດິນຊໍ້າຊ້ອນກັນ. ດິນຕອນດຽວ ມີໃບຕາດິນຮອດ 2 ຫລື 3 ໃບ ຊຶ່ງອາດພົບເຫັນ ຢູ່ໃນຂະບວນການ ກູ້ຢືມເງິນທັງນອກ ແລະໃນຣະບົບ ຫລືທະນາຄານ ການໃຊ້ຄ່າຊົດເຊີຍ ທີ່ບໍ່ພຽງພໍ. ການຂາຍທີ່ດິນປ່າ ແບບຜິດກົດໝາຍ ການເອົາດິນຣັດ ມານໍາໃຊ້ເພື່ອຜົລປະໂຫຍດ ສ່ວນຕົວ. ການແກ້ໄຂ ຂໍ້ຂັດແຍ່ງໃນລະຍະຜ່ານມາ ມີຄວາມສັບສົນ ຄຸມເຄືອ ບໍ່ປະຕິບັດຕາມ ຣະບຽບກົດໝາຍ ມີເຈົ້າໜ້າທີ່ ທີ່ຮັບສີນບົນເຂົ້າ ໄປແຊກແຊງ ເພື່ອໃຫ້ຄະດີນັ້ນ ສີ້ນສຸດລົງແບບ ບໍ່ມີເຫດຜົລ.

ເຈົ້າໜ້າທີ່ ປະຈໍາອົງການຄຸ້ມຄອງ ທີ່ດິນແຫ່ງຊາດ ທີ່ບໍ່ປະສົງອອກຊື່ ເວົ້າວ່າ ທົ່ວໄປແລ້ວ ມາຕການແລະກົດໝາຍ ກໍມີພຽງພໍຢູ່ແລ້ວ ແຕ່ຜູ້ນໍາພາ ໃນພາກປະຕິບັດ ຕົວຈິງ ບໍ່ສັກສິດ-ເດັດຂາດ. ດັ່ງນັ້ນບັນຫາຂັດແຍ່ງ ເລື່ອງທີ່ດິນ ຍັງຈະມີຫລາຍຂຶ້ນ ຢ່າງບໍ່ຢຸດຢັ້ງ.

ເຈົ້າໜ້າທີ່ທ່ານນີ້ ຍັງກ່າວມ້ວນທ້າຍວ່າ ເພື່ອເຮັດໃຫ້ບັນຫາທີ່ດິນ ຫລຸດຜ່ອນລົງ ປະຊາຊົນມີຄວາມພໍໃຈ ແລະສັງຄົມມີຄວາມສງົບ ຈໍາຕ້ອງມີການບັງຄັບໃຊ້ ກົດໝາຍຢ່າງຖືກຕ້ອງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.