ເອົາທີ່ດິນ ໃຫ້ຕ່າງປະເທດເຊົ່າ ຈະບໍ່ຊ່ວຍ ຫລຸດຜ່ອນ ຄວາມທຸກຍາກ ຂອງປະຊາຊົນ
2009.02.17
ແຜນການຫລຸດຜ່ອນ ຄວາມທຸກຍາກໃນລາວ ໂດຍວິທີເອົາທີ່ດິນ ໃຫ້ຕ່າງປະເທດເຊົ່າ ຈະບໍ່ຊ່ວຍຫລຸດຜ່ອນ ຄວາມທຸກຍາກຂອງ ປະຊາຊົນໄດ້, ກົງກັນຂ້າມມັນຈະ ເຮັດໃຫ້ປະຊາຊົນລາວ ເສັຽກໍາມະສິດໃນການ ເປັນເຈົ້າຂອງທີ່ດິນ ແລະຈະທຸກຍາກລົງຕື່ມ.
ທ່ານ ບົວບານ ວໍຣະຂຸນ ອາດີດຮອງຣັຖະມົນຕຣີ ກະຊວງຖແຫລງຂ່າວ ວັທະນະທໍາກ່າວວ່າ ປັດຈຸບັນໃນ ສປປລາວ ມີນັກທຸຣະກິດເຊົ່າ ຫລືສັມປະທານ ທີ່ດິນເພື່ອປູກ
ຕົ້ນຢາງພາຣາແລະ ຕົ້ນໄມ້ອຸດສະຫະກັມອື່ນໆ ເປັນຈໍານວນກ້ວາງຂວາງ ແລະເຊົ່າໃນຣາຄາຕໍ່າ ຫລາຍຂື້ນເຮັດໃຫ້ຣັຖ ແລະປະຊາຊົນເສັຽ ຜົນປະໂຍດເພາະວ່າ ມີຫລາຍກໍຣະນີ ປະຊາຊົນສູນເສັຽທີ່ດິນ ຫລືບ່ອນທໍາມາຫາກິນ. ທ່ານວ່າ ແຕ່ກ່ອນປະຊາຊົນ ເຄີຽເປັນເຈົ້າທີ່ດິນ ແຕ່ດຽວນີ້ກາຍເປັນ ລູກຈ້າງຄ່າແຮງງານ ທີ່ຕອບສນອງ ກໍບໍ່ສົມເຮື່ອສົມແຮງ
ສະພາບຄວາມເປັນຢູ່ ກໍທຸກຍາກລົງຕື່ມ. ໃນຕອນນື່ງທ່ານກ່າວວ່າ: ຄົນທັງຫລາຍຄິດວ່າ ທືນຄືເງິນຢ່າງດຽວ ສະນັ້ນຈື່ງພາກັນ ແລ່ນຫາແຕ່ເງິນ ຈົນເຖິງຂັ້ນຍອມ ເສັຽທຸກຢ່າງກະທັ້ງ ທໍາລາຍສິ່ງແວດລ້ອມ ຊັພະຍາກອນທັມມະຊາດ ຫລາຍປານໃດກໍຕ້ອງ ຍອມທະແນມແຕ່ ໃຫ້ໄດ້ເງິນມາ. ຣັຖະບານລາວວ່າ ການລົງທືນແມ່ນ ສ່ວນສໍາຄັນນື່ງຂອງ ການພັດທະນາ ເສຖະກິດແລະສັງຄົມ. ໃນຄວາມເປັນຈິງ ການລົງທືນຢູ່ລາວ ເປັນໄປແບບບໍ່ມີ ຂີດຈໍາກັດໃນຂະແໜງ ອຸດສະຫະກັມແລະ ປຸງແຕ່ງກະສິກັມ. ການຂຸດຄົ້ນບໍ່ແຮ່ ການກໍ່ສ້າງໂຄງການ ໄຟຟ້ານໍ້າຕົກແລະອື່ນໆ ໄດ້ເຮັດໃຫ້ຊັພະຍາກອນ ທັມມະຊາດຫລຸດນ້ອຍ ຖອຍລົງເລື້ອຽໆ ເຮັດໃຫ້ຄົນທີ່ອາໃສ ຢູ່ໃນເຂດຊົນະບົດ ຕົກຢູ່ໃນຄວາມສ່ຽງ ກັບຄວາມທຸກຍາກຫລາຍຂື້ນ ທັງໝົດນີ້ແມ່ນເກີດ ຈາກການວາງແຜນ ໃຊ້ທີ່ດິນແລະ ຊັພະຍາກອນ ທັມມະຊາດ ແບບບໍ່ຖືກຕ້ອງ.
ລາຍຮັບຂອງປະຊາຊົນ ໃນທ້ອງຖິ່ນໃນ ຫລາຍແຂວງຂອງລາວ ຕົກຕໍ່າລົງ. ເມື່ອກ່ອນປະຊາຊົນ ເຄີຽອາໃສແຫ່ລງ ອາຫານຈາກທັມມະຊາດ ທີ່ອຸດົມສົມບູນດ້ວຍ ປູປາກົບຂຽດແລະຜັກປ່າ, ແຕ່ວ່າດຽວນີ້ອາຫານ ປະເພດນີ້ຫາຍາກແລ້ວ ປະຊາຊົນຂາດເຂີນອາຫານ ຍ້ອນວ່າມີການທໍາລາຍ ທັມມະຊາດແບບບໍ່ ມີແບບມີແຜນ ຜລິດທົດແທນ.