ສປປລເລີ້ມສໍາຣວດ ປະເພດທີ່ດິນ 16 ເມືອງ
2010.08.26
ອົງການທີ່ດິນ ແຫ່ງຊາດ ເລີ້ມສໍາຣວດ ປະເພດທີ່ດິນ ໃນ 16 ເມືອງ ທີ່ມີແຜນການ ຈະພັທນາ ເນື່ອງຈາກວ່າ ທາງອົງການ ມີແຜນ ທີ່ຈະເກັບ ຄ່າທໍານຽມ ທີ່ດິນ ຕາມ ປະເພດ ຂອງທີ່ດິນ ນໍາໃຊ້ ເພື່ອເພີ້ມຣາຍໄດ້ ໃຫ້ກັບ ຣັຖບານ ແລະ ຮວມໄປເຖິງ ການພັທນາ ໃນເຂດ ເມືອງທຸກຍາກ ອີງຕາມ ຄໍາເວົ້າ ຂອງ ເຈົ້າໜ້າທີ່ ຈາກອົງການ ທີ່ດິນແຫ່ງຊາຕ ນະຄອນຫລວງ ວຽງຈັນ:
“ຄັນເຮົາ ເກັບໄດ້ຕາມ ປະເພດ ທີ່ດິນ ທີ່ເຮົາ ມີແຜນທີ່ ຈະເກັບ ຣາຍຮັບ ຂອງພວກເຮົາ ຈະເພີ້ມຂຶ້ນ ເພາະວ່າ ຍັງມີດິນ ຫລາຍປະເພດ ທີ່ວ່າ ເຮົາຍັງ ບໍ່ທັນໄດ້ ເລີ້ມຕົ້ນ ເກັບ ຕົວຢ່າງວ່າ ການປ່ຽນແປງ ປະເພດ ການນໍາໃຊ້ ທີ່ດິນ ຈາກປະເພດນຶ່ງ ໄປສູ່ ປະເພດນຶ່ງ ຕົວນີ້ ພວກເຮົາ ຍັງບໍ່ທັນ ໄດ້ເກັບ.”
ກ່ຽວກັບ ເຣື້ອງການປ່ຽນແປງ ການນໍາໃຊ້ ທີ່ດິນນັ້ນ ໝາຍຄວາມວ່າ ແຕ່ເດີມ ເປັນດິນນາ ແຕ່ມາພາຍຫລັງ ໄດ້ມີການ ປ່ຽນແປງ ເປັນດິນປຸກສ້າງ ກໍຣະນີນີ້ ທາງຣັຖ ຈະຄິດຄ່າ ທໍານຽມ ເປັນແມັດກາເຣ ຫລື ການປ່ຽນແປງ ຈາກທີ່ດິນ ປ່າໄມ້ ມາເປັນດິນ ປຸກສ້າງ ຫລືວ່າ ທີ່ດິນອື່ນໆ. ກໍຣະນີນີ້ ຈໍາເປັນຕ້ອງ ໄດ້ເສັຍຄ່າ ທໍານຽມໂອນ.
ແຕ່ວ່າ ໃນປັດຈຸບັນນີ້ ອົງການທີ່ດິນ ແຫ່ງຊາດ ຍັງບໍ່ສາມາດ ຮູ້ເຖິງ ຈໍານວນດິນນາ ທັງໝົດ ຫລືພື້ນທີ່ດິນ ປ່າໄມ້ ທັງໝົດໄດ້ ສົ່ງຜົນໃຫ້ ການຈັດຕັ້ງ ປະຕິບັດ ເກັບຄ່າ ທໍານຽມ ຕາມປະເພດ ຂອງທີ່ດິນ ຍັງບໍ່ສາມາດ ຈັດຕັ້ງ ປະຕິບັດໄດ້ເທື່ອ:
“ເພາະວ່າ ປັດຈຸບັນນີ້ ເຮົາກໍາລັງ ສໍາຣວດຢູ່ ພວກເຮົາ ຈັດສັນ ບໍ່ທັນແລ້ວ ໃນການຈັດສັນ ບໍ່ທັນແລ້ວນີ້ ພວກເຮົາ ບໍ່ສາມາດ ກໍານົດໄດ້ໝົດ ທຸກປະເພດດິນ ທີ່ວ່າ ຄວນເກັບ ພວກເຮົາຍັງ ສໍາຣວດ ຈັດສັນ ບໍ່ທັນສໍາເຣັດ ເທື່ອ ພວກເຮົາ ກໍບໍ່ທັນໄດ້ ເກັບເທື່ອ".
ສໍາລັບ ການກໍານົດ ຣະບຽບການ ວ່າດ້ວຍ ການແຍກ ທີ່ດິນເປັນ ປະເພດ ເພື່ອເກັບ ຄ່າທໍານຽມ ໂດຍອັດຕຣາ ການຄິດໄລ່ ແລະ ຄ່າທໍານຽມ ຕາມການນໍາໃຊ້ ທີ່ດິນນີ້ ຈະອີງໃສ່ ຕາມຣາຍລະອຽດ ທີ່ໄດ້ກໍານົດໄວ້ ໃນຣັຖບັນຍັດ ເລກທີ 02 ໂດຍຢູ່ໃນ ມະຕິຕົກລົງ ຂອງສະພາ ແຫ່ງຊາດ ເລກທີ 215.