ກາຣຈັດສັນທີ່ດິນ ໃນແຂວງຫົວພັນ
2010.06.17
ກາຣຈັດສັນທີ່ດິນ ໃຫ້ປະຊາຊົນ ໃນເຂຕແຂວງ ຫົວພັນ ທີ່ໄດ້ເຣີ່ມແຕ່ປີ 1992 ເປັນຕົ້ນມາຕາມ ໂຄງກາຣສົ່ງເສີມ ໃຫ້ປະຊາຊົນ ຢຸດກາຣຖາງປ່າ ເພື່ອເຮັດໄຮ່ ແລະ ຫລຸດຜ່ອນບັນຫາ ຄວາມທຸກຂ໌ຍາກຂອງ ປະຊາຊົນນັ້ນ ເທົ່າປັຈຈຸບັນນີ້ ກໍສຳເຣັຈໄປ ແຕ່ໃນບາງແຫ່ງ ທີ່ມີຄວາມສະດວກ ໃນກາຣເດີນທາງ ໄປມາເທົ່ານັ້ນ ແຕ່ບ່ອນ ທີ່ມີບັນຫາ ໃນກາຣເດີນທາງນັ້ນ ບາງແຫ່ງກໍຍັງ ຄ້າງຄາຢູ່ ດັ່ງສະມາຊິກ ສະພາທ່ານໜຶ່ງ ໄດ້ກ່າວຢູ່ກອງ ປະຊຸມສະພາ ໃນມື້ວັນພຸທ ຜ່ານມາດ້ວຍຄວາມ ເປັນຫ່ວງວ່າ :
“ແຕ່ວ່າຂ້າພະເຈົ້າ ເຫັນວ່າບາງເຂຕ ທີ່ກາຣໄປມາ ມີຄວາມຫຍຸ້ງຍາກ ນີ້ ບໍ່ທັນແກ້ໄຂໄດ້ ເທົ່າທີ່ຄວນ ຕົວຢ່າງ ໂຄງກາຣເມືອງກວ້ານ ຢູ່ເມືອງຊຳໃຕ້ ຢູ່ແຂວງຫົວພັນ ຕັ້ງແຕ່ເຣີ່ມສຳຣວຈ ສຳຣວຈແລ້ວມານີ້ ມາຮອດ ປັຈຈຸບັນນີ້ ເປັນ 17-18 ປີແລ້ວ ແຕ່ວ່າໂຄງກາຣ ດັ່ງກ່າວບໍ່ໄດ້ ປະຕິບັຕ”.
ພ້ອມດຽວກັນນີ້ ທ່ານກໍວ່າ ເຂຕດັ່ງກ່າວເປັນ ພື້ນທີ່ຢູ່ອາສັຍ ແລະພື້ນທີ່ ກາຣຜລີຕ ຂອງປະຊາຊົນ ທີ່ຢູ່ຫ່າງໄກ ຈາກເຂຕຊົລປະທານ ບໍ່ຕໍ່າກວ່າ 9 ກິໂລແມ໊ຕ ແລະ ຣະບົບ ກາຣແຈກສົ່ງນ້ຳ ກໍຍັງບໍ່ທັນ ໄປເຖິງເທື່ອ ທັ້ງໆທີ່ເປັນເຂຕ ພູພຽງ ແລະມີພື້ນທີ່ ກາຣຜລິຕເຖິງ 300 ເຮັກຕ໊າຣ໌ ໂດຽມີ 3 ໝູ່ບ້ານດ້ວຍກັນ ຮວມເປັນ 400 ກວ່າຄອບຄົວ ຊຶ່ງສ່ວນຫລາຍ ກໍບໍ່ສາມາດ ທຳມາຫາກິນໄດ້:
“ມີ 316 ຄອບຄົວທີ່ມາ ຈາກບ່ອນອື່ນ ມາເຕົ້າໂຮມກັນ ຢູ່ຫັ້ນ ຕາມທິສທີ່ວ່າ ບ້ານນ້ອຍ ເປັນບ້ານໃຫຍ່ 316 ຄອບຄົວ ຫາກິນຍັງບໍ່ໄດ້ ປຸກເຮືອນແປະກັນ ຢູ່ຫັ້ນ ແຕ່ລະມື໊ ກໍຫາກິນ ນຳປ່ານຳດົງ ເຂົ້າປ່າຫາກິນ ຫຍັງບໍ່ໄດ້ ກໍກັບຄືນມາຊື່ໆ ບໍ່ມີຮອດນ້ຳໃຊ້ ບໍ່ມີຮອດສວນ”.
ເຈົ້າໜ້າທີ່ລາວ ທ່ານນີ້ໄດ້ເນັ້ນ ເພີ່ມວ່າ ໃນເມື່ອມີບັນຫາ ເຊັ່ນນີ້ ທາງຣັຖບາລ ກໍຄວນທີ່ຈະເອົາ ໃຈໃສ່ ຫາວິທີທາງໃຫ້ ຄວາມຊ່ວຍເຫລືອ ເຂົາເຈົ້າຢ່າງຮີບດ່ວນ ຖ້າບໍ່ດັ່ງນັ້ນ ກໍເປັນຫ່ວງທີ່ ເຂົາເຈົ້າອາຈຈະ ເຣີ່ມຫາວິທີທາງ ປູກພືຊພັນ ດ້ວຍກາຣຖາກຖາງ ແລະ ຕັດໄມ້ທຳລາຍປ່າ ເພື່ອທຳມາຫາກິນ ສືບມື້ຕໍ່ວັນໄປ.