ເຈົ້າຫນ້າທີ່ຈາກ ໂຄງການຫລຸດຜ່ອນ ຄວາມທຸກຈົນທີ່ ແຂວງອັດຕະປື ກ່າວວ່າເສັ້ນທາງ ຄົມມະນາຄົມ ແລະໂຄງຮ່າງ ພື້ນຖານ ຍັງບໍ່ທົ່ວເຖິງ ເປັນສາເຫດສຳຄັນ ໃນບັນຫາ ຄວາມທຸກຍາກ ຂອງປະຊາຊົນ ພາຍໃນແຂວງ ຊຶ່ງໃນຂນະນີ້ ຣັຖບານໄດ້ວາງ ແນວທາງພັທນາ ໄປໃສ່ກຸ່ມຫມູ່ ບ້ານຫລາຍກວ່າ ເພື່ອຈະສາມາດ ຫຼຸດຜ່ອນ ບັນຫາ ຄວາມທຸກຍາກ ຂອງປະຊາຊົນ ໃຫ້ໄດ້ພາຍ ໃນປີ 2015 ດັ່ງທ່ານກ່າວ ໃນຕອນນຶ່ງວ່າ:
"ສາເຫດທີ່ທຸກຍາກ ກໍ່ຍ້ອນພວກເຮົາ ວາງໂຄງຮ່າງນີ້ ບໍ່ທົ່ວເຖິງ ເປັນຕົ້ນວ່າ ຫັນທາງນີ້ ພວກເຮົາບໍ່ສະດວກ ຫມົດທຸກເມືອງ ການເຮັດການຜລິດ ກໍ່ໄດ້ແຕ່ບໍກິນ ແຕ່ວ່າ ຂາຍບໍ່ໄດ້ມັນ ບໍ່ມີເສັ້ນທາງ".
ທ່ານກ່າວຕໍ່ໄປວ່າ ແນວທາງການແກ້ໄຂ ຄວາມທຸກຍາກນັ້ນ ທາງອົງການພັທນາ ຊົນນະບົດ ຂອງແຂວງ ກໍ່ໄດ້ເອົາໃຈໃສ່ ວາງແນວທາງໃສ່ ໂຄງການພັທນາ ກຸ່ມຫມູ່ບ້ານ ແລະສ້າງໂຄງຮ່າງ ພື້ນຖານໃຫ້ເຊັ່ນ ຣະບົບໄຟຟ້າ ຊົນລະປະທານ ໂຮງຮຽນ ໂຮງຫມໍ ຖນົນຫົນທາງ ພ້ອມທັງຊຸກຍູ້ ການຜລິດທາງ ດ້ານການກະເສດ ຊຶ່ງໃນເວລານີ້ ໄດ້ພັທນາໄປ ແລ້ວ 2 ຫມູ່ບ້ານ ແລະຄາດວ່າ ທົ່ວແຂວງຈະຕ້ອງ ພັທນາໃຫ້ໄດ້ 30 ຫມູ່ບ້ານ ເພື່ອຈະໃຫ້ແຂວງ ອັດຕະປື ສາມາດຫລຸດພົ້ນ ຈາກຄວາມທຸກຈົນ ຕາມເປົ້າຫມາຍຂອງ ຣັຖບານພາຍ ໃນປີ 2015. ທ່ານກ່າວເພີ້ມອີກວ່າ:
"ຄາດວ່າບໍ່ໄດ້ ກໍ່ໃຫ້ມັນໄດ້ ເຄີ່ງນຶ່ງ ແລະພວກເຮົາກໍ່ ຄອ່ຍພັທນາໄປ ຕຶ່ມອີກ ບັນຫາເລື້ອງແກ້ ໄຂພວກເຮົາກໍ່ ພົບຫລາຍອຸປສັກ ເພາະວ່າທຶນຮອນ ພວກເຮົາກໍບໍ່ຫລາຍ ຜູ້ທີ່ມາລົງທືນ ເຮັດການຜລິດ ກໍ່ມີນ້ອຍ".
ແຂວງອັດຕະປື ຖືວ່າເປັນນຶ່ງ ໃນຈຳນວນ 8 ແຂວງ ທີ່ທຸກຍາກທີ່ສຸດ ໃນລາວແລະເມືອງ ທີ່ທຸກຍາກຫລາຍ ກວ່າຫມູ່ໃນແຂວງ ກໍ່ແມ່ນ 3 ຕົວເມືອງເຊັ່ນ ເມືອງຊານໄຊ, ເມືອງພູວົງ ແລະ ເມືອງໄຊເສຖາ.