ຜູ້ຖືກຜົລກະທົບ ໄດ້ຮັບຄ່າຊົດເຊີຍ ຈາກການຂຍາຍ ສນາມບີນ

ຣັຖບານລາວ ຈ່າຍຄ່າຊົດເຊີຍ ແກ່ປະຊາຊົນ ຜູ້ທີ່ໄດ້ຮັບ ຜົລກະທົບ ຈາກການຂຍາຍ ສນາມບີນ ທີ່ຫລວງພຣະບາງ ປະມານ10ລ້ານໂດລາ ສະຫະຣັຖ.
ສິດນີ
2009.09.17

ຄວາມຄືບຫນ້າໃນການ ຈ່າຍຄ່າຊົດເຊີຍ ແກ່ປະຊາຊົນ ຜູ້ທີ່ໄດ້ ຮັບຜົລກະທົບ, ຈາກໂຄງການຂຍາຍ ສນາມບີນ ທີ່ຫລວງພຣະບາງ ຂນະນີ້ຫ້ອງການ ທີ່ກ່ຽວຂ້ອງ ຂອງແຂວງດັ່ງກ່າວ, ກຳລັງ ຈ່າຍຄ່າຊົດເຊີຍ ໃຫ້ແກ່ຊາວບ້ານ ໃນມູນຄ່າທັງຫມົດ 10ລ້ານໂດລາ ຮ່ວມດ້ວຍການ ຈັດສັນພື້ນທີ່ໃຫ້ ພ້ອມທັງ ການໂຍກຍ້າຍຂອງ    ພວກຂະເຈົ້ານຳດ້ວຍ. ດັ່ງເຈົ້າຫນ້າທີ່ ຫ້ອງການດັ່ງກ່າວ ເວົ້າວ່າ:

"ດຽວນີ້ກຳລັງ ຊົດເຊີຍເຣື້ອງເງີນ ຍັງບໍ່ໄດ້ຍ້າຍ ໄປຈັກຫລັງເທື່ອ ເຣື້ອງດີນນັ້ນ ຈັດສັນໃຫ້ຫມົດແລ້ວ ໃນງົບປະມານ 10ລ້ານໂດລາ ທັງຫມົດເຮືອນນ້ອຍ ເຮືອນໃຫຍ່ ມັນຖືຕາມເຫມາະສົມ, ແມດກາເຣນື່ງ ຄິດເປັນເງີນກີບ ປະມານ3ລ້ານ."

ທ່ານກ່າວຕໍ່ໄປວ່າ ມີປະຊາຊົນ ປະມານ536ຫລັງຄາເຮືອນ ຮ່ວມດ້ວຍ4ຫມູ່ບ້ານ ໄດ້ຮັບຜົລກະທົບ ອັນໄດ້ແກ່ ບ້ານຫນອງທາຍ, ຄົມຂວງ, ທ່າໂທມແລະ ໂຄກວາ ພື້ນທີ່ ທີ່ຈັດສັນໃຫມ່ ນັ້ນມີຢູ່10ພັນເຮັກຕາ ເປັນພື້ນທີ່ເປົ່າວ່າງ ໃນເຂດບ້ານທ່າທຽນ ແລະໂພນໄຊ, ຄາດວ່າຈະທຳການ ໂຍກຍ້າຍໃຫ້ຫມົດ ໃນປີ2009ແລະ ສນາມບີນກໍ່ຈະເລີ້ມ ສ້າງໃນປີ2010. ທ່ານກ່າວເພີ້ມອີກວ່າ:

"ຄັນຊີ່ໃຫ້ພໍ ຄວາມຕ້ອງການ ປະຊາຊົນ ທີ່ຖືກກະທົບ ມັນກໍ່ບໍ່ພໍໃຈ ປານໃດ, ແຕ່ວ່າຫລັກການ ບ້ານເຮົາມັນກໍ່ ເປັນໄປຕາມຄວາມ ເຫມາະສົມ ທາງຊົດເຊີຍແດ່ ຂົນເຄື່ອນຍ້າຍ ວັດຖຸສີ່ງຂອງ ໄປຢູ່ທີ່ໃຫມ່ ໃຫ້ຣັຖບານ ຮັບຜີດຊອບໃຫ້ຫມົດ."

ໂຄງການດັ່ງກ່າວ ຣັຖບານລາວ ໄດ້ຮັບເງີນກູ້ ຈາກຈີນປະມານ 86.4ລ້ານໂດລາ ເພື່ອຍົກຣະດັບ ທາງແລ່ນຂອງ ເຄື່ອງບີນໃຫມ່, ເພື່ອຮອງຮັບ ການຂຍາຍຕົວ ດ້ານທ່ອງທ່ຽວ ຂອງແຂວງ ຫລວງພຣະບາງ ໃນອານາຄົດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.