ຂົວ ມີຕພາບ ລາວ-ໄທ ແຫ່ງທີ່ສາມ
2009.05.11
ເຈົ້າຫນ້າທີ່ຈາກ ຫ້ອງການ ໂຍທາທິການ ແລະຂົນສົ່ງ ປະຈຳແຂວງ ຄຳມ່ວນ ໄດ້ມີການ ກະຕຽມຄວາມພ້ອມ ໃນການຈ່າຍຄ່າ ຊົດເຊີຍໃຫ້ແກ່ ປະຊາຊົນ ຜູ້ທີ່ມີທີ່ດີນ ໃນບໍຣີເວນ ທີ່ຈະສ້າງຂົວ ເຂດບ້ານເວີນໃຕ້ ເມືອງທ່າແຂກ ເພື່ອຄວາມພ້ອມ ໃນໂຄງການ ດັ່ງກ່າວ ດັ່ງເຈົ້າຫນ້າທີ່ ທ່ານນື່ງເວົ້າວ່າ:
ພວກເຮົາກໍ່ລໍ ຖ້າເບີ່ງຄະນະ ກັມມະການ ກໍ່ຄືທາງເຈົ້າ ຂອງໂຄງການ ເຈົ້າຂອງກອງທືນ ຂອງໄທ ຈະເລີ້ມການລົງ ມື້ໄດ້ເມື່ອໃດ ພວກເຮົາກໍ່ພ້ອມ ແລ້ວຈະເຂົ້າຮ່ວມ ແລະຕິດຕາມ.
ເຈົ້າຫນ້າທີ່ ທ່ານດຽວກັນນັ້ນ ກ່າວເພີ້ມອີກວ່າ ທາງຝ່າຍລາວ ກ່ອນຈະມີການ ກໍ່ສ້າງນັ້ນ ກໍ່ຈະມີການ ທົບທວນ ຂໍ້ມູນອີກໃຫມ່ ເພື່ອມາທຽບໃສ່ ຂໍ້ມູນທີ່ໄດ້ ມາຈາກ ການອອກແບບວ່າ ສອດຄ່ອງຕາມທີ່ ໄດ້ຕົກລົງກັນ ໃວ້ຫລືບໍ່ ກ່ອນຈະມີການ ລົງມືໃນ ໂຄງການ ແຕ່ເທົ່າເຖີງທີ່ ຜ່ານມາ ກໍ່ພົບວ່າ ເປັນຂໍ້ມູນ ທີ່ຕົງກັນ ບໍ່ວ່າໃນເລື້ອງ ພື້ນທີ່ແລະການ ຈ່າຍຄ່າຊົດເຊີຍ ເຖີງຢ່າງໃດ ກໍ່ຕາມ ທ່ານວ່າ ທາງການແຂວງ ກໍ່ມີແຜນໃວ້ ລ່ວງຫນ້າກ່ຽວກັບ ການພັທນາ ຂົງເຂດແຫ່ງນີ້ ຫລັງຈາກຂົວສ້າງ ສຳເຣັດ. ທ່ານກ່າວເພີ້ມ ອີກວ່າ:
ພວກເຮົາກໍ່ມີ ແຜນໃນການ ກະຕຽມຕ້ອນຮັບ ການຂົນສົ່ງໄປ ຕໍ່ປະເທດ ທີສາມ ໃຫ້ການຂຍາຍ ຕົວການຂົນສົ່ງ ພວກເຮົານີ້ ມັນມີການ ຂຍາຍຕົວ ໄປໃນຫລາຍຈຸດ.
ໂຄງການສ້າງຂົວ ມີຕພາບ ລາວ-ໄທ ແຫ່ງທີ 3 ຣະຫວ່າງແຂວງ ຄຳມ່ວນຂອງລາວ ກັບແຂວງນະຄອນ ພະນົມຂອງໄທ ແມ່ນຄວາມຮ່ວມມື ຣະຫວ່າງລາວ-ໄທ ໃນພັທນາການຄ້າ ການລົງທືນ ການຂົນສົ່ງ ແລະການທ່ອງທ່ຽວ ໃນຂົງເຂດ ແຫ່ງນີ້ ບົນພື້ນຖານ ຄວາມຮວ່ມມືຈາກ ອະນຸພູມີພາກ ລຸ່ມແມ່ນ້ຳຂອງ ເພື່ອການ ເຊື່ອມໂຍງ ໃນຂົງເຂດ.