ອີຕັນ-ໄທ ສຶກສາ ການສ້າງ ໂຮງງານ ຫລອມເຫລັກ

ບໍຣິສັດ ເອກກະຊົນ ອີຕັນ-ໄທ ກຳລັງ ສຶກສາ ເຖິງຄວາມເປັນໄປໄດ້ ໃນການສ້າງຕັ້ງ ໂຮງງານ ຫຼອມເຫຼັກ ໃນແຂວງ ບໍຣິຄຳໄຊ.

ທ່ານບຸນ​ມາບຸ​ຈະ​ເຣີນຫົວໜ້າຜ​ແນ​ກ​ແຜນການ ​ແລະການ​ລົງທຶນ ​ແຂວງ​ບໍຣິຄຳ​ໄຊ ​ໄດ້​ເປີດ​ເຜີຍ​ເຖິງ​ການສຶກສາເຖິງຄວາມ​ເປັນ​ໄປ​ໄດ້ ​ໃນ​ການສ້າງ​ຕັ້ງ ​ໂຮງງານ​ຫຼອມ​ເຫຼັກໃນ​ແຂວງບໍຣິຄຳ​ໄຊຂອງບໍຣິສັດອີ​ຕັນ​-​ໄທດັ່ງ​ທີ່​ ທ່ານ​ໄດ້​ກ່າວວ່າ:

" ອີ ຕາ ລຽນ ໄທ ເພິ່ນ ມາ ສຶກສາ ສຳ ລວດ ພື້ນ ທີ່ ໃນ ຂັ້ນ ຕົ້ນ ເພື່ອ ຈະ ກຽມ ລົງມື ສ້າງຕັ້ງ ໂຮງງານ ຫຼອມ ເຫຼັກ ໃນ ຂນາດ 600 ລ້ານ ຕັນ ຕໍ່ ປີ ພື້ນ ທີ່ ຫາກ ສາມາດ ຕົກລົງ ກັນ ໄດ້ ໃນ ຕອນ ທ້າຍໆ ປີ ນີ້ ກໍ ຈະ ເລີ້ມ ໃນ ການ ສ້າງ ຕັ້ງ ໂຮງງານ ."

ທ່ານບຸນ​ມາກ່າວ​ຕໍ່​ໄປ​ວ່າບໍຣິສັດເອກ​ກະ​ຊົນອີ​ຕັນ​-​ໄທກຳລັງສຶກສາ​ເບິ່ງພື້ນ​ທີ່​ ປະມານ 800 ຫາ 1000 ​ເຮັກຕາ ​ເພື່ອສ້າງ​ ​ໂຮງງານ​ ຫຼອມ​ເຫຼັກ. ການ​ເລືອກແຂວງບໍຣິຄຳ​ໄຊກໍ​ເຫັນ​ວ່າ​ເໝາະ​ສົມ ​ໃນ​ການ​ຂົນ​ສົ່ງ ​ແຮ່​ເຫຼັກທີ່​ມີ​ການ​ຂຸດ​ຄົ້ນ​ໄດ້​ຈາກ​ແຂວງທາງ​ພາກ​ເໜືອພາກ​ກາງ ​ແລະພາກ​ໃຕ້ຂອງ​ລາວມາ​ຫຼອມ​ເປັນ​ເຫຼັກ​ກ້າຢູ່​ໂຮງງານ​ນີ້ກ່ອນ​ຈະ​ຜລິດ​ ເປັນ​ສິນຄ້າ ​ເພື່ອ​ຈຳໜ່າຍ​ ພາຍ​ໃນ​ປະ​ເທດ ​ແລະອີກ​ຈຳນວນ​ນຶ່ງ​ສົ່ງ​​ເຂົ້າ​ໄປ​ໄທ.

ອີກ​ປະການ​ນຶ່ງແຂວງບໍຣິຄຳ​ໄຊຕັ້ງ​ຢູ່​​​ໃກ້​ກັບ​ສະຖານ​ທີ່ມໍ່​ກັບ​ ພະລັງ​ ໄຟຟ້າ ​ເພື່ອ​ນຳ​ ມາ​ໃຊ້​ສຳລັບ​ໂຮງງານ​ໄດ້ສະດວກ. ການ​ກໍ່ສ້າງກະ​ວ່າ​ຈະ​ເລີ້ມ​ພາຍ​ໃນ​ປີ​ນີ້ ​ແລະຈະ​ໃຫ້​ແລ້ວ ​ໃນ​ປີ 2012.

ທ່ານບຸນ​ມາກ່າວ​​ເຖິງ​ຜົນ​ປະ​ໂຍດຈາກ​ໂຄງການ​ນີ້ວ່າ:

"​ ຖ້າໂຮງງານ ນີ້ ເກີດຂື້ນ ກໍ ຈະ ເປັນ ທ່າ ແຮງ ໃຫຍ່ ອັນ ນຶ່ງ ເປັນ ຕົ້ນ ມີໂຮງງານ ທີ່ ເປັນ ອຸດສາ ຫະກຳ ພື້ນຖານ ຜລິດ ໃຫຍ່ ພວກ ເຮົາ ກໍ ຈະ ມີ ລາຍ ຮັບ ເພີ້ ມຂື້ນ ຈາກ ທາງ ດ້ານ ພາສີ ອາກອນ ການ ຜລິດ ແລ ກໍ ຈະ ແກ້ ໄຂ ບັນຫາ ເຣື້ອງ ແຮງ ງານ ຂອງ ປະຊາຊົນ ໄດ້ ເປັນ ສ່ວນ ໃຫຍ່ .

ນອກຈາກ​ການປູກຝັງການ​ລ້ຽງສັດການ​ປູກ​ໄມ້​ອຸດສາຫະກັມການ​ບໍຣິການ ​ແລະການທ່ອງທ່ຽວຂ​ແນ​ງການ​ບໍ່​ແຮ່​ກໍ​ເປັນທ່າ​ແຮງ​ນຶ່ງທີ່ແຂວງບໍຣິຄຳ​ໄຊຕ້ອງການ​ສົ່ງ​ເສີມ ​ເພື່ອ​ສ້າງ​ລາຍ​ຮັບ ​ໃນ​ອະນາຄົດ ​ແຕ່​ໃນ​ແຂວງ​ນີ້​ ກໍ​ບໍ່​ມີການ​ຂຸດ​ຄົ້ນ​ບໍ່​ແຮ່​ເປັນຕົນ​ເປັນ​ໂຕ ມີ​ແຕ່​ການສຶກສາ​ຄົ້ນຄວ້າ​ ສອງ ​ສາມ​ລາຍ ​ເທົ່າ​ນັ້ນ.