ອີຕັນ-ໄທ ສຶກສາ ການສ້າງ ໂຮງງານ ຫລອມເຫລັກ
2008.06.25
ທ່ານ ບຸນມາ ບຸຈະເຣີນ ຫົວໜ້າ ຜແນກແຜນການ ແລະ ການລົງທຶນ ແຂວງບໍຣິຄຳໄຊ ໄດ້ເປີດເຜີຍ ເຖິງການ ສຶກສາ ເຖິງຄວາມເປັນໄປໄດ້ ໃນການສ້າງຕັ້ງ ໂຮງງານຫຼອມເຫຼັກ ໃນແຂວງ ບໍຣິຄຳໄຊ ຂອງບໍຣິສັດ ອີຕັນ-ໄທ ດັ່ງທີ່ ທ່ານໄດ້ກ່າວ ວ່າ:
“ອີຕາລຽນໄທ ເພິ່ນມາສຶກສາ ສຳລວດ ພື້ນທີ່ ໃນຂັ້ນຕົ້ນ ເພື່ອຈະກຽມ ລົງມືສ້າງຕັ້ງ ໂຮງງານ ຫຼອມເຫຼັກ ໃນຂນາດ 600 ລ້ານຕັນ ຕໍ່ປີ ພື້ນທີ່ ຫາກສາມາດ ຕົກລົງກັນໄດ້ ໃນຕອນທ້າຍໆປີນີ້ ກໍຈະເລີ້ມ ໃນການສ້າງຕັ້ງໂຮງງານ.”
ທ່ານ ບຸນມາ ກ່າວຕໍ່ໄປວ່າ ບໍຣິສັດ ເອກກະຊົນ ອີຕັນ-ໄທ ກຳລັງ ສຶກສາເບິ່ງ ພື້ນທີ່ ປະມານ 800 ຫາ 1000 ເຮັກຕາ ເພື່ອສ້າງ ໂຮງງານ ຫຼອມເຫຼັກ. ການເລືອກ ແຂວງ ບໍຣິຄຳໄຊ ກໍເຫັນວ່າ ເໝາະສົມ ໃນການຂົນສົ່ງ ແຮ່ເຫຼັກ ທີ່ມີການຂຸດຄົ້ນໄດ້ ຈາກແຂວງ ທາງພາກເໜືອ ພາກກາງ ແລະ ພາກໃຕ້ ຂອງລາວ ມາຫຼອມເປັນເຫຼັກກ້າ ຢູ່ໂຮງງານນີ້ ກ່ອນຈະຜລິດ ເປັນສິນຄ້າ ເພື່ອຈຳໜ່າຍ ພາຍໃນປະເທດ ແລະ ອີກຈຳນວນນຶ່ງ ສົ່ງເຂົ້າໄປ ໄທ.
ອີກປະການນຶ່ງ ແຂວງ ບໍຣິຄຳໄຊ ຕັ້ງຢູ່ໃກ້ກັບ ສະຖານທີ່ ມໍ່ກັບ ພະລັງ ໄຟຟ້າ ເພື່ອນຳ ມາໃຊ້ ສຳລັບໂຮງງານໄດ້ ສະດວກ. ການກໍ່ສ້າງ ກະວ່າ ຈະເລີ້ມ ພາຍໃນປີນີ້ ແລະ ຈະໃຫ້ແລ້ວ ໃນປີ 2012.
ທ່ານ ບຸນມາ ກ່າວເຖິງ ຜົນປະໂຍດ ຈາກໂຄງການນີ້ ວ່າ:
“ຖ້າໂຮງງານນີ້ ເກີດຂື້ນ ກໍຈະເປັນ ທ່າແຮງໃຫຍ່ ອັນນຶ່ງ ເປັນຕົ້ນ ມີໂຮງງານ ທີ່ເປັນ ອຸດສາຫະກຳ ພື້ນຖານຜລິດໃຫຍ່ ພວກເຮົາ ກໍຈະມີລາຍຮັບ ເພີ້ມຂື້ນ ຈາກທາງດ້ານ ພາສີອາກອນ ການຜລິດ ແລະ ກໍຈະແກ້ໄຂ ບັນຫາເຣື້ອງແຮງງານ ຂອງປະຊາຊົນໄດ້ ເປັນສ່ວນໃຫຍ່.
ນອກຈາກການ ປູກຝັງ ການລ້ຽງສັດ ການປູກໄມ້ ອຸດສາຫະກັມ ການບໍຣິການ ແລະ ການທ່ອງທ່ຽວ ຂແນງການບໍ່ແຮ່ກໍເປັນ ທ່າແຮງນຶ່ງ ທີ່ ແຂວງ ບໍຣິຄຳໄຊ ຕ້ອງການ ສົ່ງເສີມ ເພື່ອສ້າງ ລາຍຮັບ ໃນອະນາຄົດ ແຕ່ໃນແຂວງນີ້ ກໍບໍ່ມີ ການຂຸດຄົ້ນ ບໍ່ແຮ່ ເປັນຕົນເປັນໂຕ ມີແຕ່ການ ສຶກສາ ຄົ້ນຄວ້າ ສອງ ສາມລາຍ ເທົ່ານັ້ນ.