ການພັທນາ ໂຄງຮ່າງພື້ນຖານ ເຮັດໃຫ້ປ່າໄມ້ ໜ້ອຍລົງ ໃນ ສປປລາວ
2009.10.19
ກ່ຽວກັບບັນຫານີ້ ທາງການ ກໍເລັ່ງກຽມ ຈັດກອງປະຊຸມ ເພື່ອສຶກສາ ວ່າຈະໃຫ້ຜູ້ມາ ລົງທຶນ ໃນໂຄງການຕ່າງໆ ທີ່ທໍາລາຍ ພື້ນທີ່ປ່າໄມ້ ຕ້ອງໄດ້ໃຊ້ຈ່າຍ ທົດແທນ ເພື່ອການ ປົກປ້ອງຮັກສາ ສິ່ງແວດລ້ອມ ດັ່ງເຈົ້າໜ້າທີ່ ກົມປ່າໄມ້ເວົ້າວ່າ:
"ເທົ່າທີ່ສຶກສາ ມານີ້ ສາເຫດຕົ້ນຕໍ ນີ້ກະແມ່ນໂຄງການ ກໍ່ສ້າງພື້ນຖານ ໂຄງຮ່າງຕ່າງໆ ມັນກໍຮວມທັງ ເຣື້ອງການ ສ້າງເຂື່ອນໄຟຟ້າ, ການເຮັດ ຖນົນຫົນທາງ, ການສ້າງ ອ່າງເກັບນ້ຳຕ່າງໆ ບາງເທື່ອ ກໍແຕະຕ້ອງໃສ່ ເນື້ອທີ່ປ່າໄມ້ ບາງເທື່ອກໍພື້ນທີ່ ປ່າໄມ້ສູນເສັຍ."
ທ່ານເວົ້າຕໍ່ວ່າ ນອກຈາກນີ້ ບັນຫາ ທີ່ປະຊາຊົນ ຖາງປ່າເຮັດໄຮ່ ແລະ ຕັດໄມ້ຢ່າງ ຟູມເຟືອຍ ກໍເປັນສາເຫດ ສຳຄັນ ທີ່ເລັ່ງໃຫ້ປ່າໄມ້ ໃນປະເທດ ຫລຸດລົງ ຢ່າງວ່ອງໄວ ຈົນຄາດວ່າ ປັດຈຸບັນນີ້ ມີປ່າໄມ້ ຫຸ້ມພື້ນທີ່ ທົ່ວປະເທດບໍ່ເຖິງ 40ສ່ວນຮ້ອຍ.
ເຖິງຢ່າງໃດກໍຕາມ ທາງການກໍພວມ ຊອກຫາມາຕການ ມາຄວບຄຸມ ໂດຍຈະຈັດ ກອງປະຊຸມ ປຶກສາຫາລື ເພື່ອອອກຂໍ້ບັງຄັບ ໃຫ້ນັກລົງທຶນ ການພັທນາ ພື້ນຖານ ໂຄງຮ່າງ ຈ່າຍຄ່າທົດແທນ ຫາກທຳລາຍ ສະພາບແວດລ້ອມ ໃຫ້ເສັຍໄປ ຊຶ່ງແນໃສ່ເດືອນ ມົກກະຣາ ປີ2010 ເປັນຕົ້ນໄປ ແຕ່ເຈົ້າໜ້າທີ່ ກໍວ່າບໍ່ສາມາດ ເວົ້າໄດ້ວ່າ ຈະສາມາດ ປະຕິບັດໄດ້ ຕາມເວລາທີ່ ກະໄວ້ຫລືບໍ່ ດັ່ງທ່ານເວົ້າອີກວ່າ:
"ຍັງບໍ່ທັນແນ່ ເພາະວ່າເຮົາຕ້ອງ ເປີດປະຊຸມ ຟັງຄວາມຄິດ ຄວາມເຫັນ ຂອງບັນດາ ຂແນງການທີ່ ກ່ຽວຂ້ອງເສັຍກ່ອນ ແລະຈາກນັ້ນ ຄ່ອຍກ້າວໄປສູ່ ເຣື້ອງລາຍລະອຽດ ຕ່າງໆ ສ້າງເປັນນິຕິກັມ ຖ້າວ່າເປັນໄປໄດ້ ຈຶ່ງຄ່ອຍເຮັດເປັນ ຣະບຽບການ ຄັກແນ່."
ເຖິງວ່າການ ຈ່າຍຄ່າທົດແທນ ຈະເປັນໂຄງການ ທີ່ດີ ແຕ່ຫາກຍັງ ບໍ່ມີກຳນົດໃຊ້ ທີ່ແຈ່ມແຈ້ງ ແນ່ນອນ ແລະ ໂຄງການພັທນາ ພື້ນຖານໂຄງຮ່າງ ທີ່ເພີ້ມຂື້ນຢູ່ ເລື້ອຍໆ ກໍຈະເຮັດໃຫ້ພື້ນທີ່ ປ່າໄມ້ໃນລາວ ຫລຸດລົງ ຢູ່ຕລອດໄປ.