ຫົງສາລິກໄນ໊ ຕຣຽມຈ່າຍຄ່າຊົດເຊີຍ
2010.06.28
ເຈົ້າໜ້າທີ່ ຂແນງພລັງງານ ແຂວງໄຊຍະບູລີ ກ່າວເຖິງຄວາມຄືບໜ້າ ໂຄງການໄຟຟ້າ ຫົງສາລິດໄນທ ໃນເຂດເມືອງຫົງສາ ແຂວງໄຊຍະບູຣີ ວ່າຂນະນີ້ ຢູ່ໃນຂັ້ນຕອນ ການສໍາຣວດ ຜົລກະທົບຈາກ ໂຄງການ ທີ່ອາຈເກີດຂຶ້ນ ຕໍ່ປະຊາຊົນ. ຫາກເຫັນວ່າ ຜູ້ໃດຈະໄດ້ຮັບ ຜົລກະທົບນັ້ນ ກໍຈະໄດ້ຮັບ ຄ່າຊົດເຊີຍ ໃນອີກ 2-3 ເດືອນ ຫລັງຈາກເສັດສີ້ນ ຂັ້ນຕອນນີ້: ທ່ານ ກ່າວວ່າ
"ເພາະວ່າມັນ ຍັງສລຸບຕົວເລກ ອອກມາຍັງ ບໍ່ທັນໄດ້ເນາະ ພວກເຮົາຍັງເກັບ ກໍຜົລກະທົບ ຮັ້ນນະ ສລຸບຍັງບໍ່ທັນ ໄດ້ລະອຽດ ປັຈຈຸບັນນີ້ ກໍຢູ່ໃນຂັ້ນຕອນ ທີ່ພວກເຮົາ ເກັບກໍາເລື່ອງ ຜົລກະທົບ ສະພາບແວດລ້ອມເນາະ ເສຖກິດ ສັງຄົມນີ້ນະ ກໍາລັງຂຽນບົດ ຣາຍງາຍໃຫ້ ທາງຝ່າຍຣັຖບານ".
ປະຊາຊົນ ທີ່ຖືກຜົລກະທົບ ແລະ ຕ້ອງຖືກໂຍກຍ້າຍ ຢູ່ໃນເຂດ 5 ບ້ານ ຄື ບ້ານນາໜອງຄໍາ ບ້ານນາຊາຍຄໍາ ບ້ານຫານ ບ້ານທາດ ແລະບ້ານຈໍາປາ. ມີທັງໝົດ 500 ກວ່າຄອບຄົວ ທີ່ຕ້ອງໂຍກຍ້າຍ. ໃນນັ້ນ ມີສ່ວນນຶ່ງ ໄດ້ໂຍກຍ້າຍໄປ ຢູ່ພື້ນທີ່ແຫ່ງ ໃໝ່ແລ້ວ ໂດຍສະເພາະ ປະຊາຊົນ ທີ່ຢູ່ບ້ານນາ ໜອງຄໍາ ແລະນາຊາຍຄໍາ ຈະຕ້ອງ ຖືກໂຍກຍ້າຍກ່ອນ ເນື່ອງຈາກເປັນເຂດ ທີ່ຢູ່ໃກ້ໂຄງການ. ສ່ວນເຂດທີ່ຢູ່ ຫ່າງໄກອອກໄປນັ້ນ ກໍຈະຄ່ອຍໆ ໂຍກຍ້າຍໄປນໍາຫລັງ.
ສ່ວນຄວາມຄືບໜ້າ ຂອງໂຄງການຂນະນີ້ ກໍາລັງເລີ່ມນໍາ ເຄື່ອງຈັກ ເຂົ້າມາພາຍໃນ ໂຄງການ ຄາດວ່າຈະເລີ່ມ ກໍ່ສ້າງໄດ້ ໃນມໍ່ໆນີ້ ແລະຈະສໍາເຣັດ ການກໍ່ສ້າງ ໃນປີ 2015.
ໂຄງການຫົງສາ ລິກໄນ໊ ເປັນການລົງທຶນ ຮ່ວມກັນຣະຫວ່າງ ບໍຣິສັດບ້ານປູ ຈໍາກັດ (ມະຫາຊົນ) ກັບບໍຣິສັດ ຣາຊບູຣີ Holding ຈໍາກັດ (ມະຫາຊົນ) ຝ່າຍລະ 40 ເປີເຊັນ; ອີກ 20 ເປີເຊັນ ເປັນຂອງ ຣັຖວິສາຫະກິດ ຖືຮຸ້ນລາວ ເປັນໂຄງການ ຜລິດກະແສໄຟຟ້າ ໂດຍໃຊ້ທ່ານຫີນ ປະເພດລິກໄນ໊ ເປັນເຊື້ອເພິງຫລັກ, ມີກໍາລັງການ ຜລິດຂນາດ 1878 ແມັກກາວັດ.