ດິນຢູ່ວຽງຈັນຣາຄາແພງ ເລີຍເກີດການຂັຕແຍ່ງ

ດິນຢູ່ນະຄອນຫລວງວຽງຈັນ ມີຣາຄາແພງ ເຮັດໃຫ້ມີການຂັດແຍ່ງກັນຫລາຍຂື້ນ
ຈຳປາທອງ
2009.11.13

ທີ່ດິນຢູ່ເຂດຕລາດເຊົ້າ ນະຄອນຫລວງວຽງຈັນ ມີຣາຄາແພງຂື້ນ ປະມານ 3,500,000ກີບ ຕໍ່1ແມັດມົນທົນ ເຮັດໃຫ້ມີການ ຂັດແຍ່ງກັນຫລາຍຂື້ນ. ຣາຄາດິນທີ່ວ່ານີ້ ເປັນຣາຄາທີ່ ອົງການຄຸ້ມຄອງທີ່ດິນ ນະຄອນຫລວງວຽງຈັນ ໃຊ້ໃນການຄິດໄລ່ ເກັບຄ່າໂອນກັມມະສິດ ທີ່ດິນ ໃນເຂດດັ່ງກ່າວ.

ຖັດຈາກເຂດ ຕລາດເຊົ້າແລ້ວ ດິນຢູ່ເຂດບ້ານຫາຍໂສກ ບໍຣິເວນອ້ອມແອ້ມ ວັດອິນແປງ ແລະວັດອົງຕື້ ເມືອງຈັນທະບູລີ ໃຈກາງ ນະຄອນຫລວງວຽງຈັນ ກໍມີຣາຄາແພງ ຄືປະມານ 2,700,000ກີບ ຕໍ່1ແມັດມົນທົນ. ສຳລັບດິນ ຢູ່ເຂດໜອງດ້ວງ ຕລາດຂາຍສິນຄ້າຈີນ ຊັງຈ່ຽງ ໃນເຂດເມືອງ ສີໂຄດຕະບອງ ມີຣາຄາປະມານ 2,000,000ກີບ ຕໍ່1ແມັດມົນທົນ.

ສ່ວນວ່າຣາຄາດິນ ຢູ່ເຂດນອກເມືອງແດ່ ກໍມີຣາຄາຖືກລົງ ເຊັ່ນ: ຢູ່ເຂດບ້ານໂພນຕ້ອງ ແລະ ເຂດທົ່ງປົ່ງ ມີຣາຄາປະມານ 500,000ກີບ ຕໍ່1ແມັດມົນທົນ.
ດິນຢູ່ທຸກຕົວເມືອງ ໃນເຂດ ນະຄອນຫລວງວຽງຈັນ ໄດ້ຖືກທາງການລາວ ກຳນົດຣາຄາເອົາໄວ້ ຍົກເວັ້ນເມືອງປາກງື່ມ.

ບໍ່ພຽງເທົ່ານັ້ນ ທາງການລາວ ຍັງໄດ້ກຳນົດ ຄ່າຊົດເຊີຍທີ່ດິນ ຂອງປະຊາຊົນ ທີ່ຖືກໂຄງການ ຂອງຣັຖບານກວມເອົາ ໃນຣາຄາຕ່ຳທີ່ສຸດ. ຕົວຢ່າງ: ໃນການເວນຄືນ ທີ່ດິນຂອງປະຊາຊົນ ທຸກປະເພດ ຕາມແລວທາງຣົດໄຟ ໃນເຂດດົງໂພສີ ເມືອງຫາດຊາຍຟອງ ຈຳນວນ 10,890ແມັດມົນທົນ ທາງການລາວໄດ້ ນົດຣາຄາໃຫ້ພຽງ 20,000ກີບ ຕໍ່1ແມັດມົນທົນ ເທົ່ານັ້ນ.

ປະຊາຊົນເຫັນວ່າ ຣາຄາທີ່ທາງການລາວ ບົ່ງໃຫ້ນັ້ນ ແມ່ນບໍ່ເໝາະສົມ ແລະຕ່ຳເກີນໄປ ເພາະວ່າດິນ ໃນບໍຣິເວນນັ້ນ ມີຫລາຍປະເພດ: ເປັນດິນນາ, ດິນສວນ ແລະ ດິນທີ່ຍັງບໍ່ທັນ ບຸກເບີກ.

ເຖິງວ່າປະຊາຊົນ ມີຄວາມຂັດຂ້ອງກໍຕາມ ແຕ່ທາງການລາວ ກໍວ່າ ດິນ ເປັນສົມບັດຂອງຣັດ ດັ່ງທ່ານ ສົມບັດ ເຢັຍລິເຮີ ເຈົ້າຄອງນະຄອນ ຫລວງວຽງຈັນ ໄດ້ກ່າວວ່າ ຣັຖບານມີສິດ ໃຊ້ດິນຕອນໃດກໍໄດ້ ເພາະມັນເປັນຊັບສົມບັດ ຂອງວົງຄະນະຍາດ ແຫ່ງຊາດລາວ ຕາມທີ່ໄດ້ລະບຸໄວ້ ໃນມາດຕາ 17 ຂອງຣັຖທັມມະນູນ          ແຫ່ງສປປລ ແລະ ມາດຕາ 3 ຂອງກົດໝາຍ ວ່າດ້ວຍທີ່ດິນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Anonymous
Dec 24, 2009 10:45 AM

Our ancestors had fought against the Siamese,Vietnamese,French,and all enemies to defend,protect,and preserve this Lao Lanexang land for the Laotian generation.Now the smart communist laotian government want to buy and mandate people to sell the land below the the market price so they can resell or offer the +50 years-contract lease to the the foreignors for the huge profit. That is the short-tern thinking and by saying that the current government can do anything with the land according to the By-laws #17. I disagree with that because this law had just been written lately. The government can do anything they want in the communist country.The government and the people who want to sell the land or make the long -term lease must think harder, and rethink again."When you sell or lease this land,you can not buy it back because of the future inflation".
Do not sell this land for the Kip or US dollar. keep it for the next generation,so they will have the place to stay.