ຣັຖວິສາຫະກິຈ ໄຟຟ້າ ສປປລາວ
2009.09.08
ຣັຖວິສາຫະກິຈ ໄຟຟ້າລາວແຈ້ງວ່າ, ໜີ້ສິນຄ່າໄຟຟ້າ ທີ່ຍັງບໍ່ສາມາດ ເກັບໄດ້ເທື່ອນັ້ນ ມີຈຳນວນ ເພີ່ມຂື້ນເລື້ອຽໆ ຮວມເປັນທັງໝົດກວ່າ 385ຕື້ກີບ, ຊື່ງແຕ່ລະເດືອນ ມີເພີ່ມຂື້ນບໍ່ຕໍ່າ ກວ່າ4.15ຕື້ກີບ ຢ່າງໜ້າເປັນຫ່ວງ ແຕ່ສະເພາະ 6ເດືອນທຳອິດຂອງ ປີ2009ນີ້ນັ້ນ ຈຳນວນໜີ້ໄດ້ ເພີ່ມຂື້ນ159ຕື້ກີບ ໂດຽທີ່ຍັງບໍ່ທັນ ໄດ້ໄລ່ຄ່າໜີ້ສິນ ສຳລັບກາຣຕິດຕັ້ງ ຣະບົບໄຟຟ້າ ເທື່ອແຕ່ຢ່າງໃດ.
ແລະຈຳນວນໜີ້ ນັ້ນສ່ວນຫລາຍ ຈະເປັນພາຄສ່ວນ ຂອງທາງສຳນັກງານ ແລະອົງກາຣຕ່າງໆ, ຊື່ງທັ້ງໝົດໄດ້ ສົ່ງຜົລກະທົບ ໂດຽກົງຕໍ່ຣາຍຮັບ ແລະກາຣພັທນາ ວຽກງານໄຟຟ້າ ຂອງລາວ.
ສະເພາະໃນເຂຕ ນະຄອນຫລວງວຽງຈັນ ເທົ່າປັຈຈຸບັນ, ກໍຍັງມີໜີ້ຄ້າງ ທີ່ຍັງບໍ່ທັນຊຳຣະ ຫລາຍກວ່າປີທີ່ ຜ່ານມານັບເປັນ 100ລ້ານກວ່າກີບ, ຫລືຫລາຍກວ່າປີ 2007 ທີ່ມີໜີ້ທັງໝົດ 150ຕື້ກີບ, ຊື່ງໃນນັ້ນເປັນໜີ້ ຂອງອົງກາຣຈັດຕັ້ງ ຂອງຣັຖບາລກວ່າ 50ຕື້ກີບ. ທັ້ງໆທີ່ທາງ ຣັຖວິສາຫະກິຈ ກໍໄດ້ ພຍາຍາມແກ້ໄຂ ຕລອດມາ, ໂດຽມີກາຣວາງ ມາຕກາຣ ພ້ອມກັບໃຫ້ມີ ກາຣຊຳຣະໜີ້ສິນ ທັງໝົດ ຕາມກຳໜົດເວລາ, ເຖີງບາງຄັ້ງຕ້ອງ ໄດ້ມີກາຣຕັດ ກະແສໄຟຟ້າ ໂດຽທີ່ບໍ່ມີ ກາຣບອກເຕືອນຕື່ມ ອີກນັ້ນກໍຕາມ.
ເຈົ້າໜ້າທີ່ຂອງ ທາງກາຣ ຣັຖວິສາຫະກິຈ ໄດ້ໃຫ້ ກາຣຊີ້ແຈງວ່າ: ຄວາມຈີງແລ້ວ ຖ້າທຽບໃສ່ບັນດາ ປະເທສອື່ນໆ ໃນຂົງເຂຕ, ຄ່າກະແສໄຟຟ້າ ຢູ່ເມືອງລາວ ມີຣາຄາຕໍ່າທີ່ສຸດ, ພ້ອມເປັນຣາຄາ ທີ່ຕໍ່າກວ່າຕົ້ນທຶນ, ເຮັດໃຫ້ ທາງຣັຖບາລ ຕ້ອງໄດ້ຈ່າຍຕື່ມ ເປັນກາຣຖົມຂຸມ ດ້ານງົບປະມານ.
ແຕ່ໃນຂນະດຽວກັນ ຊ້ຳພັດມີຫາງສຽງ ຈາກປະຊາຊົນ ທີ່ຈົ່ມວ່າ, ຄ່າກະແສໄຟຟ້າ ມີຣາຄາສູງຂື້ນ ແລະວ່າທາງກາຣ ກ່ຽວຂ້ອງ ກໍພຍາຍາມ ເພື່ອຫລຸດຜ່ອນ ບັນຫາຄວາມຍາກຈົນ ຂອງປະຊາຊົນ ດັ່ງກ່າວນີ້ ຕລອດມາ.