ຊາວເມືອງຮ້ອງຂໍໃຫ້ຣັຖ ພັທນາໂຄງຮ່າງພື້ນຖານ

ປະຊາຊົນ ເມືອງເຊບັ້ງໄຟ ແຂວງຄໍາມ່ວນ ຂໍຮ້ອງໃຫ້ ຣັຖບາລ ເຣັ່ງພັທນາ ໂຄງຮ່າງພື້ນຖານ ເພື່ອຊ່ວຍເຮັດ ໃຫ້ຊີວີຕ ກາຣເປັນຢູ່ ດີຂຶ້ນແດ່.
ອະວາຣີ
2010.09.08

ປະຊາຊົນ ເມືອງເຊບັ້ງໄຟ ແຂວງຄຳມ່ວນ ໃຫ້ທັສນະ ວ່າ ຖ້າປະຊາຊົນ ຫາກບໍ່ສາມາດ ທີ່ຈະຕ້ານ ຫລືຂັດຂວາງ ໂຄງກາຣສ້າງເຂື່ອນ ຂອງຣັຖບາລ ແຕ່ຢ່າງໃດ ນັ້ນ ກໍຂໍໃຫ້ ທາງຣັຖບາລ ມີກາຣພັທນາ ດ້ານໂຄງຮ່າງພື້ນ ຖານຕ່າງໆ ໃຫ້ແດ່ ພໍເປັນກາຣຊ່ວຍ ໃຫ້ປະຊາຊົນ ມີຊີວີຕ ຄວາມເປັນຢູ່ ທີ່ດີຂຶ້ນ ດັ່ງທ່ານ ສຸຂ ພອນຄຳດີ ຣາສດອນ ເມືອງເຊບັ້ງໄຟ ໄດ້ເວົ້າວ່າ:

“ຖ້າ ເພິ່ນມາເຮັດເນາະ ບ້ານເມືອງ ຢາກໄດ້ອີສັງ ເພີ່ນຖາມວ່າ ເຮົານາຍບ້ານ ຕອບວ່າ ຢາກໄດ້ໄຟຈາກ ເພີ່ນນີ້ແຫລະ ຢາກໃຫ້ເຮັດ ວັດວາ ສາສນາ ບ່ອນທີ່ມັນ ເປ່ເພ ແລະກໍໂຮງຮຽນ ຫ້ອງກາຣ ຢາກຂໍນຳ ເພິ່ນນີ້ແຫລະ ຖ້າບ້ານເມືອງ ວ່າເຫັນດີວ່າ ກໍບໍ່ຂັດບໍ່ເຂັນ”.

ທ່ານສຸຂ ໄດ້ໃຫ້ຄຳເຫັນ ເພີ່ມວ່າ ກາຣພັທນາ ຕ່າງໆ ຈະເປັນໂຄງກາຣ ສ້າງເຂື່ອນໄຟຟ້າ ພລັງນ້ຳ ໂຄງກາຣ ຂຸດຄົ້ນບໍ່ແຮ່ ຫລືໂຄງກາຣ ສັມປະທານ ພື້ນທີ່ ກາຣກະເສຕ ໃນທົ່ວເມືອງລາວ ໃຫ້ແກ່ນັກ ລົງທຶນ ທັ້ງພາຍໃນ ແລະຕ່າງປະເທສ ກໍຕາມ ເຊື່ອວ່າບໍ່ຕໍ່າ ກວ່າ 90% ຂອງໂຄງກາຣ ແມ່ນຢູ່ ພື້ນທີ່ດິນ ຂອງປະຊາຊົນ ຫລືຢູ່ຕາມເຂຕ ອ້ອມແອ້ມ ທີ່ຈະຕ້ອງໄດ້ ໂຍກຍ້າຍ ປະຊາຊົນ ໄປຢູ່ບ່ອນໃໝ່ ດັ່ງໂຄງກາຣ ສ້າງເຂື່ອນນ້ຳເທີນ 2 ຊຶ່ງກໍມີກາຣ ບໍຣິຫາຣ ຈັດກາຣ ເປັນຢ່າງດີ.

ໃນຂນະດຽວກັນ ທ່ານກໍມີ ຄວາມເປັນຫ່ວງ ນຳໂຄງກາຣ ພັທນາ ໃນເຂຕອື່ນໆ ທີ່ປະຊາຊົນ ອາຈບໍ່ໄດ້ຮັບ ຜົລຕອບແທນ ເທົ່າທີ່ຄວນ ໂດຽສະເພາະ ຕາມພື້ນທີ່ ທີ່ປະຊາຊົນ ຢູ່ຕາມ ເຂຕຫ່າງໄກ ສອກຫລີກ ທີ່ບໍ່ມີ ຂ່າວສາຣ ຊຶ່ງທາງກາຣ ຣັຖບາລ ກໍໄດ້ແຕ່ ອາສັຍ ຫລືຮັບຟັງ ແຕ່ກາຣຣາຍງານ ຂອງເຈົ້າໜ້າທີ່ ຜູ້ດຳເນີນກາຣ ສຳຣວຈ ເທົ່ານັ້ນ ໂດຽທີ່ບໍ່ໄດ້ ຮັບຟັງຄວາມ ຮຽກຮ້ອງ ຂອງປະຊາຊົນ ແຕ່ຢ່າງໃດນັ້ນ ກໍອາຈເປັນໄດ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.