ອົງການຄຸ້ມຄອງທີ່ດິນ ໄດ້ຮັບການຊ່ວຍເຫລືອ
2010.08.17
ພາຍຫລັງ ທີ່ທາງອົງການ ຄຸ້ມຄອງທີ່ດິນ ແຫ່ງຊາດ ແລະ ອົງການຮ່ວມມື ຣະຫວ່າງປະເທດ ຂອງເຢັຽຣະມັນ GTZ ໄດ້ລົງນາມ ໃນຂໍ້ຕົກລົງ ກ່ຽວກັບການ ຮ່າງແບບ ໂຄງການຮ່ວມມື ລາວ-ເຢັຽຣະມັນ ເພື່ອພັທນາ ນະໂຍບາຍ ກ່ຽວກັບທີ່ດິນ ໃນລະຍະຍາວ ແຕ່ເດືອນ ກໍຣະກະດາ ປີ 2009 ຫາວັນທີ 30 ມີຖຸນາ ປີ 2011 ໂດຍເລັ່ງໃສ່ 2 ແຂວງ ໄຊຍະບູລີ ແລະ ແຂວງຫລວງນໍ້າທາ ເພື່ອເຮັດເປັນ ໂຄງການຕົວຢ່າງ ປັຈຈຸບັນນີ້ ຢູ່ໃນຂັ້ນ ພິສູດຫລັກຖານ ແລະຈັດສັນ ປະເພດທີ່ດິນ ຊຶ່ງໃນແຕ່ລະປີ ຈະມີການ ວາງເປົ້າໝາຍ ການສໍາເຣັດ ການສໍາຣວດ. ເຈົ້າໜ້າທີ່ ອົງການ GTZ ປະຈໍາແຂວງ ໄຊຍະບູລີ ກ່າວວ່າ:
"ຕອນນີ້ ຍັງດໍາເນີນ ຢູ່ທີ່ວ່າ ລົງໄປເຮັດ ພິສູດຫລັກຖານ ຈັດຂັ້ນຈັດປະເພດ ການນໍາໃຊ້ ທີ່ດິນວ່າ ເຮົາສິໃຫ້ອອກ ເປັນດິນຣັຖ ບຸກຄົນ ຫລືວ່າດິນ ປະຊາຊົນ ດິນຮວມໝູ່ ຂະເຈົ້າ ຈະຈັດປະເພດ ແລະກໍຈະສົ່ງ ຂໍ້ມູນ ແຕ່ວ່າຕອນພິມ ໃບຕາດິນນີ້ ກໍາລັງຊິພິມ ພໍຢູ່ ຍັງບໍ່ໄດ້ພິມເທື່ອ".
ໃນປັຈຈຸບັນນີ້ ຍັງບໍ່ມີການ ອອກໃບຕາດິນ ໃຫ້ປະຊາຊົນ ເພາະຍັງຄາ ຢູ່ນໍາເລື່ອງ ພາບຖ່າຍດາວທຽມ ຊຶ່ງບາງຈຸດ ຍັງບໍ່ສາມາດ ເຮັດໄດ້. ຂນະດຽວກັນ ກໍຕ້ອງຖ້າໃຫ້ ແລ້ວ ການຈັດສັນ ທີ່ດິນ ໃຫ້ຖືກໝວດໝູ່ ເສັຽກ່ອນ ຈຶ່ງຈະແຍະແຍກ ປະເພດ ຂອງດິນໄດ້ ຢ່າງຖືກຕ້ອງ ແລະພິມ ໃບຕາດິນໄດ້.
ສ່ວນການວາງ ເປົ້າໝາຍ ໃນການຈັດສັນ ທີ່ດິນ ເພື່ອອອກ ໃບຕາດິນ ໃຫ້ແລ້ວໃນ ແຕ່ລະປີນັ້ນ ທາງອົງການ GTZ ຈະເປັນຜູ້ກໍານົດ ໂດຍບໍ່ຂຶ້ນກັບ ທາງການລາວ ທ່ານກ່າວຕໍ່ໄປວ່າ:
"ຈະມີເປົ້າໝາຍ ຕົວເລກ ປະມານ 3500 ຫລວງນໍ້າທາ ເປົ້າໝາຍ ແມ່ນຄາດວ່າ ຈະປະມານ 1500 ຫລັງຈາກນັ້ນ ຈະສືບຕໍ່ ໄປເລີຍ ຈະບໍ່ຖືວ່າ ສໍາເຣັດ ເພາະວ່າ ໂຄງການນີ້ ຈະແມ່ນທ້າຍເດືອນ ມີຖຸນາ 2011 ກໍຈະສືບຕໍ່ໄປ ຮອດນັ້ນ ແຕ່ວ່າ ສະເພາະເປົ້າໝາຍ ຂອງປີນີ້ ເດືອນທັນວານີ້".
ໂຄງການ ດັ່ງກ່າວ ເປັນການຮ່ວມມື ຣະຫວ່າງ ອົງການຄຸ້ມຄອງ ທີ່ດິນ ແຫ່ງຊາດ ອົງການຮ່ວມມື ດ້ານວິຊາການຂ ອງ ເຢັຽຣະມັນ ແລະຮ່ວມກັບ ຜແນກທີ່ດິນ ແຂວງ ແລະກະສິກັມ ປ່າໄມ້ແຂວງ ໂດຍເລັ່ງໃສ່ 10 ເມືອງໃນແຂວງ ໄຊຍະບູລີ ແລະອີກ 5 ເມືອງໃນແຂວງ ຫລວງນໍ້າທາ.