ຊາວບ້ານຮຽກຮ້ອງ ເຣື້ອງຄ່າທົດແທນ ແຕ່ກັບມີໂທດ ໃນໃຈຄວາມ ທີ່ຮ້ອງທຸກ
2009.09.30
ທີ່ແຂວງ ຫລວງພຣະບາງ ຊາວບ້ານສີ່ຄົນ ໄດ້ຖືກທາງການ ຄວບຄຸມຕົວໄວ້ ຍ້ອນທຳການປະທ້ວງ ອຳນາດປົກຄອງ ພ້ອມທັງຕໍ່ວ່າ ເຣື້ອງຄ່າທົດແທນ ທີ່ໄດ້ຮັບ ຈາກໂຄງການ ສ້າງສນາມກ໋ອຟ ຫລວງພຣະບາງ ຂອງບໍຣິສັດ ເອກກະຊົນ ເກົາຫລີໃຕ້ Dawoon Lao ທີ່ເຫັນວ່າບໍ່ມີ ຄວາມເປັນທັມ. ຜູ້ຕ້ອງຫາທັງ4ຄົນ ໄດ້ຖືກຕັດສີນ ທົງໂທດຈຳຄຸກ ໃນຂໍ້ຫາ ຫມິ່ນປະໝາດ ຜູ້ປົກຄອງແຂວງ ແລະຄະດີອື່ນໆ ອີກ2-3ຄະດີ. ດັ່ງເຈົ້າໜ້າທີ່ ຜູ້ນຶ່ງ ອະທິບາຍວ່າ:
"ພວກທີ່ວ່າທີ່ດິນ ຂອງຂະເຈົ້າໃນ ເຂດສນາມກ໋ອຟ ຂະເຈົ້າບໍ່ພໍໃຈຕໍ່ ການນຳຂອງແຂວງ ແລະຂະເຈົ້າກໍຂຽນໃບ ເວົ້າແນວບໍ່ດີ ຂຽນໂຈມຕີຣັຖບານ ຖືກຕັດສີນ ແລ້ວພວກນີ້ ຖືກຈຳຄຸກໄປແລ້ວ."
ທ່ານເວົ້າອີກວ່າ ບຸກຄົນເຫລົ່ານີ້ ຍຸຍົງປຸກລຸກ ປະຊາຊົນ ຜູ້ຢູ່ອາໃສ ໃນເຂດພື້ນທີ່ ສັມປະທານໂຄງການ ສ້າງສນາມກ໋ອຟ ເພື່ອທຳການປະທ້ວງ ຕໍ່ຣັຖບານ, ຊຶ່ງເປັນການເຮັດ ຜິດຕໍ່ກົດໝາຍ ສປປລາວ. ຖ້າຫາກວ່າ ປະຊາຊົນ ບໍ່ພໍໃຈຕໍ່ການ ຈ່າຍຄ່າທົດແທນ, ໃນກໍຣະນີນີ້ ພວກຂະເຈົ້າກໍ ສາມາດຕົກລົງກັບ ທາງການແຂວງໄດ້ ແຕ່ບຸກຄົນທັງ 4ໃຈຮ້ອນ ຈຶ່ງກໍ່ໃຫ້ເກີດ ບັນຫາດັ່ງກ່າວ.
ສຳລັບເງິນຈ່າຍ ທົດແທນພຽງແຕ່ 500ໂດລາ ຕໍ່ພື້ນທີ່ດິນ1ເຮັກຕາ ຊື່ງສ້າງຄວາມ ບໍ່ພໍໃຈໃຫ້ ປະຊາຊົນ ຈຳນວນນຶ່ງນັ້ນ ເຈົ້າໜ້າທີ່ ຜູ້ເກົ່າເວົ້າວ່າ:
"ໂຕນີ້ມັນກໍເປັນ ການຊົດເຊີຍເບື້ອງຕົ້ນ ຄັນປະຊາຊົນ ບໍ່ພໍໃຈກໍມີການ ຕໍ່ລອງກັນໄດ້ ຕໍ່ລອງໃຫ້ມັນ ສົມເຫດສົມຜົນ ໃນເງື່ອນໄຂທີ່ ຣັຖບານຈະ ສນອງໃຫ້ໄດ້ ຣັຖບານຈະ ປຶກສາຫາລືກັນ ແລະສນອງໃຫ້ ຕາມເງື່ອນໄຂ."
ເຈົ້າໜ້າທີ່ເວົ້າ ສລຸບວ່າ ສຳລັບເງິນຄ່າ ທົດແທນນັ້ນ ຈະເລີ້ມຈ່າຍໃຫ້ ປະຊາຊົນຜູ້ ທີ່ສູນເສັຍດິນ ໃນໄວໆນີ້ ຍ້ອນວ່າ ບໍລິສັດທີ່ໄດ້ ຮັບສັມປະທານ ໄດ້ເລີ້ມລົງມື ກໍ່ສ້າງໂຄງການ ສ້າງສນາມກ໋ອຟແລ້ວ.