ຣົຖໄຟລາວ ຂາດຄົນໂດຍສາຣ
2009.04.15
ຫລັງຈາກມີ ກາຣເປີດໃຊ້ ທາງຣົຖໄຟສາຍ ໜອງຄາຍຫາ ທ່ານາແລ້ງ ຢ່າງເປັນທາງກາຣ ຫວ່າງມໍ່ໆ ມານີ້ນັ້ນ ເທົ່າປັຈຈຸບັນ ນີ້ຍັງບໍ່ທັນ ມີຜູ້ໃຊ້ ບໍຣິກາຣ ຫລາຍເທົ່າ ທີ່ຄວນແລະ ບັນດານັກ ທ່ອງທ່ຽວຊາວ ຕ່າງປະເທສ ກໍບໍ່ຄ່ອຍ ໃຫ້ຄວາມສົນໃຈ ຍ້ອນວ່າຢູ່ ສະຖານີ ທ່ານາແລ້ງ ຍັງຂາດຣົຖ ບໍຣິກາຣ ທັ້ງຣົຖສາມ ລໍ້ເຄື່ອງຫລື Jumbo ແລະຣົຖໂດຽສາຣ ອື່ນໆອັນເປັນ ເຫຕໃຫ້ ປະຊາຊົນ ແລະນັກທ່ອງທ່ຽວ ຍັງຕ້ອງໃຊ້ ກາຣບໍຣິກາຣ ຜ່ານຂົວ ມີຕພາບ ລາວ-ໄທຽ ຢູ່ຄືເກົ່າ ດັ່ງທ່ານຈັນເຈົ້າ ເຮືອງສີຣິຍາ ຊາວໜອງຄາຍ ໄດ້ກ່າວວ່າ:
ສ່ວນມາກ (ຫລາຍ) ຣົຖໄຟໄປຢູ່ແຖວ ທາງແບບເໝືອນ ທາງຊົນບົທ ຫ່າງຈາກໃນເມືອງ ກໍເລີຽເດີນທາງ ໂດຽສາຣຍາກ ກວ່າທາງສະພານ (ຂົວ) ຄົນກໍເລີຽ ບໍ່ໃຊ້ພໍ ເທົ່າໃດ ຣົຖມັນນ້ອຍ ຣົຖໄຟໄປເຖີງ ທ່ານາແລ້ງໄມ່ (ບໍ່) ມີຣົຖຕໍ່ເຂົ້າ ໄປໃນເມືອງ ຂອງລາວ ຖ້າໄປດ່ານ ກວດຄົນເຂົ້າ ເມືອງຂອງລາວ ຈະມີຣົຖ ໄປທີ່ອື່ນຫລາຍ.
ກ່ຽວກັບບັນຫາ ທີ່ວ່າຍັງບໍ່ ທັນມີຄົນ ນິຍົມໃຊ້ ເທື່ອນັ້ນ ທ່ານສອນສັກ ໜໍ່ຍານຊະນະ ຮອງອະທິບໍດີ ຂອງອົງກາຣ ຣົຖໄຟ ແຫ່ງຊາຕລາວ ກໍໃຫ້ຄຳເຫັນ ວ່າຄົງເປັນ ດ້ວຍທີ່ຫາ ກໍມີກາຣ ຣີເຣີ່ມຕົ້ນ ເທົ່ານັ້ນແລະ ກໍເຊື່ອວ່າໃນ ອະນາຄົຕ ຈະມີຄົນ ນິຍົມໃຊ້ ຫລາຍກວ່າເກົ່າ ດັ່ງທີ່ທ່ານ ໄດ້ແຈ້ງວ່າ:
ເບື້ອງຕົ້ນ ເພາະວ່ຢູ່ ສະຖານີ ຍັງບໍ່ທັນ ເປັນທຸຣະກິຈ ຂາດຕົວຍັງ ຂື້ນກັບຣັຖ ຣັຖຕ້ອງໄດ້ ຄວບຄຸມສ່ວນ ໜື່ງໃນກາຣ ບໍຣິຫາຣ ເພາະວ່າເບື້ອງ ຕົ້ນມັນຕ້ອງ ຄືເຣື່ອງ ກາຣຂາດທຶນ ອີຫຍັງຕ່າງໆ ຄືຣັຖຕ້ອງຖົມ ຖົມ.
ເຖີງຢ່າງໃດ ກໍຕາມ ເປົ້າໝາຍສຳຄັນ ທີ່ສຸດຂອງ ກາຣເຊື່ອມຕໍ່ ຣົຖໄຟລາວ ກັບປະເທສ ເພື່ອນບ້ານນັ້ນ ຈະເປັນຜົລ ປໂຍຊໃນ ຣະຍະຍາວ ທີ່ຕ້ອງໄດ້ໃຊ້ ເວລາພັທນາ ຢ່າງຕໍ່ເນື່ອງ ເພື່ອໃຫ້ບັນລຸ ເປົ້າໝາຍດ້ານ ກາຣຂົນສົ່ງ Logistic ແລະກາຣທ່ອງທ່ຽວ ຕາມນະໂຍບາຍ ຂອງໂຄງກາຣ ທາງຣົຖໄຟ ອາຊ໊ຽນ.