ບຶງທາຕຫລວງ ອາຈເປັນສວນນິເວດ ສວນທັມມະຊາຕ

ອົງການອາຫານ ແລະ ການກະເສຖ ສະຫະປະຊາຊາດ ຫລື FAO ຈະພັທນາ ສ້າງບຶງທາດຫລວງ ເປັນສວນນິເວດ ສວນທັມມະຊາດ
ໂພໄຊສວັດ
2010.02.22
F-bung ຜືືນແຜ່ນດິນ ໃນເຂດບຶງທາຕຫລວງ ນະຄອນຫລວງວຽງຈັນ
RFA

ລາຍງານຂ່າວ ທ້ອງຖິ່ນ ຈາກນະຄອນຫລວງ ວຽງຈັນ ເມື່ອທ້າຍສັປດາ ຜ່ານມາ ເປີດເຜີຍວ່າ ຫລັງຈາກ FAO ໄດ້ລົງສຳຣວດ ເບິ່ງພື້ນທີ່ ບຶງທາດຫລວງ ເມືອງ ໄຊເສດຖາ ນະຄອນຫລວງ ວຽງຈັນ ຊຶ່ງມີພື້ນທີ່ 1,200ເຮັກຕາຣ ທີ່ກວມໃນ ໂຄງການພັທນາ ຂອງຣັຖບານ ໃນການສ້າງ ເມືອງໃໝ່ນັ້ນ ທາງອົງການ ກໍໄດ້ຕຽມ ແຜນການ ທີ່ຈະສ້າງ ບຶງທາດຫລວງ ເປັນສວນນິເວດ ສວນທັມມະຊາດ. ປັດຈຸບັນນີ້ ຍັງຢູ່ໃນ ຂັ້ນຕອນ ຂອງການຕົກລົງ ຂອງຣັຖບານ.

ທ່ານ David Mann ນັກວິຊາການ ພັທນາ ກະເສດສໄມໃໝ່ ຂອງອົງການ FAO ໄດ້ເວົ້າກ່ຽວກັບ ໂຄງການສ້າງສວນ ດັ່ງກ່າວ ວ່າຈຸດປະສົງ ຂອງການສ້າງ ໂຄງການ ດັ່ງກ່າວຂື້ນມາ ກໍເພື່ອ ປະຕິບັດຕາມ ນະໂຍບາຍ ຂອງຣັຖບານ ທີ່ຫວັງຈະ ຫລຸດຜ່ອນ ຄວາມທຸກຍາກ ໂດຍການ ຊອກຫາແຫລ່ງ ອາຫານໃຫ້ ປະຊາຊົນ ເຮັດໃຫ້ມີວຽກ ເຮັດງານທຳ ແລະ ຫລຸດຜ່ອນ ຄວາມຊຸດໂຊມ ໃນສັງຄົມ. ໂຄງການດັ່ງກ່າວ ຈະມີຄວາມກວ້າງ ປະມານ 20 ກິໂລແມັດ ມົນທົນ ກວມເອົາ 17 ໝູ່ບ້ານ.

ທ່ານ David Mann ກ່າວຕໍ່ໄປວ່າ ຫລັງຈາກໄດ້ຮັບ ອະນຸມັດ ຈາກຣັຖບານແລ້ວ ທາງອົງການ FAO ກໍຈະເລີ້ມ ແຜນແມ່ບົດ ແລະ ຈະມີການ ປຶກສາຫາລື ກັບບັນດາ ຜູ້ມີຜົນ ປະໂຫຍດ ຮ່ວມກັນ ທັງຜູ້ທີ່ຈະ ໃຫ້ການຊ່ອຍເຫລືອ ບໍ່ວ່າພາຍໃນ ຫລື ຕ່າງປະເທດ.

ສຳລັບຄອບຄົວ ປະຊາຊົນ ທີ່ໄດ້ຮັບຜົນ ກະທົບກະເທືອນ ກໍຈະໄດ້ຮັບ ການຊ່ອຍເຫລືອ ທົດແທນ. ໂຄງການດັ່ງກ່າວ ຈະໃຊ້ ງົບປະມານ ກວ່າ 1 ຕື້ໂດລາ ສະຫະຣັຖ ແຕ່ລາຍລະອຽດ ໃນການກໍ່ສ້າງ ຍັງບໍ່ໄດ້ຖືກ ເປີດເຜີຍ ແຈ່ມແຈ້ງເທື່ອ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.