ຜົນສະທ້ອນຈາກການພັທນາ
2010.08.09
ໂຄງການ ສ້າງເຂື່ອນຜລິດ ກະແສໄຟຟ້າ ຢູ່ໃນທົ່ວ ປະເທດ ໂຄງການ ຂຸດຄົ້ນບໍ່ແຮ່ ຕລອດຮອດ ໂຄງການປູກຝັງ ຣະດັບ ອຸດສະຫະກັມ ມັນກໍມີ ຜົນກະທົບ ຍ້ອນຫລາຍເຫດຜົນ ພະນັກງານ ຕິດຕາມການ ປະຕິບັດງານ ຂອງໂຄງການ ກໍບໍ່ມີ ພຽງພໍ ແລະເຈົ້າຂອງ ໂຄງການ ກໍບໍ່ຢາກ ປະຕິບັດ ຕາມລະບຽບ ກົດໝາ
"ການພັທນາ ມັນຕ້ອງມີ ຜົນກະທົບ ສິ່ງແວດລ້ອມ ຢູ່ແລ້ວ ຕໍ່ທັມມະຊາດ ຕໍ່ສັງຄົມ ຕົວຢ່າງ ໂຄງການສ້າງ ເຂື່ອນນໍ້າງື່ມ 2 ຖືວ່າມີ ຜົນກະທົບ ສິ່ງທັມມະຊາດ ນໍ້າມັນສີ່ ຖ້ວມປ່າໄມ້ ເຮັດໃຫ້ສິ່ງ ທີ່ເຄີຽຢູ່ ກັບນໍ້າ ມັນກໍ ສູນຫາຍໄປ ສູນພັນໄປ".
ນອກຈາກຜົນ ກະທົບຕໍ່ ທັມມະຊາດ ແລ້ວ ທ່ານວ່າ ຜົນກະທົບ ຕໍ່ສັງຄົມ ກໍມີຫລາຍ. ເມື່ອໂຄງການ ນັ້ນເກີດຂື້ນແລ້ວ ປະຊາຊົນ ຕ້ອງສູນເສັຽ ທີ່ທໍາມາ ຫາກິນ. ປະຊາຊົນ ຕ້ອງຖືກ ໂຍກຍ້າຍ ໄປຕັ້ງຖິ່ນຖານ ຢູ່ແຫ່ງອື່ນ ຊື່ງບໍ່ສາມາດ ມີລາຍໄດ້ ຄືດັ່ງທີ່ເຄີຽ ໄດ້ມາ ຫລືໂຍກຍ້າຍ ແລ້ວ ບໍ່ໄດ້ຮັບ ຄ່າທົດແທນ ທີ່ເໝາະສົມ. ທາງການລາວ ວ່າ ພຍາຍາມ ທີ່ສຸດ ທີ່ຈະບໍ່ໃຫ້ ມີຜົນກະທົບ ຫລາຍຕໍ່ສິ່ງ ແວດລ້ອມ ແລະສັງຄົມ ຖ້າປະຕິບັດ ຕາມລະບຽບ ກົດໝາຍແລ້ວ ຜົນກະທົບ ກໍໜ້ອຍລົງ:
"ຕົວຢ່າງການ ຕັ້ງໂຮງຈັກ ໂຮງງານບໍ່ ການຂຸດແຮ່ ກໍເປັນ ກິຈການໃຫ່ຽ ຂອງບໍຣິສັດ ໃຫ່ຽໆນີ່ ນອກຈາກແຮ່ຄໍາ ຍັງມີແຮ່ ສັງກະສີອື່ນໆ ແນ່ນອນມັນ ມີຜົນກະທົບ ແຕ່ທຸກສິ່ງ ທຸກຢ່າງ ຖ້າເຮົາ ປະຕິບັດ ຕາມລະບຽບ ກົດໝາຍ ຂອງສາກົນບໍ່ ກົດໝາຍຂອງ ປະເທດເຮົາບໍ່".
ແຕ່ໃນ ໂຕຈິງແລ້ວ ໃນຫລາຍໆ ໂຄງການ ເຈົ້າຂອງຜູ້ ລົງທືນ ກໍບໍ່ຄ່ອຍຢາກ ປະຕິບັດ ຕາມສັນຍາ ບໍ່ວ່າແຕ່ ໂຄງການ ຂຸດຄົ້ນບໍ່ແຮ່ ທັງຂນາດນ້ອຍ ແລະຂນາດ ໃຫ່ຽ ເພາະເປັນໂຄງການ ທີ່ອົງການ ສາກົນ ບໍ່ຊິ່ງຊອມ ນໍາຫລາຍປານໃດ ຈື່ງເກີດ ຜົນກະທົບ ໜັກ.