ໂຄງການພັທນາ ເຂດພູພຽງ ບໍລິເວນ
2010.03.24
ນັກວິຊາການ ຈາກສະມາຄົມ ເພື່ອມະນຸດ ແລະສິ່ງແວດລ້ອມ ນາໆຊາດ ເຫັນວ່າໂຄງການ ພັທນາຕ່າງໆ ໃນເຂດພູພຽງ ບໍລິເວນ ຄວນໄດ້ຮັບການ ກວດສອບ ປັບປຸງ ຄືນໃໝ່ ຢ່າງຮີບດ່ວນ ເພາະຫລາຍໆ ໂຄງການໄດ້ເລີ້ມ ລົງມືແລ້ວ ແລະໄດ້ເຮັດໃຫ້ ຊັພຍາກອນ ທັມມະຊາດ ສູນເສັຍໄປແລ້ວ ຈຳນວນນຶ່ງ. ທາງສະມາຄົມ ຢ້ານວ່າ ຫາກບໍ່ຈັດຕັ້ງແຜນ ການກວດສອບຄວບຄຸມ ອາດຈະ ບໍ່ທັນເວລາ ແລະ ຊັພຍາກອນ ທັມມະຊາດ ຈະເສັຍຫາຍໄປ ຫລາຍກວ່ານີ້. ທ່ານອະທິບາຍວ່າ:
"ຄວນຈະທົບທວນ ກິຈກັມການພັທນາ ທີ່ກຳລັງດຳເນີນ ຢູ່ດຽວນີ້ ຫລືເປັນກິຈກັມ ທີ່ມີແຜນການ ທີ່ຈະດຳເນີນ ໃນອະນາຄົດ ຊຶ່ງຖ້າພວກເຮົາ ບໍ່ຮີບດ່ວນ ສຸດທ້າຍແຜນ ຂອງພວກເຂົາສິ ບໍ່ມີປະໂຫຍດ ຢ່າງວ່າກໍມີ ຊັພຍາກອນ ຍັງເຫລືອຢູ່ໃນ ພູພຽງບໍລິເວນ".
ທ່ານເວົ້າຕໍ່ວ່າເຂດ ພູພຽງບໍລິເວນ ເປັນເຂດທີ່ມີ ຊັພຍາກອນ ທັມມະຊາດ ທີ່ອຸດົມສົມບູນ ຢ່າງຫລວງຫລາຍ. ປັດຈຸບັນນີ້ ມີບໍຣິສັດ ເອກກະຊົນ ທັງພາຍໃນ ແລະ ຕ່າງປະເທດ ພາກັນເຂົ້າມາ ຊອກຫາພື້ນທີ່ ເພື່ອຈັດຕັ້ງ ໂຄງການພັທນາ ຕ່າງໆເປັນຕົ້ນ ໂຄງການ ຂຸດຄົ້ນບໍ່ແຮ່, ໂຄງການເຂື່ອນ ໄຟຟ້ານ້ຳຕົກ ແລະ ໂຄງການ ປູກພືດອຸດສາຫະກັມ ຢ່າງກວ້າງຂວາງ.
ທ່ານເວົ້າຕື່ມອີກວ່າ ໃນການສັງເກດຂອງ ສະມາຄົມ ເພື່ອມະນຸດແລະ ສິ່ງແວດລ້ອມ ນາໆຊາດ ທີ່ເຮັດວຽກຢູ່ ໃນພື້ນທີ່ເຫັນວ່າ ໂຄງການພັທນາ ຕ່າງໆເຫລົ່ານີ້ ໄດ້ສ້າງຜົນ ກະທົບກະເທືອນ ໃຫ້ແກ່ ຊັພຍາກອນ ທັມມະຊາດ ທີ່ເປັນປ່າໄມ້ ແລະສາຍນ້ຳແລ້ວ ແລະນັບມື້ນັບ ຫລາຍຂື້ນ ໂດຍທີ່ຍັງບໍ່ມີ ໜ່ວຍງານພາກຣັຖ ໃດເຂົ້າມາ ເບິ່ງແຍງບັນຫາ ດັ່ງກ່າວນີ້ເລີຍ ແລະໃນເວລາ ດຽວກັນຈຳນວນ ໂຄງການພັທນາ ກໍມີເພີ້ມຫລາຍ ຂື້ນເລື້ອຍໆ.
ທ່ານເວົ້າມ້ວນທ້າຍວ່າ ຫາກປ່ອຍ ໃຫ້ໂຄງການພັທນາ ມີເພີ້ມຫລາຍຂື້ນ ໂດຍບໍ່ມີການ ຄວບຄຸມກວດກາ ຢ່າງຮີບດ່ວນ ບັນຫາການທຳລາຍ ຊັພຍາກອນ ທັມມະຊາດ ແລະສິ່ງແວດລ້ອມ ຈະສົ່ງຜົນ ກະທົບມາສູ່ ຊີວິດການເປັນຢູ່ ຂອງປະຊາຊົນ ລະບົບ ຊີວະນາໆພັນ ລະບົບ ນິເວດວິທຍາ ແລະ ຈະທຳລາຍຄວາມ ອຸດົມສົມບູນ ຂອງ ເຂດພູພຽງ ບໍລິເວນ ໃນລະຍະຍາວ.