ການຈັດສັນພື້ນທີ່ ກະສິກັມໃນລາວ

ການແບ່ງເຂດ ພື້ນທີ່ ກະສິກັມ ໃນທົ່ວ ປະທດລາວ ຄາດວ່າ ຈະບໍ່ແລ້ວ ໃນປີ 2010 ຍ້ອນຂາດ ບຸຄລາກອນ ຜູ້ຊ່ຽວຊານ.
ມະນີຈັນ
2010.06.10

ການແບ່ງເຂດ ພື້ນທີ່ດິນ ກະສິກັມ ໃນເມືອງຕ່າງໆ ທົ່ວປະເທດລາວ ຊຶ່ງຣັຖບານ ໄດ້ກໍານົດວ່າ ຈະໃຫ້ແລ້ວພາຍ ໃນປີ 2010 ນີ້ປາກົດວ່າ ຈະເປັນໄປ ໄດ້ຍາກຍ້ອນ ຂາດບຸຄລາກອນ ທີ່ຊ່ຽວຊານ ໃນການລົງພື້ນທີ່. ຕາມຄໍາເວົ້າຂອງ ເຈົ້າໜ້າທີ່ສູນ ສໍາຣວດແບ່ງດິນ ກະສິກັມ ກະຊວງກະສິກັມ ແລະປ່າໄມ້ ໃນນະຄອນ ຫລວງວຽງຈັນ:

"2010 ນີ້ ຢ້ານບໍ່ເສັດ ຢ້ານ 2011 ພຸ້ນລະ ມັນຫຍູ້ງຍາກ ໄທເຮົາເພາະວ່າ ພນັກງານພວກເຮົາ ຈໍານວນນຶ່ງມັນຖືກ ໄປຍົກຣະດັບ ໄປຮໍ່າໄປຮຽນ ພນັກງານບໍ່ພຽງພໍ ປານໃດ ເວົ້າປີນີ້ ມັນກໍຖືກບັງເອີນ ທີ່ວ່າພວກພນັກງານ ມັນກໍຖືກໄປ ຍົກຣະດັບ ຫົວຈັກຫລັກແຫ່ລງ ແຮງມັນບໍ່ມີ ກໍສິຄ່ອຍໄປ".

ການແບ່ງເຂດທີ່ດິນ ກະສິກັມ ອິງໃສ່ຄຸນສົມບັດ ຂອງດິນ ວ່າເໝາະສົມກັບ ການປູກ ພືດຊນິດໃດ ເພື່ອອໍານວຍຄວາມ ສະດວກ ໃຫ້ປະຊາຊົນ ໃນການເພາະປູກ ພືດຕ່າງໆ ໃຫ້ໄດ້ຜົລຜລິດ ຕາມຄວາມຕ້ອງການ. ເມືອງທີ່ໄດ້ຮັບ ການແບ່ງເຂດ ຈັດສັນໄປແລ້ວນັ້ນ ສ່ວນໃຫຍ່ເປັນເມືອງ ທີ່ຢູ່ໃນເຂດ ນອກເທສບານ ເພາະເປັນເຂດ ທີ່ມີບ່ອນທໍາ ການຜລິດຫລາຍກວ່າ ເຂດທີ່ຢູ່ໃນຕົວເມືອງ. ມາຮອດດຽວນີ້ ການແບ່ງເຂດເນື້ອທີ່ ກະສິກັມ ໃຫ້ປະຊາຊົນ ສໍາເຣັດແລ້ວ ໃນ 76 ເມືອງ ຈາກທັງໝົດ 143 ເມືອງທົ່ວປະເທດລາວ ທ່ານກ່າວຕໍ່ໄປວ່າ:

"ເລີ່ມງານຢູ່ດຽວນີ້ ເພາະວ່າ ທີມງານພວກເຮົາ ກໍຍັງຢູ່ໃນສນາມ ດຽວນີ້ ພວກເຮົາ ກໍປະມານ ຖືວ່າເສັດສົມບູນ ນີ້ກໍປະມານ 76 ເມືອງ ກໍຍັງສືບຕໍ່ຢູ່ ໃນແຜນ ປີນີ້ເຮົາ ສິໃຫ້ໄດ້ຢູ່ ປະມານ 25 ເມືອງ".

ໃນການ ແບ່ງເຂດດິນ ກະສິກັມ ນີ້ຈໍາຕ້ອງໄດ້ ລົງສຶກສາ ເກັບກໍາຂໍ້ມູນ ໃນພື້ນທີ່ ແລະນໍາດິນມາ ວິຈັຍຄວາມສົມບູນ ຂອງດິນ  ຊຶ່ງໃນການເກັບ ຂໍ້ມູນນັ້ນ ກໍປະສົບ ບັນຫາ ເພາະບາງເມືອງ ມີຂໍ້ມູນບໍ່ລະອຽດ ເມືອງຢູ່ເຂດຫ່າງໄກ ຄວາມຈະເຣີນ ຍັງເຂົ້າໄປບໍ່ເຖິງ ເຮັດຍາກທີ່ຈະ ໄດ້ຂໍ້ມູລທີ່ ຖືກຕ້ອງຕາມ ຄວາມເປັນຈິງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.