ເສັ້ນທາງເລຂ 13 ໃຕ້ ສ້າງບໍ່ໄດ້ມາຕຖານ
2009.10.08
ກາຣປັບປຸງກໍ່ສ້າງ ເສັ້ນທາງ 13 ໃຕ້ ແຕ່ດອນໜູນ ໄປຫາຫລັກທີ່ 21 ເມືອງໄຊທານີ ນະຄອນຫລວງວຽງຈັນ ເພື່ອຮອງຮັບ ງານມະຫາກັມ ກິລາຊີເກມສ໌ ຄັ້ງທີ່ 25 ທີ່ມີກຳໜົດ ຈັດຂື້ນ ໃນເດືອນທັນວານີ້ ທີ່ວ່າສ້າງ ສຳເຣັຈໄປແລ້ວນັ້ນ ປັຈຈຸບັນນີ້ ມີສະພາບເປ່ເພ ເກືອບຈະໃຊ້ກາຣ ບໍ່ໄດ້ ທັ້ງໆທີ່ໃຊ້ ງົບປະມານ ຢ່າງຫລວງຫລາຍ ໃນກາຣກໍ່ສ້າງ.
ກາຣທີ່ເສັ້ນທາງ ທີ່ສ້າງຂື້ນໃໝ່ ມີສະພາບຊຸດໂຊມ ຢ່າງວ່ອງໄວ ເຊັ່ນນີ້ ປະຊາຊົນ ທົ່ວໄປ ມີຄວາມເຫັນວ່າ ກາຣສ້າງທາງ ບໍ່ໄດ້ ຕາມມາຕຖານ ຍ້ອນບໍ່ປະຕິບັຕ ຕາມແຜນກາຣກໍ່ສ້າງ ແຕ່ຂັ້ນຕົ້ນ. ໂດຽສະເພາະ ແຕ່ຍ່ານດອນໜູນ ໄປຫາ ສນາມກິລາແຫ່ງຊາຕ ແຫ່ງໃໝ່ ຊື່ງກໍເຕັມໄປດ້ວຍ ບວກຂຸມ ຮອຍແຕກແຫງເປັນຄື້ນ ຫລຸບ-ເນີນ ຕລອດທາງ ພ້ອມກັບມີ ຂີ້ຝຸ່ນກຸ້ມກົ້ວ ທົ່ວໄປເວລາ ແດດອອກ ແລະ ເຕັມໄປດ້ວຍດິນຕົມ ໃນຍາມຝົນຕົກ ຍີ່ງມີຄວາມລຳບາກ ໃນກາຣສັນຈອນ ໄປມາ.
ເສັ້ນທາງຍ່ານນີ້ ທາງກາຣລາວ ມີແຜນເພື່ອສ້າງ ໃຫ້ເປັນທາງໃຫຍ່ ສາຍຫລັກແຫ່ງໜື່ງ ຊື່ງມີ ຄວາມຍາວ 8ຫລັກກວ່າ ສ້າງຂື້ນໂດຽ ບໍຣິສັທຈາກ ເກົາຫລີໃຕ້ ທີ່ໄດ້ດຳເນີນ ກາຣປັບປຸງກໍ່ສ້າງ ແຕ່ຕົ້ນປີ 2008 ແລະ ທາງກາຣກ່ຽວຂ້ອງ ກໍຍອມຮັບວ່າ ມີຄວາມຜິດພາດ ແຕ່ກໍຈະຮັບຜິດຊອບ ໃນກາຣປັບປຸງ ແລະ ປູຢາງ ຄືນໃໝ່ ໃຫ້ໄດ້ມາຕຖານ ຢ່າງແທ້ຈີງ, ພ້ອມກັນຢືນຢັນ ຈະໃຫ້ແລ້ວສຳເຣັຈ ທັນກັບພິທີ ກາຣເປີດງານ ແຂ່ງຂັນ ກິລາຊີເກມສ໌.
ສະເພາະເສັ້ນທາງ ແຕ່ສນາມກິລາ ໄປຫາເຂຕຫລັກ 21 ຕາມທາງຫລວງເລຂ 13ໃຕ້ນັ້ນ ປັຈຈຸບັນນີ້ ມີກາຣສ້າງແລ້ວ ກວ່າ80% ໂດຽແມ່ນບໍຣິສັທ ຈາກຢູນນານ ຂອງຈີນ ເປັນຜູ້ຮັບເໝົາ ທີ່ວ່າຈະໃຫ້ ແລ້ວເປັນທີ່ ຮຽບຮ້ອຍກ່ອນມື້ ເປີດພິທີກາຣ ແຂ່ງຂັນກິລາ ຊີເກມສ໌ ທີ່ລາວ ເປັນເຈົ້າພາບຈັດຂື້ນ ໃນຣະຫວ່າງ ວັນທີ່ 9-18 ທັນວາ 2009 ນີ້ນັ້ນ.