ງົບປະມານ ເພື່ອຄ່າຊົດເຊີຍ

ທາງການລາວ ຈັດເງິນ ງົບປະມານໄວ້ ເພື່ອໃຫ້ຄ່າ ຊົດເຊີຍແກ່ ເຈົ້າຂອງທີ່ດິນ ໃນບໍຣິເວນ ຈະສ້າງຂົວ ມິຕພາບ ລາວ-ໄທ ແຫ່ງທີ່ສາມ.
ອາວະຣີ
2009.05.06

ຫ້ອງການ ໂຍທາທິການ ແລະຂົນສົ່ງ ແຂວງຄຳມ່ວນ ໄດ້ກະຕຽມຈັດ ງົບປະມານໄວ້ 620 ລ້ານກີບ ເພື່ອໃຊ້ເປັນ ຄ່າຊົດເຊີຍໃຫ້ ແກ່ປະຊາຊົນ ທີ່ຈຳເປັນຕ້ອງ ໂຍ້ກຍ້າຍອອກຈາກ ບໍຣິເວນ ສ້າງຂົວ ມິຕພາບ ລາວ-ໄທ ແຫ່ງທີ່ສາມ ຊຶ່ງເປັນຂົວຂ້າມ ແມ່ນ້ຳຂອງ ຣະຫວ່າງ ເມືອງທ່າແຂກ ແຂວງຄຳມ່ວນ ແລະ ເມືອງນະຄອນ ພະນົມ ແຂວງນະຄອນ ພະນົມຂອງໄທ.

ເຈົ້າໜ້າທີ່ ຫ້ອງການ ໂຍທາທິການ ແລະຂົນສົ່ງ ແຂວງຄຳມ່ວນ ໄດ້ເປີດເຜີຍ ຣາຍລະອຽດ ກ່ຽວກັບເລື້ອງນີ້ ຕໍ່ນັກຂ່າວ ວິທຍຸ ເອເຊັຍເສຣີ ຂອງພວກເຮົາ ຕື່ມວ່າ:

ຈະເປັນການ ຊົດເຊີຍໃຫ້ແກ່ ປະຊາຊົນ ໃນຈຳນວນ ທີ່ມີລາຍຊື່ ລະອຽດລວມແລ້ວ ຈະເປັນປະມານ 10 ລ້ານກີບ ຕໍ່ເຈົ້ານຶ່ງ ຄືດັ່ງນີ້ ຈັດເປັນ ປະເພດຕົວໃດ ເປັນປ່າ ປ່ານ້ອຍ ຕົວໃດເປັນ ດິນນາ ທາງຣັຖບບານ ຈະຊົດເຊີຍໃຫ້ ແກ່ປະຊາຊົນ ຕາມນັ້ນ.

ເຈົ້າໜ້າທີ່ ທ່ານນີ້ ຊີ້ແຈງອີກວ່າ ຖ້າປະຊາຊົນ ຜູ້ໃດມີ ເອກກະສານ ຢືນຢັນເປັນ ເຈົ້າຂອງທີ່ດິນ ໃນບໍຣິເວນ ນັ້ນແທ້ໃຫ້ນຳ ເອກກະສານ ໄປສເນີຕໍ່ເຈົ້າ ໜ້າທີ່ ທີ່ກ່ຽວ ຂ້ອງ ເພື່ອຈະໄດ້ ຮັບຄ່າຊົດເຊີຍ ສ່ວນວ່າຈະໄດ້ ຄ່າຊົດເຊີຍ ຫລາຍເທົ່າໃດນັ້ນ ຕ້ອງຂື້ນກັບ ປະເພດທີ່ດິນ ຖ້າດິນຍັງ ເປັນປ່າ ບໍ່ໄດ້ ສ້າງສາຫຍັງ ກໍຈະໄດ້ຄ່າ ຊົດເຊີຍໜ້ອຍ; ຖ້າເປັນດິນນາ ດິນສວນ ກໍຈະໄດ້ຄ່າ ຊົດເຊີຍ ຫລາຍຂື້ນ. ສຳລັບການ ກໍ່ສ້າງນັ້ນ ເຈົ້າໜ້າທີ່ ຫ້ອງການ ໂຍທາທິການ ແລະຂົນສົ່ງ ແຂວງຄຳມ່ວນ ເວົ້າວ່າ:

ບໍຣິສັດ ອີຕາລ້ຽນ-ໄທ ສຳຣວດກະຕຽມ ການກໍ່ສ້າງ ທໍຣະນີສາຕ ວັດແທກການໄຫລ ຂອງນ້ຳ ຢູ່ຈຸດທີ່ ຕຽມການກໍ່ສ້າງ ກຳລັງຕຽມ ກໍ່ສ້າງສນາມ ຂອງທິມ ການກໍ່ສ້າງ.

ທາງການ ລາວແລະໄທ ວາງສີລາຣຶກ ເລິ້ມສ້າງຂົວ ມິຕພາບ ລາວ-ໄທ ແຫ່ງດັ່ງກ່າວ ແຕ່ວັນທີ່ 6 ມິນາ ປີ 2009 ຈະໃຊ້ ງົບປະມານສ້າງ 1,761 ລ້ານບາດ ແລະຈະສ້າງ ໃຫ້ສຳເຣັດ ໃນປີ 2012.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.