ນັກທຸຣະກິຈ ຈີນ ມີແຜນ ເຂົ້າມາລົງທຶນ ຕາມເສັ້ນທາງ R3A ຢູ່ທາງພາກເໜືອ ຂອງລາວ
2009.10.13

ເຈົ້າໜ້າທີ່ກ່ຽວຂ້ອງ ແຂວງບໍ່ແກ້ວ ກ່າວວ່າ:
"ຕອນນີ້ກໍກຳລັງ ມີນັກລົງທຶນ ສົນໃຈຫລາຍ ບໍຣິເວນຈາກ ຂົວຂ້າມຂອງ ທີ່ຈະສ້າງແຫ່ງໃໝ່ ທີ່ບໍ່ແກ້ວ ກັບເມືອງ ຊຽງຂອງ ຈັງຫວັດຊຽງຮາຍ ລຽບຕາມເສັ້ນທາງ R3A"
ທ່ານວ່າ ນັກລົງທຶນ ຈີນ ຫລິງເຫັນຊ່ອງທາງ ຂະຫຍາຍໂອກາດ ລົງທຶນໃນລາວ ໃນຂນະທີ່ທາງ ການລາວ ມີນະໂຍບາຍ ບໍ່ເກັບພາສີ ສິນຄ້າຫລາຍຢ່າງ ຈາກຈີນ ເຮັດໃຫ້ຈີນເພີ່ມ ຈຳນວນເຂົ້າມາ ເຮັດທຸຣະກິຈ ໃນດ້ານຕ່າງໆ ຢູ່ລາວ ດັ່ງເຈົ້າໜ້າທີ່ ທ່ານດຽວກັນນີ້ ເວົ້າວ່າ:
"ຈີນມີເຢິມີ ຫລາຍເຣື້ອງ ການບໍຣິການ ໂຮງແຮມເຮືອນພັກ ການກະເສດ ການປູກໄມ້ ອຸດສາຫະກັມ ຢາງພາລາ ໃນການ ພັທນາການຄ້າ ແລະການລົງທຶນ ຢູ່ທາງພາກເໜືອ ຂອງລາວ ຖນົນR3A ມີຄວາມສຳຄັນ ໃນການຕິດຕໍ່ ຣະຫວ່າງປະເທດ ຣະຫວ່າງ ລາວ-ໄທ, ລາວ-ຈີນ."
ສຳລັບດ້ານ ຝ່າຍໄທ ກໍເລີ່ມຂຍາຍ ຖນົນ ໃນຊ່ວງທີ່ຈະ ກໍ່ສ້າງ ຂົວມິຕພາບ ເພື່ອຄວາມສະດວກ ໃນການຂົນສົ່ງ ຕາມຖນົນ R3A ຊຶ່ງເປັນເສັ້ນທາງ ທີ່ໄທສາມາດ ໄປເຖິງຈີນໄດ້.
ໃນປັດຈຸບັນນີ້ ທັງ ສປປລາວ ແລະໄທ ກຳລັງພິຈາຣະນາ ເຖິງວັນເວລາ ທີ່ຈະວາງ ສີລາລຶກ ຊຶ່ງຄາດວ່າ ຈະມີຂື້ນໃນ ຕົ້ນປີ 2010 ທີ່ຈະມາເຖິງນີ້.