ຈີນໃຫ້ລາວຢືມເງິນ ເພື່ອຂຍາຍສນາມບີນ

ຈີນ ອະນຸມັດ ເງີິນກູ້ແກ່ ສປປລາວ ເພື່ອຂຍາຍ ສນາມບີນ ທີ່ຫລວງພຣະບາງ.
ສິດນີ
2010.06.02

ຣັຖບານຈີນ ໄດ້ອະນຸມັດ ເງິນກູ້ ແບບດອກເບັ້ຽຕ່ຳ ແກ່ຣັຖບານລາວ ເພື່ອຂຍາຍສນາມບິນ ນານາຊາດ ຫລວງພຣະບາງ ໃຫ້ໄດ້ມາຕຖານ ເພື່ອຮອງຮັບ ນັກທ່ອງທ່ຽວ ໃນເຂດເມືອງ ມໍຣະດົກໂລກ ທີ່ເພີ້ມຂຶ້ນ ໃນແຕ່ລະປີ ອີງຕາມການລາຍງານ ຈາກຫນັງສືພິມ ພາກຣັຖ ຂອງມື້ວັນ ອັງຄານ.

ຫນັງສືພິມ ວຽງຈັນທາຍ ລາຍງານວ່າ ງົບປະມານໃນ ການຂຍາຍສນາມບິນ ດັ່ງກ່າວ ຫລາຍກວ່າ 86 ລ້ານໂດລາ ຈະໃຊ້ເວລາໃນ ການຂຍາຍ 52 ເດືອນ ຈຶ່ງຈະສຳເຣັດ ແລະວ່າ ບໍຣິສັດກໍ່ສ້າງ CAMCE ຂອງຈີນ ຈະເປັນຜູ້ດຳເນີນ ວຽກງານການຂຍາຍ.

ໃນພິທີລົງນາມ ການຂຍາຍສນາມບິນ ຢ່າງເປັນທາງການ ວ່າງທ້າຍອາທິດນີ້ ຮອງອະທິບໍດີ ກົມການບິນພົລເຮືອນ ທ່ານ ວັນເພັງ ຈັນທະພອນ ກ່າວວ່າ ການປັບປຸງ ສນາມບີນ ຫລວງພຣະບາງ ເພື່ອຈະໃຫ້ເຄື່ອງບິນ ໂບອີງ 737 ແລະ Airbus 320 ລົງໄດ້ ຈະປະກອບດ້ວຍ ການປູຄອນກຣີດ ເສັ້ນທາງແລ່ນຂອງ ເຄື່ອງບິນທີ່ມີ ຣະຍະທາງຍາວ ປະມານ 2,900 ແມັດ ແລະກວ້າງປະມານ 45 ແມັດ ຮ່ວມດ້ວຍຫໍຮັບ ຜູ້ໂດຍສານຂນາດ 9,800 ແມດມົນທົນ.

ສນາມບິນຫລວງພຣະບາງ ທີ່ມີຢູ່ໃນ ປັດຈຸບັນ ສາມາດຮອງຮັບ ແຕ່ເຄື່ອງບີນ ATR ຊນິດ 72 ແລະ 60 ທີ່ນັ່ງ ແລະ ທາງແລ່ນຂອງ ສນາມບິນ ກໍ່ມີຄວາມຍາວ ພຽງແຕ່ 2,200 ແມັດເທົ່ານັ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.