ຈີນຮື້ຟື້ນໂຄງການ ທາງຣົດໄຟເອເຊັຽ

ຈີນຮື້ຟື້ນ ແຜນການກໍ່ສ້າງ ສາຍທາງຣົດໄຟ ເອເຊັຍຄືນໃໝ່ ຊື່ງເປັນໂຄງການ ມີມາໄດ້ ຫລາຍ ທົດສວັດແລ້ວ.
ໂພໄຊສວັດ
2010.09.21

ໃນປີ 1960 ຄນະກັມມາທິການ ເສຖກິດ ສັງຄົມ ສະຫະ ປະຊາຊາດ ສຳລັບພາກພື້ນ ເອເຊັຍ ປາຊີຝິກ ໄດ້ລິເລີ້ມແຜນການ ເສັ້ນທາງຣົດໄຟ ສາຍເອເຊັຍ ຊຶ່ງມີຄວາມ ຍາວ 114,000 ກິໂລແມັດ ເຊື່ອມຕໍ່ ເອເຊັຍ ກັບຢູໂຣບ. ໂຄງການດັ່ງກ່າວ ໄດ້ຖືກຢຸດ ສງັກລົງ ຍ້ອນສົງຄາມ ໃນອິນໂດຈີນ ແລະ ການປະຕິວັດ ສັງຄົມ ໃນຈີນ ແລະ ຍັງມີການ ຂາດແຄນທຶນຮອນ ໃນໂຄງການ ຍິ່ງໃຫຍ່ ມະຫາສານ ຂອງເອເຊັຍນີ້.

ໂຄງການດັ່ງກ່າວ ໄດ້ຖືກ ຮື້ຟື້ນຄືນມາ ມີຊີວິດອີກ ຫລັງຈາກ ຣັຖບານ 22 ປະເທດ ເອເຊັຍຕົກລົງ ໂຄງການເຊື່ອມຕໍ່ ສາຍທາງຣົດໄຟ ໃນປີ 2006. ຍິ່ງໄປກວ່ານັ້ນ ສັນຍາ ດັ່ງກ່າວແຮ່ງມີ ນ້ຳໜັກ ຕື່ມຂຶ້ນອີກ ຫລັງຈາກຈີນ ໃຫ້ການ ສນັບສນູນ ໂຄງການດັ່ງກ່າວ ເມື່ອທ້າຍເດືອນ ມິຖຸນາ ປີ 2009 ຜ່ານມາ.

ເສັ້ນທາງຣົດໄຟ ສາຍເອເຊັຍ ແຮງມີຄວາມ ສຳຄັນ ຍິ່ງຂຶ້ນໄປອີກ ເມື່ອຈີນຊຸກຍູ້ ໃຫ້ຄວາມຝັນ ທີ່ຈະເຮັດໃຫ້ ເຄືອຂ່າຍ ເສັ້ນທາງຣົດໄຟ ກາຍເປັນຄວາມຈິງ. ໂດຍສະເພາະ ໃນພູມີພາກ ເອເຊັຍ ຕາເວັນອອກ ທີ່ຈະເປັນ ພື້ນທີ່ເຊື່ອມຕໍ່ ຊຶ່ງມີຄວາມຍາວ ຂອງທາງຣົດໄຟ ຮອດ 8,000 ກິໂລແມັດ. ໄທແລະຈີນ ໄດ້ເລີ້ມ ເຈຣະຈາ ສ້າງສາຍທາງ ຣົດໄຟ ຄວາມໄວສູງ ຍາວ 850 ກິໂລແມັດ ລະຫວ່າງໜອງຄາຍ ຕິດກັບ ຊາຍແດນລາວ ຫາ ບາງກອກ. ຕໍ່ມາກໍມີ ອີກເສັ້ນນຶ່ງ ຈາກ ບາງກອກ ຫາ Padang Besar ໃນເຂດຊາຍແດນ ມາເລເຊັຍ ຊຶ່ງມີຄວາມຍາວ 1,000 ກິໂລແມັດ. ທັງສອງເສັ້ນທາງ ຈະມີມູນຄ່າ ໃນການກໍ່ສ້າງ ປະມານ 300 ຕື້ບາດ.

ບັນຫາ ໃນການກໍ່ສ້າງ ທາງຣົດໄຟ ຄວາມໄວສູງ ໄທ-ຈີນ ອັນນຶ່ງ ຄົງຈະແມ່ນ ມາຈາກຝ່າຍລາວ. ການມີສາຍທາງ ຣົດໄຟ ຄວາມໄວສູງ ເຊື່ອມຕໍ່ ໜອງຄາຍ-ບາງກອກ ຈະບໍ່ມີ ຄວາມໝາຍຫຍັງ ທາງເສຖກິດ ຫາກຂາດການ ເຊື່ອມຕໍ່ ລະຫວ່າງລາວ ຫາ ເຂດພາກໃຕ້ ຂອງຈີນ. ສາຍຣົດໄຟ ເຊື່ອມຕໍ່ ດັ່ງກ່າວ ຍັງຢູ່ໃນຂັ້ນ ພິຈາຣະນາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.