ໂຄງກາຣທາງຣົຖໄຟ ວຽງຈັນຫາພາຄເໜືອ ຂອງລາວ
2010.03.31
ໃນປັຈຈຸບັນນີ້ ທາງກາຣ ສປປລາວ ກຳລັງຢູ່ໃນຂັ້ນຕອນ ກາຣພິຈາຣະນາ ເບິ່ງຄວາມ ເປັນໄປໄດ້ ເພື່ອສ້າງທາງຣົຖໄຟ ຈາກນະຄອນຫລວງ ວຽງຈັນ ຜ່ານ ຫລວງພຣະບາງ ຂຶ້ນໄປ ເຖິງບໍ່ເຕັນ ຊຶ່ງເປັນດ່ານຊາຍແດນ ຕິດກັບແຂວງຢູນນານ ຂອງຈີນ ສຳຫລັບ ກາຣຂົນສົ່ງສິນຄ້າ ຈາກປະເທສຈີນ ລົງສູ່ພູມີພາຄ ອາຊ໊ຽນ ທີ່ລາວຈະໄດ້ຮັບ ຜົລປະໂຫຍຊນ໌ ນຳຫລາຍພໍສົມຄວນ ດັ່ງເຈົ້າໜ້າທີ່ ຈາກອົງກາຣຣົຖໄຟ ລາວໄດ້ກ່າວວ່າ:
“ວຽງຈັນ ຫລວງພຣະບາງ ບໍ່ເຕັນ ກຳລັງຢູ່ໃນຂັ້ນ ຕຣຽມກາຣຣະດັບກາງ ໃກ້ຈະສຸດທ້າຍແລ້ວ ຈະເປັນເງິນຂອງຈີນ ແຕ່ວ່າບໍຣິສັທ ຂອງຈີນຄົນ(ຜູ້)ສ້າງ”.
ພ້ອມດຽວກັນນີ້ ທ່ານກໍວ່າ ໂຄງກາຣ ສ້າງທາງຣົຖໄຟ ສາຍດັ່ງກ່າວ ຈະໄດ້ຮັບກາຣຊ່ວຍເຫລືອ ຈາກຈີນ ຊຶ່ງຈັດເຂົ້າຢູ່ໃນ ໂຄງກາຣພັທນາ ເສັ້ນທາງຣົຖໄຟ ໃນພາຄ ເໜືອຂອງລາວ ເພື່ອໃຫ້ທຸກໆແຂວງ ທີ່ມີຊາຍແດນ ຕິດກັບຈີນ ເຊື່ອມໂຍງກັນໄດ້ ເພື່ອອຳນວຍຄວາມສະດວກ ໃນກາຣຮັບສິນຄ້າ ຈາກຈີນ ແລະສົ່ງຕໍ່ໄປຍັງ ປະເທສ ໃກ້ຄຽງ ພາຍໃຕ້ຂໍ້ຕົກລົງ ຂອງກຸ່ມອາຊ໊ຽນ ແລະ ສປຈີນ:
“ກໍເພາະວ່າ ມັນມີສິນຄ້າທີ່ຈີນ ໄປເຊັນກັບ ອາຊ໊ຽນ ມັນມີ 4,000 ກວ່າຕື້ ສິນຄ້າທີ່ຈະ ເຂົ້າມາໃນເອເຊັຽ ຕຣົງນີ້ມັນເປັນ ຈຸດທີ່ດີ ໃຫ້ແກ່ກາຣຣົຖໄຟ ຂອງລາວ-ຈີນ”.
ເຈົ້າໜ້າທີ່ລາວ ທ່ານນີ້ ໃຫ້ກາຣອະທິບາຍ ເພີ່ມວ່າ ໂຄງກາຣສ້າງທາງຣົຖໄຟ ໃນລາວດັ່ງກ່າວ ຈະຖືກດຳເນີນ ໄປຕາມນະໂຍບາຍ ເຊື່ອມຄົມນາຄົມ ຣະຫວ່າງອາຊ໊ຽນ ແລະຈີນ ເພື່ອອຳນວຍຄວາມສະດວກ ໃນດ້ານຂົນສົ່ງສິນຄ້າ ຣະຫວ່າງກັນ ທີ່ຄາດວ່າຈະເຮັດໃຫ້ ປະເທສລາວ ກາຍເປັນສູນກາງ ຂອງກາຣຂົນສົ່ງ ໂດຽມີທາງຣົຖໄຟ ສາຍສຳຄັນແຫ່ງໜຶ່ງ ໃນເຂຕເອເຊັຽ ຕາເວັນອອກສ່ຽງໃຕ້ ໃນອະນາຄົຕ.