ຈີນຈະສໍາຣວດ ທາງຣົດໄຟສາຍເໜືອ

ການສໍາຣວດ ເສັ້ນທາງຣົດໄຟ ສາຍເໜືອ ວຽງຈັນ ຫລວງພຣະບາງ ບໍ່ເຕັນ ໂດຍການຮ່ວມມື ຣະຫວ່າງ ຣັຖບານລາວ ແລະ ຣັຖບານຈີນ ຄາດວ່າ ຈະເລີ້ມພາຍໃນ ອາທິດນີ້.
ມະນີຈັນ
2010.04.30

ຫລັງຈາກທີ່ໄດ້ ມີການເຊັນບັນທຶກ ຄວາມເຂົ້າໃຈກັນ MOU ເມື່ອວັນທີ 7 ເມສາຜ່ານມາ. ຕາມຄໍາເວົ້າ ຂອງເຈົ້າໜ້າທີ່ ອົງການຣົດໄຟລາວ:

"ຕົວວຽງຈັນ ຫລວງພະບາງ ບໍ່ເຕັນ ກໍຈະເລີ່ມສໍາຣວດ ໃນທິດນີ້ ອາທິດນີ້ແຫລະ ເຊັນ MOU ໄປແລ້ວ ຣັຖມົນຕຣີໄປເຊັນ ກັບມາແລ້ວ ເປັນເງິນລາວກູ້ຢືມ ມາກໍ່ສ້າງ ຈີນເປັນຄົນກໍ່ສ້າງ ໃຫ້ບໍຣິສັດຈີນ".

ທ່ານກ່າວເພີ່ມ ຕື່ມວ່າ ຄັ້ງນີ້ ລາວແລະຈີນ ໄດ້ຮ່ວມກັນຈັດ ຕັ້ງບໍຣິສັດ ເພື່ອສຶກສາ ແລະກໍ່ສ້າງເສັ້ນທາງ ຣົດໄຟ  ຍາວປະມານ “530 ກິໂລແມັຕ ໂດຍໃຊ້ກອງທຶນ ກູ້ຢືມ ລະຍະຍາວ ຈາກຣັຖບານຈີນ. ມີການປະເມີນ ງົບປະມານ ເບື້ອງຕົ້ນວ່າ ໂຄງການດັ່ງກ່າວ ຈະມີມູນຄ່າ ຫລາຍກວ່າ 4 ພັນລ້ານໂດລາ ສະຫະຣັຖ ແລະຄາດວ່າ ຈະໃຊ້ເວລາ 5 ປີ ໃນການກໍ່ສ້າງ ແລະ ອາຈຈະມີການ ນໍາຂະບວນຣົດໄຟ ຈາກຈີນ ມາໃຊ້ເພື່ອການ ໂດຍສານດ້ວຍ.

ຖ້າການກໍ່ສ້າງ ໂຄງການນີ້ສໍາເຣັດ ກໍຈະເປັນຈຸດ ເລີ່ມຕົ້ນ ຂອງເສັ້ນທາງເຊື່ອມຕໍ່ ຣະຫວ່າງ ທາງຣົດໄຟຈາກ ຂຸນມິງໃນຈີນ ເຖິງສິງກະໂປ ໃນອະນາຄົດ ຊຶ່ງຈະເປັນ ປໂຍດ ສໍາລັບທັງລາວ ແລະຈີນໃນການ ຂົນສົ່ງສິນຄ້າ ແລະຈະປ່ຽນລາວ ຈາກປະເທດ ບໍ່ມີທາງອອກ ສູ່ທະເລ ໃຫ້ກາຍເປັນສູນກາງ  ຂົນສົ່ງສິນຄ້າ ອີກດ້ວຍ.
ປັຈຈຸບັນ ລາວ ມີທາງຣົດໄຟພຽງ 3 ຈຸດ 5 ກິໂລແມັຕ ຈາກຂົວມິຕພາບ ລາວ-ໄທ ໃນແຂວງ ໜອງຄາຍ ສູ່ສະຖານີ ທ່ານາແລ້ງ ບ້ານດົງໂພສີ ໂດຍການສນັບສນູນ ຈາກຣັຖບານໄທ.

ນອກຈາກນັ້ນ ຣັຖບານໄທ ຍັງໄດ້ໃຫ້ການ ສນັບສນູນ ທາງການເງິນ ເພື່ອສ້າງທາງຣົດໄຟ ເພີ່ມຈາກສະຖານີ ທ່ານາແລ້ງ ສູ່ໃຈກາງນະຄອນ ຫລວງວຽງຈັນ ອີກ 9 ກິໂລແມັຕ  ຊຶ່ງຂະນະນີ້ ຢູ່ຣະຫວ່າງການ ອອກແບບກໍ່ສ້າງ. ພ້ອມດຽວກັນ ກໍມີການສໍາຣວດ ເສັ້ນທາງຈາກສະຖານີ ນະຄອນຫລວງວຽງຈັນ ເພື່ອເຊື່ອມຕໍ່ ກັບທາງ ຣົດໄຟສາຍເໜືອ  ແລະມີການສໍາຣວດ ເສັ້ນທາງຈາກບ້ານ ທົ່ງມັ່ງ ໄປຍັງຫລັກ ກິໂລແມັຕທີ 31 ຂອງເສັ້ນທາງ ເລກທີ 13 ໂດຍປະເທດ ເກົາຫລີໃຕ້ ອີກດ້ວຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.