ແຂວງບໍ່ແກ້ວ ຕ້ອງຮັບຜິດຊອບ ທີ່ດິນຊໍ້າຊ້ອນ

ຄນະກັມມະການ ສະເພາະກິຈ ແຂວງບໍ່ແກ້ວ ທີ່ຮັບຜິດຊອບ ວຽກງານ ທີ່ພົວພັນ ກັບການສ້າງ ຂົວມິຕພາບ ລາວ-ໄທ ແຫ່ງທີ 4 ຣະຫວ່າງ ບໍ່ແກ້ວ-ຊຽງຮາຍ ຕຣຽມເສັຽຄ່າ ຊົດເຊີຍ ໃຫ້ບໍຣິສັດ AAC Green City Lao.
ຈໍາປາທອງ
2010.06.22

ຍ້ອນເຫດຜົນທີ່ວ່າ ພື້ນທີ່ດິນ ທີ່ບໍຣິສັດ ໄດ້ຮັບສັມປະທານ ກ່ອນນັ້ນ ໄປຊ້ຳຊ້ອນກັບ ທີ່ດິນ ຂອງໂຄງການ ຂົວມິຕພາບ. ຕາມຄຳເວົ້າຂອງ ທ່ານ ຖາວອນ ວໍລະບຸດ ຮອງຫົວໜ້າ ໂຄງການກໍ່ສ້າງ ຂົວມິຕພາບ ລາວ-ໄທ ແຫ່ງທີ 4.

"ເວລານີ້ ກໍຍັງມີ ຄນະສະເພາະກິຈ ຂອງແຂວງບໍ່ແກ້ວ ທີ່ຕັ້ງຂຶ້ນຕາງໜ້າ ໃຫ້ຣັຖບານ ຊຶ່ງກຳລັງ ປຶກສາຫາລືກັນ ເພື່ອຫາວິທີ ແກ້ໄຂຢູ່ ກຳລັງປະເມີນ ຄ່າຊົດເຊີຍ ສຳລັບພື້ນທີ່ ທີ່ມັນຊ້ຳຊ້ອນກັນ".

ທ່ານເວົ້າວ່າ ທາງບໍຣິສັດ AAC ຕ້ອງການພື້ນທີ່ ແຫ່ງໃໝ່ແທນ ໂດຍໄດ້ສເນີ ຕໍ່ຣັຖບານລາວ ໃນເນື້ອທີ່ປະມານ 20 ເຮັກຕາ ທີ່ຕິດກັບ ພື້ນທີ່ເດີມ ໄປທາງໃຕ້ ໃກ້ຄຽງ ກັບຂົວ ແຕ່ທ່ານຄິດວ່າ ບໍ່ໜ້າຈະເປັນ ໄປໄດ້ ເນື່ອງຈາກວ່າ ແຂວງບໍ່ແກ້ວມີ ພື້ນທີ່ຈຳກັດ ແລະພື້ນທີ່ ທີ່ທາງບໍຣິສັດ ຕ້ອງການນັ້ນ ກໍເປັນພື້ນທີ່ ທີ່ໃກ້ຄຽງ ກັບຂົວຊຶ່ງມີ ປະຊາຊົນ ທຳການຜລິດຢູ່. ດັ່ງນັ້ນ ການແກ້ໄຂຄ່າ ຊົດເຊີຍ ຈຶ່ງໜ້າຈະເປັນ ໄປໃນລັກສນະ ເປັນເງິນຫລາຍກວ່າ.

ແຕ່ເຖິງແນວໃດ ກໍຕາມ ທ່ານກໍວ່າ ໃນຂນະນີ້ ກໍຍັງບໍ່ທັນ ມີຜົນສະຫລຸບ ຮວມທັງວ່າຈະ ຈ່າຍເປັນເງິນນັ້ນ ກໍຍັງຢູ່ໃນຂັ້ນ ຕອນຂອງການ ພິຈາຣະນາຢູ່:

"ຜົນການເຈຣະຈາ ກໍຍັງບໍ່ທັນ ສຳເຣັດ ເວລານີ້ກໍຍັງ ມີການກວດກາ ຫລັກຖານຂໍ້ມູນຕ່າງໆ ໃນການລົງທຶນ ຂອງບໍຣິສັດ ຢູ່ພື້ນທີ່ ຊ້ຳຊ້ອນນັ້ນ".

ບໍຣິສັດ AAC Green City Lao ໄດ້ຮັບ ສຳປະທານທີ່ດິນ ໃນເນື້ອທີ່ 154 ເຮັກຕາ ໃນປີ 2007 ເພື່ອພັທນາເປັນ ສູນກາງທ່ອງທ່ຽວ ເປັນເຂດສິນຄ້າ ປອດພາສີ ແລະເປັນສນາມ ກ໊ອຟ ແຄມແມ່ນ້ຳຂອງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.