Belmont Hotel ຈະສ້າງໂຮງແຮມ ຢູ່ຫລວງພຣະບາງ

ບໍຣິສັດ Belmont Hotel ໄດ້ຮັບອະນຸຍາດ ໃຫ້ລົງທຶນ ສ້າງໂຮງແຮມ ທີ່ແຂວງ ຫລວງພຣະບາງ.
ໂພໄຊສວັດ
2010.03.23

ບໍລິສັດ Belmont Hotel Investment (Laos) ໄດ້ຮັບສັມປະທານ ທີ່ດິນ ເພື່ອລົງທຶນສ້າງ ໂຮງແຮມ ຢູ່ຫລວງພຣະບາງ ຊຶ່ງໂຕແທນ ຈາກບໍຣິສັດ ແລະທາງການ ແຂວງຫລວງພຣະບາງ ໄດ້ເຊັນສັນຍາ ມື້ວັນທີ 19 ມີນາ 2010 ຜ່ານມາ. ເຈົ້າໜ້າທີ່ຜູ້ນຶ່ງ ຈາກຫ້ອງການ ແຜນການແລະ ການລົງທຶນ ເວົ້າກ່ຽວກັບເຣື້ອງນີ້ວ່າ:

"Belmont ນັ້ນເຊັນສັນຍາ ວ່າດ້ວຍການເຊົ່າ ສັມປະທານ ດິນນັ້ນແຫລ໋ະ ໃຫ້ສາມາດລົງທຶນ ໝາຍຄວາມວ່າ ດິນຕອນນັ້ນແມ່ນ ຂະເຈົ້າຊິເຮັດ ທຸຣະກິດ ດ້ານ ໂຮງແຮມ ນັ້ນກໍໄດ້ ຖືວ່າໄດ້ຕາມນັ້ນ ຢູ່ບ້ານພະນົມ ເປັນຈອມພູຫັ້ນແລ໋ະ".

ທ່ານເວົ້າຕໍ່ວ່າ ບໍຣິສັດ Belmont Hotel Investment (Laos) ໄດ້ຮັບອະນຸຍາດ ໃຫ້ເຊົ່າ ສັມປະທານ ທີ່ດິນພື້ນທີ່ ປະມານ 7.5 ເຮັກຕາຣ ໃນເຂດບ້ານພະນົມ ເມືອງຫລວງພຣະບາງ ຢູ່ຫ່າງຈາກເຂດ ເທສບານ ປະມານ 7 ຫລັກ ໂດຍຄາດວ່າພາຍໃນ 1 ເດືອນຕໍ່ໄປນີ້ ທາງບໍຣິສັດ ຈະເລີ້ມສຳຣວດ ພື້ນທີ່ເພື່ອການ ກໍ່ສ້າງຕໍ່ໄປ.

ອີງຕາມສັນຍາ ການສັມປະທານ ທາງບໍຣິສັດ ໄດ້ຮັບອະນຸຍາດ ສັມປະທານ ເປັນເວລາ 50 ປີ ເລີ້ມຕັ້ງແຕ່ປີ 2010 ເປັນຕົ້ນໄປ ແລະ ຈະສາມາດຕໍ່ອາຍຸ ໄດ້ອີກ 25 ປີ ແລະທາງບໍຣິສັດ ຈະຈ່າຍຄ່າເຊົ່າ ໃຫ້ກັບທາງການ ແຂວງມູນຄ່າ 17,655 ໂດລາ ສະຫະຣັຖ ຕໍ່ປີ.

ທ່ານເວົ້າເພີ້ມວ່າ ການລົງທຶນທາງດ້ານ ການບໍຣິການນີ້ ຖືວ່າເປັນການລົງທຶນ ສ່ວນໃຫຍ່ທີ່ເຂົ້າມາ ໃນແຂວງ ຫລວງພຣະບາງ ໂດຍໂຕເລກຂອງ ການລົງທຶນໃນປີ 2009 ຜ່ານມາຮວມທັງ ຈາກພາຍໃນ ແລະຕ່າງປະເທດ ມີມູນຄ່າປະມານ 50 ຫາ 60 ລ້ານໂດລາ ສະຫະຣັຖ ຊຶ່ງເພີ້ມຂື້ນຈາກ ປີ 2008 ລະຫວ່າງ 10 ຫາ 20 ສ່ວນຮ້ອຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.