ລາວບໍ່ເຄີຍຕໍ່ຕ້ານເຂື່ອນ ຂອງຈີນໃນແມ່ນໍ້າຂອງ

ນັກວິຊາການ ຊາວໄທ ວ່າ ລາວບໍ່ເຄີຍ ສະແດງ ຄວາມຄິດເຫັນ ເລື້ອງການສ້າງເຂື່ອນ ກັ້ນແມ່ນໍ້າຂອງ ໃນຈີນ ຍ້ອນວ່າ ລາວຕ້ອງການ ຂໍຄວາມຊ່ວຍເຫລືອ ຈາກຈີນ ຫລາຍດ້ານ.


ກົດຟັງສຽງ

ນັກຊ່ຽວຊານ ຊາວໄທ ດ້ານແມ່ນໍ້າ ເວົ້າວ່າ ເຂື່ອນ 4 ແຫ່ງທີ່ຈີນສ້າງ ກັ້ນແມ່ນໍ້າຂອງ ຊຶ່ງສ້າງຜົນກະທົບ ຕໍ່ປະເທດຕ່າງໆ ທີ່ຢູ່ເຂດ ແມ່ນໍ້າຂອງ ຕອນລຸ່ມນັ້ນ ບໍ່ເຫັນວ່າ ປະເທດໃນເຂດ ລຸ່ມແມ່ນໍ້າຂອງ ເຊັ່ນ ລາວ, ກຳພູຊາ ແລະພະມ້າ ເຄີຍໄດ້ສະແດງ ຄວາມຄິດຄວາມເຫັນ ຕໍ່ການສ້າງເຂື່ອນ ຂອງຈີນ ເຖິງມີຂໍ້ມູນວ່າ ຫາກຈີນສ້າງເຂື່ອນ ໃສ່ແມ່ນໍ້າຂອງ ຕອນເທິງ ຈະເກີດຜົນກະທົບ ຢ່າງຮ້າຍແຮງ. ໂດຍສະເພາະ ລາວ ບໍ່ເຄີຍສະແດງ ຄວາມຄິດ ຄວາມເຫັນຂອງຕົນ ກ່ຽວກັບເລື້ອງ ດັ່ງກ່າວ ຢ່າງຈະແຈ້ງ:

"ທ່ານວ່າ ແລ້ວດຽວນີ້ ລາວ ຕ້ອງໄດ້ເພິ່ງຈີນຫລາຍ ເພາະຈີນເຂົ້າ ມາລົງທຶນໃນລາວ ຢ່າງມະຫາສານ ເພາະສະນັ້ນ ລາວກໍຕ້ອງເພິ່ງຈີນ. ບໍ່ເປັນເລື້ອງແປກວ່າ  ເປັນຫຍັງລາວຈຶ່ງບໍ່ ຂັດຄ້ານ ການສ້າງເຂື່ອນ ເພາະລາວກໍເປັນ ຜູ້ສ້າງເຂື່ອນ ນຳດ້ວຍ ເລື້ອງນີ້ເປັນເລື້ອງຍາກ ແຕ່ບໍ່ແມ່ນວ່າ ເປັນເລື້ອງ ຍາກແລ້ວ ເຮົາຈະບໍ່ເຮັດຫຍັງ ເພາະມັນກ່ຽວກັບ ຕ່າງປະເທດ".

ທ່ານເວົ້າອີກວ່າ ກອງປະຊຸມກ່ຽວກັບ ການຕໍ່ຕ້ານ ໂຄງການສ້າງເຂື່ຶອນ ໃສ່ແມ່ນໍ້າຂອງ ແລະໂຄງການສ້າງເຂື່ອນ ຕ່າງໆໃນລາວ ທີ່ອົງການປົກປ້ອງ ສິ່ງແວດລ້ອມ ຈັດຂຶ້ນ ກໍໄດ້ເຄີຍເຊີນ ຄນະຜູ້ແທນ ສປປລາວ, ໄທ, ກຳພູຊາ, ວຽດນາມ ແລະພະມ້າ ເຂົ້າຮ່ວມ. ແຕ່ສັງເກດ ເຫັນແຈ້ງວ່າ ລາວບໍ່ເຄີຍສະແດງ ຄວາມເຫັນຕໍ່ຕ້ານ ໂຄງການສ້າງເຂື່ອນ ຂອງຈີນ.

ທ່ານວ່າ ເປັນເລື້ອງຍາກ ທີ່ຈະເຮັດໃຫ້ຈີນ ເຫັນຄວາມສຳຄັນ ຂອງບັນຫາ ທີ່ເກີດຈາກການ ສ້າງເຂື່ອນ ໃສ່ແມ່ນໍ້າຂອງ ເພາະຈີນບໍ່ເຄີຍສົນໃຈ ນຳຄວາມເຫັນຂອງ ຕ່າງປະເທດຢູ່ແລ້ວ. ດັ່ງນັ້ນ ທຸກພາກສ່ວນ ທັງປະຊາຊົນ, ອົງການປົກປ້ອງ ສິ່ງແວດລ້ອມ ແລະຕົວແທນຣັຖບານ ທຸກປະເທດ ທີ່ກ່ຽວຂ້ອງ ຄວນຮ່ວມມືກັນ ຢ່າງຈິງຈັງ ເພື່ອຫາທາງ ແກ້ໄຂ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org