ປັດຈຸບັນ ສັງຄົມລາວ ໄດ້ກາຍເປັນ ສັງຄົມ ທີ່ເຕັມໄປດ້ວຍ ຄວາມບໍ່ຍຸຕິທັມ ແລະຄວາມບໍ່ສເມີພາບ. ຜູ້ມີອຳນາດ ນັບມື້ ນັບກອບໂກຍ ແລະ ຮັ່ງມີ ເປັນດີຂື້ນ, ສ່ວນ ປະຊາຊົນ ແລະ ພະນັກງານ ທັມມະດາ ສາມັນ ນັບມື້ ນັບດ້ອຍໂອກາດ ແລະ ທຸກຍາກ ຂາດເຂີນ.
ທ່ານ ວຽງວັນ ຄຳພາພັນ, ບັນນາທິການ ວາຣະສານ ກໍ່ສ້າງພັກ, ເຄີຍກ່າວວ່າ ລູກເຈົ້າ ຫລານນາຍ, ສ່ວນຫລາຍ, ມັກພາກັນ ເຂົ້າເຮັດວຽກ ຢູ່ໃນ ຜແນກການ ທີ່ກ່ຽວກັບ ເສຖກິດ, ການຄ້າ, ການເງິນ ແລະ ພາສີອາກອນ ຫລາຍກວ່າ ຜແນກ ອື່ນໆ. ຜູ້ມີອຳນາດ ຍິ່ງມີໂອກາດ ຍິ່ງນັບມື້ ນັບຮັ່ງມີ ເປັນດີຂື້ນ. ຕົງກັນຂ້າມ, ຜູ້ທຸກຍາກ ພັດນັບມື້ ນັບທຸກຍາກ ຂາດເຂີນ ລົງ. ຖ້າມີໂອກາດ ໄດ້ວຽກງານ ກັບຣັຖບານ, ກໍມີແຕ່ ໄດ້ວຽກ ຢູ່ໃນຜແນກ ທີ່ບໍ່ມີ ຣາຍໄດ້ ພິເສດ ເທົ່ານັ້ນ ຫລື ຖ້າຈະເວົ້າ ອີກຢ່າງນຶ່ງ, ພະນັກງານ ຂອງຣັຖ ສ່ວນໜ້ອຍນຶ່ງ ຍຸທ່າງສວຍໃຊ້ ຊ່ອງຫວ້າງ ເພື່ອກອບໂກຍ; ແຕ່ ພະນັກງານ ສ່ວນຫລາຍແລ້ວ ທຸກຍາກ ຂາດເຂີນ ຕລອດເວລາ. ຄວາມບໍ່ສເມີພາບ ແລະ ຄວາມບໍ່ຍຸຕິທັມ ເຫລົ່ານີ້ ຍິ່ງຈະ ສ້າງໃຫ້ ເກີດມີ ຂໍ້ຂັດແຍ້ງຂື້ນ ຢູ່ໃນສັງຄົມລາວ ແລະ ຈະສົ່ງຜົນ ກະທົບ ກະເທືອນ ຕໍ່ການສ້າງສາ ພັທນາ ເສຖກິດ ຂອງຊາດ ຕລອດເຖິງ ບົດບາດ ຂອງການນຳພາ ຂອງພັກ.
ທ່ານ ວຽງວັນ ກ່າວຢ້ຳວ່າ ປັດຈຸບັນ ຜູ້ໃດ ມີໂອກາດ ກໍຍິ່ງກິນ ແລະ ຮັ່ງມີ ເປັນດີ ຂື້ນເລື້ອຍໆ, ສ່ວນຜູ້ບໍ່ມີການກິນ ກໍກິນເວລາ, ບໍ່ຕັ້ງໃຈ ເຮັດວຽກງານ ໃຫ້ດີ ເທົ່າທີ່ ຄວນ. ຍ້ອນດັ່ງນັ້ນ, ຣັຖບານ ຈຶ່ງສູນເສັຍ ຣາຍໄດ້ ຈາກການເກັບ ພາສີອາກອນເຖິງ 60-70% ໃນແຕ່ລະປີ, ພາໃຫ້ ຣັຖບານ ຂາດເຂີນ ງົບປະມານ ຕລອດເວລາ. ໃນຂະນະດຽວກັນ ຣັຖບານ ກໍຕິດໜີ້ ຕ່າງປະເທດ ເພີ່ມຂື້ນ ຢ່າງບໍ່ຢຸດຢັ້ງ ທຸກໆປີ.
ຄວາມເວົ້າຊອກຫາຂໍ້ມູນ : ສໍ້ຣັຖ, corruption