ສໍ້ຣາສ ບັງຫລວງ

ອົງການທີ່ ບໍ່ຂື້ນກັບ ຣັຖບານຂອງ ຕ່າງປະເທດ ວ່າການ ສໍ້ຣາສ-ບັງຫລວງ ຢູ່ ສປປລາວ ມີຫລາຍ ວິທີທາງ

ອົງການທີ່ບໍ່ ຂື້ນກັບຣັຖບານ ຂອງຕ່າງປະເທດ ຢູ່ລາວວ່າ ການສໍ້ຣາສ ບັງຫລວງຢູ່ ສປປລາວ ມີຫລາຍວິທີ ທາງແຕ່ບາງເທື່ອ ກໍຕອ້ງໄດ້ ເຮັດແບບມະລຸ້ມ ມະລ້ວຍໄປນຳ ເພື່ອໃຫ້ໄດ້ ວຽກຂອງຕົນ. ແລະສ່ວນຫລາຍ ກໍແມ່ນໃນ ໜ່ວຍງານຂອງ ຣັຖບານມີ ການສໍ້ໂກງ ຫລາຍກວ່າໜ່ວຍ ງານເອກກະຊົນ.

ກ່ຽວກັບບັນ ຫານີ້ເຈົ້າ ໜ້າທີ່ໄທ ທ່ານນຶ່ງທີ່ ເຮັດວຽກກ່ຽວກັບ ອົງການອິສຣະ ໃນນະຄອນຫລວງ ວຽງຈັນໄດ້ ກ່າວເຖິງ ປະສົພການ ຂອງຕົນທີ່ ເຄີຍພົບຜ່ານມາ ວ່າສຳລັບຢູ່ ໃນອົງການ ທີ່ບໍ່ຂື້ນກັບ ຣັຖບານນັ້ນ ແມ່ນບໍ່ເຄີຍເຫັນ:

ທ່ານວ່າສະເພາະ ອົງການ ທີ່ບໍ່ຂື້ນ ກັບຣັຖບານ NGO ແມ່ນບໍ່ເຄີຍເຫັນ ເວົ້າໄດ້ເຕັມ ປາກວ່າຍັງ ບໍ່ເຄີຍເຫັນຄົນ ໃນອົງການ NGO ສໍ້ຣາສບັງຫລວງ ໂກງເອົາເງິນແຕ່ ທາງພາກຣັດບາງ ເທື່ອກໍເຄີຍເຫັນ

ຍານາງວ່າ ສ່ວນຫລາຍຈະ ເຫັນໃນເລື່ອງ ຂອງການຈ່າຍເງິນ ໃຫ້ພວກຄົນ ທີ່ມາເຂົ້າຮ່ວມ ກອງປະຊຸມ ຄືວ່າເຮັດ ບັນຊີລາຍງານ ຂໍງົບປະມານ ລາຍຈ່າຍໃຫ້ ຜູ້ເຂົ້າຮ່ວມ ກອງປະຊຸມ ໃນແຕ່ລະ  ຄັ້ງນັ້ນ ຫລາຍກວ່າຈຳນວນ ຜູ້ມາເຂົ້າຮ່ວມ ກອງປະຊຸມ ຕົວຈິງແຕ່ ຜູ້ມີໜ້າທີ່ຈ່າຍ ກໍຈຳເປັນຕ້ອງ ໄດ້ຈ່າຍອອກ ຕາມຈຳນວນ ທີ່ໄດ້ມີ ການສເນີໄປ. ເລື່ອງດັ່ງກ່າວ ມັກຈະເກີດ ຂື້ນຢູ່ສເມີ ເວລາມີການ ຈັດກອງ ປະຊຸມຮ່ວມກັນ ລະຫວ່າງພາກຣັດ ແລະພາກ ເອກກະຊົນ.

ແຕ່ເຖິງຢ່າງ ໃດກໍຕາມ ເພື່ອໃຫ້ວຽກງານ ດຳເນີນໄປ ໄດ້ດ້ວຍດີ ທັງສຳລັບ ໜ່ວຍງານຂອງຣັດ ແລະໜ່ວຍງານ ພາກເອກກະ ຊົນນັ້ນຍານາງ ກໍວ່າອັນ ໃດປ່ອຍໄດ້ ເຮົາກໍປ່ອຍໄປ.

ຍານາງວ່າ ເຮົາເປັນ NGO ຄົນເຂົາຈະບໍ່ເຊື່ອ NGO ຢູ່ປະເທດລາວ ຄົນທີ່ເປັນ ແກ່ນຳກໍຄື ຄົນຂອງຣັດ ເພາະວ່າຄົນທີ ເປັນຫົວໜ້າກໍ ຕ້ອງເປັນຄົນ ຂອງຣັຖບານ ແຕ່ຄົນຂອງ NGO ເປັນພຽງຜູ້ ໃຫ້ການ ສະໜັບສະໜູນ ດັ່ງນັ້ນເພື່ອເຮັດ ໃຫ້ວຽກງານ ເຮົາສຳເລັດ ແນວໃດປ່ອຍ ໄປໄດ້ເຮົາ ກໍປ່ອຍໄປ.

ຢູ່ ສປປລາວ ຕາມລາຍງານ ຂອງອົງການ ເພື່ອຄວາມໂປ່ງໃສ ສາກົນປີ 2008 ວ່າລາວເປັນ ປະເທດທີ່ມີ ການສໍ້ຣາສ-ບັງຫລວງ ຫລາຍຢູ່ໃນ ອັນດັບທີ 151 ໃນຈຳນວນ 180 ປະເທດໃນໂລກ ແລະຢູ່ໃນ ອັນດັບທີ 19 ໃນຈຳນວນ 21 ປະເທດຢູ່ ເອເຊັຍຄືຍັງ ເປັນປະເທດ ທີ່ມີການ ສໍ້ຣາສບັງຫລວງ ຢ່າງຫລວງຫລາຍຢູ່.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org