ມີການໃຫ້ສີນບົນ ໃນໂຄງການ ກໍ່ສ້າງຕ່າງໆ ໃນລາວ
ເຈົ້າຫນ້າທີ່ກ່ຽວຂ້ອງ ສປປລາວ ໃຫ້ການວ່າ ມີການໃຫ້ສີນບົນ ໃນໂຄງການ ກໍ່ສ້າງປະເພດຕ່າງໆ ໃນລາວ ຣະຫວ່າງ ຜູ້ຮັບເຫມົາກໍ່ສ້າງ ແລະເຈົ້າຫນ້າທີ່ປະມູນ.
-
ສິດນີ
2009-02-10 -
-
-
Your browser doesn’t support HTML5 audio
ເຈົ້າຫນ້າທີ່ຣັຖບານ ຜູ້ທີ່ບໍ່ປະສົງ ອອກຊື່ທ່ານນື່ງເວົ້າວ່າ ການປະມູນໂຄງການ ຕ່າງໆໃນລາວ ຊື່ງຈະມີຫລາຍ ບໍຣີສັດມາຮັບ ເຫມົາປະມູນ ທັງມີຄົນລາວ ມີຫຸ້ນສ່ວນ ແລະບໍຣີສັດຈາກ ຕ່າງປະເທດສ່ວນໃຫຍ່ ຈະມີການໃຫ້ ສີນບົນກັນກ່ອນ ກ່ອນຈະມີການປະມູນ ຫລືວ່າຈ່າຍໃຫ້ ກັນເບື້ອງຫລັງ ດັ່ງທ່ານກ່າວໃນຕອນນື່ງວ່າ----
ມັນມີຫລາຍ ບໍຣີສັດຮັບເຫມົາ ແລະເຂົາກໍ່ປະມູນກັນ ແລະກໍ່ໃຫ້ກັນ ເບື້ອງຫລັງຄືບໍຣີສັດ ກັບເບື້ອງຣັຖຂະເຈົ້າ ຂ້ອຍມີຕົ້ນທືນ ຢູ່ສູນແຜນການ ເຈົ້າມີບໍຣີສັດກໍ່ຕ້ອງ ແຍ້ງຜູ້ອື່ນ ກໍ່ເອີ້ນໄປກີນເຂົ້າບໍ່ ແບບນັ້ນ ຢູ່ປະເທດລາວ ມັກເປັນແບບນີ້.
ທ່ານວ່າ ບໍຣີສັດ ທີ່ຊນະການ ປະມູນສ່ວນຫລາຍ ຈະເປັນບໍຣີສັດຄົນລາວ ຫລືວ່າມີຄົນລາວ ຖືຫຸ້ນເພາະເປັນການ ງ່າຍໃນການແບ່ງປັນ ຜົລປະໂຍດຣະຫວ່າງ ຄົນລາວດ້ວຍກັນ ຫລືຖ້າບໍຣີສັດ ຕ່າງຊາດກໍ່ຈະ ມີນາຍຫນ້າທີ່ ເປັນຄົນລາວມາ ເຈຣະຈາໃຫ້. ເຈົ້າຫນ້າທີ່ປະມູນ ຜູ້ທີ່ຮັບສີນບົນນັ້ນ ສ່ວນໃຫຍ່ຈະເປັນ ເຈົ້າຫນ້າທີ່ ຣະດັບສູງ, ໃນເວລາດຽວກັນ ບໍຣີສັດຄົນລາວ ທີ່ປະມູນໄດ້ນັ້ນ ກໍ່ຈະໄປຂາຍຕໍ່ ອີກທອດນື່ງ ໃນຣາຄາທີ່ ສູງກວ່າເດີມ.
ທ່ານກ່າວເພີ້ມອີກວ່າ--
ບໍຣີສັດຄົນລາວ ຂະເຈົ້າປະມູນໄດ້ ເຂົາໄປຂາຍຕໍ່ ເຂົາໄດ້ປະມານ 10 ລ້ານຫລຽນ ເປັນກຳໃຣໄປ ມັນກໍ່ອອກຊື່ ບໍຣີສັດໃນລາວ ຢູ່ແລ້ວ ແຕ່ມາເຮັດວຽກ ຕົວຈີງນັ້ນ ມັນກໍ່ເປັນຄົນອື່ນໄປ ແຕ່ກໍ່ອອກຊື່ບໍຣີສັດ ນັ້ນຢູ່ແຕ່ຂະເຈົ້າ ບໍ່ອອກແຮງງານ.
ໂຄງການກໍ່ສ້າງ ທີ່ມີການໃຫ້ ສີນບົນກັນ ສ່ວນໃຫຍ່ ກໍ່ແມ່ນ ການສ້າງຖນົນ ຫົນທາງສາຍສຳຄັນ ການສ້າງຂົວໃຫຍ່ໆ ດັ່ງຂົວຂ້າມແມ່ ນ້ຳຂອງແລະຂົວແຫ່ງອື່ນໆ ຮ່ວມໄປດ້ວຍ ການສ້າງເຂື່ອນໃນ ລາວນຳອີກ
ທ່ານກ່າວໃນທີ່ສຸດ.