ພໍ່ຄ້າໄມ້ຖອ່ນ ຈ່າຍເງີນກ້ອງໂຕະ.
ພໍ່ຄ້າໄມ້ຖອ່ນ ທີ່ ສປປລາວ ເປີດເຜີຍວ່າ ການຕັດໄມ້ຖ່ອນ ທຸກຄັ້ງ ໃນລາວ ຕ້ອງມີການ ຈ່າຍເງີນກ້ອງໂຕະ ໃຫ້ເຈົ້າຫນ້າທີ່ ທ້ອງຖີ່ນປ່າໄມ້.
-
ສິດນີ
2009-01-30 -
-
-
Your browser doesn’t support HTML5 audio
ພໍ່ຄ້າໄມ້ຖ່ອນ ຜູ້ທີ່ບໍ່ ປະສົງອອກຊື່ ທ່ານນື່ງ ໃນລາວ ໃຫ້ການວ່າ ການລັກຕັດໄມ້ຖ່ອນ ເພືອ່ສົ່ງອອກ ໃນ ສປປລາວ ຖືວ່າຍັງ ເປັນບັນຫາ ທີ່ບໍ່ສາມາດ ແກ້ໄຂກັນ ໄດ້ເທືອ່ ເນືອ່ງຈາກວ່າ ຍັງມີການ ໃຊ້ອຳນາດ ທີ່ຜີດກົດຫມາຍ ຈາກເຈົ້າຫນ້າ ທີ່ປ່າໄມ້ ເຮືອ້ງການ ຮັບສີນບົນ ຈາກພໍ່ຄ້າ ຕັດໄມ້ຖອ່ນ ຫລາຍຢູ່. ດັ່ງທ່ານກ່າວ ໃນຕອນ ນື່ງວ່າ--ໄດ້ຮັບ ອະນຸຍາດ ຈາກຣັຖບານ ຕັດ 20 ຕົ້ນ ແຕ່ວ່າຕົວ ຈີງທີ່ເຮັດ ຂນາດ 50 ຕົ້ນຢູ່ຈຸດນີ້ ສີ່ງທີ່ບໍ່ ຖືກຕອ້ງກໍ່ ແມ່ນ30 ຕົ້ນ ຕ້ອງຈ່າຍມືດ ເຫດການມັນ ກໍ່ເປັນຢ່າງນັ້ນ.
ທ່ານກ່າວເພີ້ມ ອີກວ່າ ການຕັດໄມ້ ໃນເຂດຊົນ ນະບົດນັ້ນ ເຈົ້າຫນ້າທີ່ ປ່າໄມ້ສ່ວນໃຫຍ່ ຈະບໍ່ມາ ກວດກາຫລື ນັບຈຳນວນ ໄມ້ທີ່ ອະນຸຍາດ ໃຫ້ຕັດຈາກ ຣັຖບານ ແຕ່ຢ່າງໃດ ເນືອ່ງຈາກໄດ້ ຮັບເງີນ ສີນບົນຈາກ ພໍຄ້າໄມ້ ໄປແລ້ວ ສ່ວນໃຫຍ່ຈະ ຈ່າຍໃຫ້ແກ້ ພນັກງານ ຈາກຊັ້ນນ້ອຍ ຫາຊັ້ນກາງ ບາງຄັ້ງກໍ່ ຮອດຂັ້ນເທີງ.
ສຳລັບໄມ້ ທີ່ນິຍົມ ກັນຕັດ ເພືອ່ສົ່ງອອກນັ້ນ ສ່ວນໃຫຍ່ ກໍ່ແມ່ນ ປະເພດໄມ້ດູ່ ໄມ້ຂະໂຍງ ແລະໄມ້ເນື້ອ ແຂງຊນີດ ຕ່າງໆ ແຕ່ໃນ ປັດຈຸບັນ ການໃຫ້ສີນ ຂ້ອນຂ້າງ ຍາກແດ່ແລ້ວ ເພາະກົດຫມາຍ ໃຫມ່ເຄັ່ງຄັດ ຫລາຍຂື້ນ ທ່ານກ່າວ ເພີ້ມອີກວ່າ----ດຽວນີ້ ເຮັດຍາກ ເພາະກົດຫມາຍ ເຂັ້ມງວດຫລາຍ ທຸກພາກສ່ວນ ມີສິດໃນ ການ ດູແລແລະ ມີສິດໃນການ ມີສ່ວນຮ່ວມ ຕ້ອງໄດ້ດູ ແລຫລາຍຝ່າຍ ໃນເມື່ອກອ່ນ ກົດຫມາຍ ບໍ່ທັນເຂັ້ມງວດ ກົດຫມາຍ ມີຊ່ອງວ່າງ.
ເຖີງຢ່າງໃດ ກໍ່ຕາມ ພໍ່ຄ້າຄົນ ດັ່ງກ່າວ ຍັງໃຫ້ການ ເພີ້ມອີກວ່າ ແມ້ວ່າ ກົດຫມາຍ ຄວບຄຸມປ່າໃມ້ ສບັບໃຫມ່ ຈະເຄັ່ງຄັດ ປານໃດ ກໍ່ຕາມແຕ່ ການໃຫ້ ສີນບົນກໍ່ຍັງ ປະຕິບັດ ກັນຢູ່ ແຕ່ບໍ່ຫລາຍ ເພາະເຈົ້າຫນ້າ ທີ່ຊັ້ນຜູ້ນ້ອຍ ມີຄວາມຢ້ານກົວ ຈາກການ ລົງໂທດ ຖ້າຖືກ ຈັບກຸມ.