ສະພາລາວ ເປັນຫ່ວງ ເງິນຣັຖ ຮົ່ວໃຫລ

ສະພາແຫ່ງຊາດລາວ ເປັນຫວ່ງ ຕໍ່ການຮົ່ວໃຫລ ໃນການໄຊ້ເງີນຣັຖ ຂອງຫນ່ວຍງານຣັຖບານ ໃນກອງປະຊຸມສະພາ ມື້ທຳອີດ.

ໃນກອງປະຊຸມ ສະພາແຫ່ງຊາດ ສະມັຍສາມັນ ຄັ້ງທີ7 ຂອງສະພາຊຸດທີ6 ໃນມື້ທຳອີດ ກຸ່ມສະມາຊີກ ສະພາໃຫ້ການ ເປັນຫວ່ງເຖີງ ການຮົ່ວໃຫລຂອງ ການໄຊ້ເງີນ ຈາກຫນ່ວຍງານ ຕ່າງໆຂອງຣັຖບານ ໃນລະຍະທີ່ ຜ່ານມາເທົ່າເຖີງ ປັດຈຸບັນ ໃນນັ້ນ ປະກອບດ້ວຍ ການນຳໃຊ້ເງີນ ໃນໂຄງການທີ່ ຣັຖບານກ່ຽວຂ້ອງ ທີ່ຂາດຄວາມ ໂປ່ງໃສໃນການ ປະຕິບັດງານ ຂອງເຈົ້າຫນ້າທີ່ ຣັຖໃນບາງເຂດ ແລະບາງກໍຣະນີ. ດັ່ງທ່ານ ໄຊສົມພອນ ພົມວິຫານ ຮອງປະທານ ສະພາແຫ່ງຊາດ ຫົວຫນ້າຄນະ ກັມມະທິການ ຕ່າງປະເທດ ໄດ້ກ່າວຕອນນື່ງ ໃນທີ່ປະຊຸມ ສະພາວ່າ:

"ສະພາແຫ່ງຊາດ ມີຄວາມເປັນຫວ່ງ ຕໍ່ການປະຕິບັດ ວີນັຍການເງີນ ແລະການ ປະຕິບັດ ຣະບຽບການດ້ານ ການບັນຊີ ແຫ່ງຣັຖ ເພາະເຫັນວ່າ ການນຳໃຊ້ ງົບປະມານໂດຍສ່ວນຮວມ ມີຊ່ອງວ່າງຫລາຍ."

ສະມາຊີກ ສະພາແຫ່ງຊາດ ໄດ້ສເນີໃຫ້ ກະຊວງການເງີນ ປັບປຸງຣະບົບ ບັນຊີຂອງຣັຖ ໂດຍສະເພາະ ບັນຊີຄັງເງີນ ສູນກາງຮ່ວມດ້ວຍ ການປະສານຂໍ້ມູນ ຂອງ ບັນຊີ ຣະຫວ່າງກະຊວງ ແລະເພີ້ມການ ກວດສອບບັນຊີ ໃນທຸກລະຍະ ຫລາຍກວ່າເກົ່າ ທ່ານໄຊສົມພອນ ກ່າວເພີ້ມອີກວ່າ:

"ສເນີໃຫ້ພາກ ສ່ວນກ່ຽວຂ້ອງ ບໍ່ຄວນຖືເບົາ ຕໍ່ບົດລາຍງານ ຂອງການກວດສອບ ຈະຕ້ອງມີການ ແກ້ໃຂແລະ ມີວິນັຍເດັດຂາດ ຕໍ່ບຸກຄົນ ການຈັດຕັ້ງ ທີ່ມີເຈຕນາ ຍັກຍອກສໍ້ໂກງ ເງີນຂອງຣັຖ ລະເມີດລະບຽບ ຫລັກການຄຸມຄອງ ງົບປະມານ ຂອງຣັຖ ເປັນຜົລເສັຍອັນ ໃຫຍ່ຫລວງ ຕໍ່ກິຈການສ້າງສາ ປະເທດຂອງເຮົາ."

ນອກຈາກບັນຫາ ນີ້ແລ້ວ ສະມາຊີກ ສະພາຫລາຍທ່ານ ກໍ່ໄດ້ກ່າວເຖີງ ຫລາຍບັນຫາ ດັ່ງການ ສໍ້ຣາສບັງຫລວງ ບັນຫາການ ສັມປະທານ ທີ່ດີນ ບັນຫາການລັກ ລອບຕັດໄມ້ ແລະບັນຫາອື່ນໆ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org