ກາຣກວດສອບ ກາຣທຸຈຣິຕ ຊຶ່ງອາຈມີ ພນັກງານ ພາຄຣັຖ ຮ່ວມມືນຳ
ມີກາຣກວດສອບ ຕາມໂຄງກາຣກໍ່ສ້າງ ຖນົນຫົນທາງຕ່າງໆ ເພາະສົງສັຍມີ ກາຣທຸຈຣິຕ ຮ່ວມກັນກັບ ພນັກງານພາຄຣັຖ.
-
ຫວາດ ສີມູນ
2009-08-19 -
-
-
Your browser doesn’t support HTML5 audio
ໃນຣະຍະຜ່ານມາ ທາງກົມກວດກາ ກາຣຕ້ານກາຣ ສໍ້ຣາສບັງຫລວງ ໄດ້ເອົາມາຕກາຣ ກວດກາຕາມໂຄງກາຣ ກໍ່ສ້າງເສັ້ນທາງຕ່າງໆ ໃນນະຄອນຫລວງ ວຽງຈັນ ຍ້ອນມີຂ່າວທີ່ວ່າ ກາຣກໍ່ສ້າງບໍ່ດຳເນີນ ໄປຢ່າງໂປ່ງໃສ ຍ້ອນກຸ່ມບໍຣິສັທ ເອກກະຊົນໄດ້ ຮ່ວມມືກັນກັບ ພນັກງານຂອງຣັຖບາລ ທຳກາຣທຸຈຣິຕ ຊື່ງເກີດຂື້ນເລື້ອຽໆ ຢູ່ຕາມເຂຕເມືອງ ທີ່ມີກາຣລົງທຶນ ດັ່ງເຈົ້າໜ້າທີ່ ຄົນໜື່ງຈາກກົມກວດກາ ກາຣຕ້ານກາຣ ສໍ້ຣາສບັງຫລວງ ໄດ້ກ່າວວ່າ:
“ປັຈຈຸບັນກຳລັງ ດຳເນີນກາຣກວດກາ ໂຄງກາຣກໍ່ສ້າງທາງ ທາງດ້ານປະຣິມານ ຂອງຂະເຈົ້າ ຕາມແຜນມັນມີນ້ອຍ ແຕ່ຂະເຈົ້າໃຊ້ຫລາຍ ມັນກໍບໍ່ໄດ້ ຮ່ວມກັບຜູ້ໃດ ແຕ່ມັນກໍມີ ອັນຕິດພັນກັບ ພນັກງານເບື້ອງຣັຖ ເຈົ້າຂອງໂຄງກາຣ ຄັນເວົ້າ ເຂົາກໍເຮັດຮ່ວມກັນ ກໍມີຜົລປໂຍຊ ຮ່ວມກັນ.”
ພ້ອມດຽວກັນນີ້ ທ່ານກໍວ່າ ນອກຈາກກາຣກໍ່ສ້າງ ເສັ້ນທາງທີ່ມີ ກາຣໃຊ້ວັຕຖຸ ຫລາຍກວ່າຈຳນວນ ຕາມແຜນກາຣແລ້ວນັ້ນ ຫົນທາງທີ່ກໍ່ ສ້າງຂື້ນກໍບໍ່ ເປັນໄປຕາມ ແຜນແລະບໍ່ມີຄຸນພາບ ຕາມມາຕຖານ ທີ່ໄດ້ວາງໄວ້. ຈື່ງຕ້ອງໄດ້ມີ ກາຣເກັບກຳຂໍ້ມູລ ເພື່ອປະກອບສຳເນົາ ເອົາຜູ້ມີສ່ວນຮ່ວມ ກະທຳຜິດໄປ ດຳເນີນຄະດີ ລົງໂທສ ຕາມກົດໝາຍ ແລະບ່ອນທີ່ ເກີດມີກາຣ ສໍ້ຣາສບັງຫລວງ ຫລາຍນັ້ນ ກໍມັກຈະເປັນ ໂຄງກາຣໆລົງທຶນ ທີ່ມີກາຣພົວພັນ ກັບພນັກງານ ຂອງພາຄຣັຖ ດັ່ງທີ່ທ່ານໄດ້ ກ່າວເພີ່ມວ່າ:
“ສ່ວນຫລາຍມັນກໍຂື້ນ ກັບໂດຽສະເພາະ ແມ່ນເຣື່ອງກາຣລົງທຶນ ຂອງຣັຖ ຢູ່ບ່ອນໃດມີຫລາຍ ມັນກໍຈະຢູ່ບ່ອນນັ້ນ ແຕ່ວ່າພວກເຮົາ ກໍບໍ່ຈະສາມາດ ຢັ້ງຢືນແຕ່ລະ ບ່ອນວ່າມີເທົ່າໃດ ກາຣກວດກາຂອງ ພວກເຮົາກໍຍັງ ບໍ່ທັນເຮັດໄດ້ດີ ໜ່ວຍງານຂອງພວກເຮົາ ກໍຍັງມີຈຳກັດຢູ່.”
ເຈົ້າໜ້າທີ່ລາວ ທ່ານນີ້ໄດ້ກ່າວ ຢ້ຳທ້າຍວ່າ ທາງກົມກວດກາ ຕ້ານກາຣ ສໍ້ຣາສບັງຫລວງ ໄດ້ດຳເນີນໄປ ຕາມກົດຣະບຽບ ໂດຽຍຶດຕາມກົດໝາຍ ກາຣຕ້ານກາຣ ສໍ້ຣາສບັງຫລວງ ແລະ ກົດໝາຍວ່າດ້ວຍ ກາຣກວດກາຣັຖ ແຕ່ປັຈຈຸບັນ ກໍຍັງປະສົບກັບ ບັນຫາ ຫລາຍໆຢ່າງເຊັ່ນກັນ.