ສະມາຊິກສະພາ ວ່າຄວນມີ ທະບວງສະຖີຕິ

ສະມາຊິກ ສະພາສເນີ ໃຫ້ມີກາຣ ຈັດຕັ້ງທະບວງ ສະຖີຕິແຫ່ງຊາຕ.
ຫວາດ ສີມູນ
2010.06.29

ໃນວາຣະກອງ ປະຊຸມສະພາ ສມັຍສາມັນ ຄັ້ງທີ່ 9 ຂອງສະມາຊິກ ສະພາຊຸດທີ່ 6 ໃນມື້ວັນຈັນທີ່ 28 ມີຖຸນານີ້ນັ້ນ ໄດ້ມີກາຣສເນີ ຄວາມຄິດເຫັນ ກາຣອອກຮ່າງ ກົດໝາຍ ສະຖີຕິ ໂດຽສະມາຊິກ ສະພາຜູ້ແທນ ຣາສດອນ ຮຽກຮ້ອງໃຫ້ສະພາ ພິຈາຣະນາ ຮ່າງກົດໝາຍ ແລະ ອອກກົດໝາຍເກັບກຳ ສະຖີຕິ ໃນທົ່ວປະເທສ ໂດຽມີກາຣເນັ້ນ ໃຫ້ຂຍາຍອົງກາຣ ສະຖີຕິ ໃຫ້ເປັນທະບວງ ສະຖີຕິແຫ່ງຊາຕ ເພື່ອຈະໄດ້ ກະຈາຍອຳນາຈ ກາຣເຮັດວຽກງານ ລົງໄປຂັ້ນເມືອງ ແລະຂັ້ນບ້ານແບບ ມີເອກກະພາບ ດັ່ງທ່ານພອນເພັຊ ຄີລາວົງ ສະມາຊິກສະພາ ແຫ່ງຊາຕເຂຕ 16 ແຂວງເຊກອງ ໄດ້ກ່າວວ່າ:

“ດັ່ງນັ້ນ ພວກເຮົາຄິດວ່າ ຢາກໃຫ້ແຍກ ອົງກາຣນີ້ໃຫ້ ເປັນອົງກາຣ ເອກກະຣາຊ ຖ້າວ່າ ບໍ່ຄິດວ່າໃຫຍ່ ໂຕຫລາຍ ກໍຕັ້ງເປັນທະບວງ ລະມັນດີ ນັບແຕ່ທະບວງ ໄປຮອດຂັ້ນແຂວງ ເມືອງ ບ້ານ ແລະໜ່ວຍງານ ຂອງເມືອງ ກໍຄືບ້ານ”.

ພ້ອມດຽວກັນນີ້ ທ່ານກໍວ່າ ຮ່າງກົດໝາຍ ດັ່ງກ່າວມີຄວາມ ສຳຄັນ ແລະຈຳເປັນທີ່ ທາງກອງປະຊຸມ ຄວນພິຈາຣະນາ ຮັບຜ່ານ ແຕ່ກໍບໍ່ມີ ຂໍ້ສລຸບທີ່ ຄັກແນ່ເທື່ອ ເພາະມີຫລາຍຂໍ້ ກຳໜົດແລະ ຫລາຍມາຕຣາທີ່ຕ້ອງ ໄດ້ປັບປຸງແກ້ໄຂ.

ທ່ານໄດ້ເນັ້ນ ເພີ່ມວ່າ ກົດໝາຍເກັບກຳ ສະຖີຕິເປັນ ສິ່ງສຳຄັນ ເພື່ອເກັບກຳຂໍ້ມູລ ໃນທົ່ວປະເທສ ທີ່ທາງກອງປະຊຸມ ຄວນຈະມີກາຣ ພິຈາຣະນາ ແລະໃຫ້ສາມາດ ສລຸບໄດ້ໃນມື້ ວັນທີ່ 30 ມີຖຸນາ ນີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.