ການຕັດສິນຄະດີທີ່ດິນ ຂາດຄວາມໂປ່ງໃສ

ສະມາຊິກ ສະພາຜູ້ແທນ ຣາສດອນ ຍົກເອົາບັນຫາ ຄວາມບໍ່ໂປ່ງໃສ ກ່ຽວກັບຄະດີ ແກ້ໄຂ ອະນຸມັຕ ສັມປະທານ ທີ່ດິນ ຂຶ້ນພິຈາຣະນາ
ຫວາດ ສີມູນ
2010.06.22

ໃນກອງປະຊຸມ ສະພາແຫ່ງຊາດ ສມັຍສາມັນ ຄັ້ງທີ່ 9 ຊຸດທີ່ 6 ໃນມື້ວັນທີ່ 22 ມີຖຸນາ ນີ້ນັ້ນ ສະມາຊິກສະພາ ໄດ້ທວງຖາມ ຫາຂໍ້ຄວາມຈິງ ກ່ຽວກັບເຣື່ອງ ຄະດີ ຄວາມຂອງກາຣ ອະນຸມັຕ ທີ່ດິນຊ້ຳຊ້ອນ ຫລາຍໆຄະດີ ທີ່ວ່າມີກາຣ ພິຈາຣະນາ ແລະຍັງຄ້າງຄາຢູ່ ຍ້ອນທາງເຈົ້າໜ້າທີ່ ບໍ່ມີຄວາມໂປ່ງໃສ:

“ສາເຫຕທີ່ພາໃຫ້ ກາຣພິຈາຣະນາ ຄະດີ ແຕກຕ່າງກັນຢູ່ ໃນນັ້ນ ຂ້າພະເຈົ້າ ກໍມາເຫັນວ່າ ຄວາມບໍ່ໂປ່ງໃສ ຂອງພນັກງານ ຈຳນວນໜຶ່ງ ໃນຂະບວນກາຣ ຍຸຕິທັມ ຊ້ຳວ່າບໍ່ເຫັນ ເວົ້າແຈ້ງໝົດນັ້ນນ໋ະ ມັນແມ່ນຫຍັງແທ້? ຈະດີບໍ ຖ້າເຮົາຄວນ ເວົ້າໝົດ”.

ພ້ອມດຽວກັນນີ້ ຍານາງກໍວ່າ ບັນຫາ ສືບສວນສອບສວນ ໃນກາຣດຳເນີນ ຄະດີອາຍາ ບັນຫາກາຣຊື້ຂາຍ ສິທທິນຳໃຊ້ທີ່ດິນ ນັ້ນມີຫລາຍ ກໍຣະນີ ບໍ່ປະຕິບັຕ ຕາມຂັ້ນຕອນ ກົດໝາຍ ເຮັດໃຫ້ມີຂໍ້ ຫຍຸ້ງຍາກສັບສົນ ເພາະວ່າເຈົ້າໜ້າທີ່ ບໍ່ປະຕິບັຕງານ ບໍ່ມີກາຣຈົດ ບັນທຶກ ເປັນລາຍລັກອັກສອນ ຊຶ່ງສະທ້ອນໃຫ້ ເຫັນວ່າ ບໍ່ມີຄວາມໂປ່ງໃສ ໃນກາຣ ປະບັຕງານ ຈົນເປັນເຫຕໃຫ້ ມີກາຣຟ້ອງຮ້ອງ ກັນໃນດ້ານສິທທິ ສັມປະທານ ທີ່ດິນຕລອດມາ.

ສະນັ້ນຍານາງ ຈຶ່ງຢາກໃຫ້ທາງ ພາຄສ່ວນກ່ຽວຂ້ອງ ຄວນທີ່ຈະໃຫ້ ກາຣຊີ້ແຈງ ແລະຫາວິທີທາງ ແກ້ໄຂໃຫ້ໄດ້ ໃນອະນາຄົຕ ອັນໃກ້ໆນີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.