ສະພາປະຊຸມ: ຄ່າພາສີ ໃນລາວ
2009.06.25
ກອງປະຊຸມສະພາ ສມັຍສາມັນ ເທື່ອທີ7ຂອງ ສະພາແຫ່ງຊາດ ຊຸດທີ6 ມີການສເນີ ຄວາມຄິດຄວາມເຫັນ ຂອງສະມາຊິກ ສະພາຫລາຍທ່ານ ໃນນັ້ນສະມາຊິກ ເຂດສອງ ແຂວງຝົ້ງສາລີ ໄດ້ນຳສເນີ ຜົນກະທົບຈາກ ຣາຄາສິນຄ້າ ທັງອຸປໂພກແລະ ບໍຣິໂພກທີ່ ແພງຂື້ນເຖິງສອງ ເທົ່າ ຈາກຣາຄາເດີມ ທີ່ນຳເຂົ້າຈາກ ປະເທດເພື່ອນບ້ານ ຊຶ່ງເຮັດໃຫ້ ປະຊາຊົນຕ້ອງ ແບກຮັບພາລະ ໂດຍບໍ່ຈຳເປັນ ແລະວ່າທາງ ຣັຖບານຕ້ອງ ຫາທາງແກ້ໄຂ. ດັ່ງທ່ານ ອຸສະຫວັນ ທຽນເທບວົງສາ ສະມາຊິກ ສະພາແຫ່ງຊາດ ເຂດສອງ ແຂວງຝົ້ງສາລີ ໄດ້ອະພິປາຍ ໃນຕອນນຶ່ງວ່າ:
“ພວກເຮົານີ້ຈ່າຍ ພາສີຊ້ຳຊ້ອນ ສິນຄ້າສ່ວນຫລາຍ ທີ່ພວກເຮົາເອົາ ເຂົ້າມາມັນຕິດ ພາສີນຳເຂົ້າ ແລະອາກອນຄູນຄ່າເພີ້ມ ຂອງປະເທດ ໄກ້ຄຽງແລ້ວ ຕິດພໍແຮງແລ້ວ ມາຮອດນີ້ ພວກເຮົາຍັງເສັຍ ພາສີນຳເຂົ້າ ທີ່ເປັນກຳແພງພາສີ ຢູ່ໃນປະເທດ ສປປລາວ ອີກ ເຮັດໃຫ້ສິນຄ້າ ນັ້ນແພງຂື້ນ.”
ທ່ານກ່າວ ຕໍ່ໄປວ່າ ສິນຄ້າສ່ວນໃຫຍ່ ທີ່ນຳເຂົ້າມາ ຈາກຕ່າງປະເທດ ກໍມີຣາຄາ ສູງຢູ່ແລ້ວ ຍ້ອນວ່າມີຕົ້ນທຶນ ແລະເພີ້ມຄ່າຂົນ ສົ່ງເຂົ້າໄປອີກ ໃນຂະນະທີ່ ລາຍຮັບ ຂອງປະຊາຊົນ ໂດຍ ສະເລັ່ຍຕໍ່ຫົວ ປະຈຳເດືອນ ກໍໜ້ອຍແຕ່ຄ່າ ຄອງຊີບຢູ່ລາວ ກໍສູງຫາກຈະ ປຽບໃສ່ປະເທດ ເພື່ອນບ້ານເພາະວ່າ ລາວບໍ່ສາມາດ ຜລິດສິນຄ້າ ສ່ວນຫລາຍໄດ້ເອງ.
ນອກຈາກນີ້ ສິນຄ້າ ທີ່ນຳເຂົ້າຕາມ ເຂດຊາຍແດນ ກໍບໍ່ມີການ ຄຸ້ມຄອງຣາຄາ ແລະບໍ່ມີໜ່ວຍງານເບິ່ງແຍງ ແກ້ໄຂ ດັ່ງທ່ານກ່າວອີກ ວ່າ:
“ເພາະວ່າຣາຄາ ສິນຄ້ານີ້ມັນ ແຕະຕ້ອງເຖິງຊີວິດ ຄວາມເປັນຢູ່ຂອງ ພໍ່ແມ່ປະຊາຊົນ ບັນດາເຜົ່າແລະ ບັນດາ ຣັຖກອນ ຂ້າພະເຈົ້າ ຮູ້ສຶກວ່າ ຄົນລາວເຮົານີ້ ແມ່ນຕ້ອງໄດ້ໃຊ້ ຈ່າຍເງິນຄຳ ມີລັກສະນະ ຟຸ໊ມເຟືອຍ ແລະຣາ ຄາສິນຄ້າແພງ.”
ເຖິງຢ່າງໃດ ກໍຕາມທ່ານຍັງ ສເນີອີກວ່າຫາກ ຣັຖບານລາວ ສາມາດຄວບຄຸມ ຣາຄາສິນຄ້າ ໄດ້ ກໍຈະສົ່ງຜົນ ໃຫ້ປະຊາຊົນ ປະຫຍັດເງິນ ໄດ້ສ່ວນນຶ່ງ ນອກຈາກນັ້ນ ຣັຖບານຄວນ ຈະເລັ່ງດຶງດູດ ນັກລົງທຶນໃຫ້ ເຂົ້າມາຂຍາຍ ການຜລິດສິນຄ້າ ອຸປໂພກ ແລະບໍຣິໂພກ ໃຫ້ຫລາຍຂື້ນດ້ວຍ.