ກອງປະຊຸມຣັຖສພາ ເອເຊັຽປາຊີຟີກ ທີ່ນະຄອນຫລວງວຽງຈັນ

ກອງປະຊຸມຣັຖສພາ ເອເຊັຽ ປາຊີຟີກ ທີ່ນະຄອນຫລວງວຽງຈັນໄດ້ສີ້ນສຸດລົງ ດ້ວຍການຮັບເອົາຮ່າງມະຕິ 13 ສບັບ ໃນນັ້ນ 6 ສບັບແມ່ນສເນີ ໂດຍ ສປປລາວ.
ສິດນີ
2009.01.16

ກອງປະຊຸມຣັຖສພາ ເອເຊັຽ ປາຊີຟີກຄັ້ງທີ 17 ໄດ້ສີ້ນສຸດລົງໂດຍດີ ໃນມື້ວັນທີ  15 ມົກຣາທີ່ຜ່ານມາ ຊື່ງກອງປະຊຸມດັ່ງກ່າວ ສາມາດຮັບເອົາຮ່າງມະຕິ 13 ສບັບໃນຈຳນວນ 16 ສບັບໃນນັ້ນ 6 ສບັບແມ່ນສເນີ ຈາກສປປລາວ. ກຸ່ມຜູ້ແທນຈາກປະເທດດັ່ງ ກ່າວໃຫ້ ການວ່າກອງປະຊຸມ ທີ່ລາວເທື່ອນີ້ໄດ້ຜົລດີ ນອກຈາກນັ້ນທາງ ການລາວຍັງຖືວ່າ ກອງປະຊຸມຣັຖສພາ ເທື່ອນີ້ສ້າງຜົລ ປະໂຍດໃຫ້ແກ່ລາວ ຢ່າງຫລວງຫລາຍ ດັ່ງທ່ານຢົງ ຈັນທະລົງສີ ໂຄສົກກະຊວງການ ຕ່າງປະເທດສປປລາວ ກ່າວໃນຕອນນື່ງວ່າ ພວກເຮົາກໍ່ຖືວ່າ ເປັນກອງປະຊຸມທີ່ສຳຄັນ ເພີ້ມຫມູ່ເພີ້ມພວກແລະ ກໍ່ເພີ້ມຄວາມ ເຂົ້າໃຈຂອງຕ່າງ ປະເທດຕໍ່ປະ ເທດລາວຂອງພວກເຮົາ ໃນການພທັນາເສຖກິດ ແລະສົງຄົມໃນ ເມື່ອວ່າຫມູ່ພວກເຮົາ ປະຊຸມຢູ່ນີ້ພວກ ເພີ່ນກໍ່ມາເຫັນປະເທດຊາດ ບ້ານເມືອງຂອງພວກ ຂ້າພະເຈົ້າພັທນາເປັນຄືແນວ ໃດດຳເນີນການແນວ ໃດໃນການລົບລ້າງ ຄວາມທຸກຍາກນັ້ນ ທ່ານວ່າໃນແງ່ ມູມມອງຂອງລາວ ແລ້ວຖືວ່າກອງປະຊຸມ ເທື່ອນີ້ໄດ້ຜົລປະໂຍດດີ ລາວສາມາດປະກອບ ສ່ວນເຂົ້າກັບສາກົນ ໄດ້ຢ່າງແຫນ້ນແຟ້ນ ໃນການຮ໋ວມສ້າງສະເຖັຽ ຣະພາບແລະສັນຕິ ພາບໃນໂລກຮັບມືຕໍ່ ເຫດວິກິດທາງດ້ານການ ເງີນຮ່ວມໄປເຖີງບັນ ຫາສພາບແວດລ້ອມ ທີ່ສົ່ງຜົລກະທົບຕໍ່ ຫລາຍປະເທດໃນໂລກໃນປັດຈຸບັນ, ສປປລາວ ຍັງສາມາດສແດງບົດບາດ ໃນການສເນີ 6 ມະຕິຕໍ່ກອງປະຊຸມໃນຈຳນວນ 13 ມະຕິທີ່ກອງປະຊຸມຮັບຮອງ ທ່ານກ່າວເພີ້ມອີກວ່າ ກອງປະຊຸມໄດ້ ພິຈາຣະນາຮ່າງມະຕິ 16 ຮ່າງໄດ້ຜ່ານ 13 ຮ່າງສ່ວນເຫລືອ 3 ຮ່າງຈະສເນີທີ່ກອງ ປະຊຸມຄັ້ວທີ 18 ທີ່ສີງກະໂປ. ກອງປະຊຸມຣັຖສພາເອເຊັຽ ປາຊີຟີກເທື່ອຫນ້າ ຈະມີຂື້ນໃນປີ 2010 ປະເທດສີງກະໂປ ຈະເປັນເຈົ້າພາບ.




ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.